ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

 

 

 Cambodia PM visit Laos 6

 

 

ໂດຍຕອບສະໜອງຕາມຄຳເຊື້ອເຊີນຂອງ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 25-26 ມີນາ 2024, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກຳປູເຈຍ ໃຫ້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

 

 

Cambodia PM visit Laos 1Cambodia PM visit Laos 3

 

 

ພິທີຕ້ອນຮັບ ຢ່າງເປັນທາງການຕໍ່ ສົມເດັດ ນາຍົກລັດຖະມົນຕີ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງຣາຊະອານາຈັກ ກໍາປູເຈຍ ໄດ້ຈັດຂຶ້ນຢ່າງສົມກຽດ ໃນຕອນບ່າຍຂອງວັນທີ 25 ມີນາ 2024, ທີ່ ສໍານັກງານນາຍົກລັດຖະມົນຕີ, ໂດຍການຕ້ອນຮັບຂອງ ພະນະທ່ານ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ.

 

 Cambodia PM visit Laos 42Cambodia PM visit Laos 5

 

 

ຈາກນັ້ນກໍໄດ້ມີການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍ. ໃນໂອກາດດັ່ງກ່າວນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ການຢ້ຽມຢາມ ສປປ ລາວ ຂອງ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້, ເຊິ່ງມີຄວາມໝາຍສໍາຄັນຕໍ່ການເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ ໃນຖານະເປັນເພື່ອນມິດສະໜິດສະໜົມ, ເປັນບ້ານໃກ້ເຮືອນຄຽງ ບ້ານອ້າຍເມືອງນ້ອງ ບ້ານແກ່ວເມືອງດອງ ມາແຕ່ບູຮານນະການ, ທັງຍັງເປັນການຢ້ຽມຢາມ ແລະ ພົບປະຢ່າງເປັນທາງການຄັ້ງທຳອິດ ພາຍຫຼັງທີ່ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໄດ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີ ແຫ່ງ ຣາຊະອານາ ຈັກກໍາປູເຈຍ, ເຖິງວ່າຜ່ານມາໄດ້ພົບປະກັນໃນໂອກາດເຂົ້າຮ່ວມກອງປະຊຸມພາກພື້ນ ແລະ ສາກົນມາແລ້ວຫຼາຍຄັ້ງແລ້ວກໍ່ຕາມ. ພ້ອມນີ້, ພະນະທ່ານ ສອນໄຊ ສີພັນດອນ ໄດ້ຢືນຢັນຄືນອີກເທື່ອໜຶ່ງ ເຖິງຄວາມມຸ້ງໝັ້ນ ແລະ ເຈດຈໍານົງ ອັນສະເໝີຕົ້ນສະເໝີປາຍ ຂອງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ຈະໄດ້ຮ່ວມເຮັດວຽກກັບ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ມີມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ພ້ອມທັງໄດ້ຕີລາຄາສູງ ແລະ ຊົມເຊີຍ ຕໍ່ບັນດາ​ຜົນສຳ​ເລັດ​ອັນໃຫຍ່ຫຼວງໃນຫຼາຍດ້ານ ​ທີ່​ປະຊາຊົນ​ກໍາປູເຈຍຍາດ​ມາ​ໄດ້​​ ພາຍ​ໃຕ້​ການ​ນຳພາ​ອັນປີຊາສາມາດ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນ​ໄລຍະຜ່ານ​ມາ. ພິເສດ, ພະນະທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຊົມເຊີຍກໍາປູເຈຍ ກໍ່ຄືພັກປະຊາຊົນກໍາປູເຈຍ ທີ່ສາມາດຍາດເອົາໄຊຊະນະ ໃນການເລືອກຕັ້ງສະມາຊິກສະພາສູງສະໄໝທີ 5 ໃນວັນທີ 25 ກຸມພາ 2024 ທີ່ຜ່ານມາ ຢ່າງຖ້ວມລົ້ນເຖິງ 55 ບ່ອນນັ່ງ ໃນຈໍານວນ 58 ບ່ອນນັ່ງຢູ່ສະພາສູງ.

 

 

 Cambodia PM visit Laos 7Cambodia PM visit Laos 8

 

 

ໃນໂອກາດດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືທີ່ມີມາແຕ່ດົນນານຖານບ້ານໃກ້ເຮືອນຄຽງ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆຕະຫຼອດມາ.

 

 

Cambodia PM visit Laos 9Cambodia PM visit Laos 102

 

 

ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ທົບທວນຄືນການພົວພັນຮ່ວມມື ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃນໄລຍະຜ່ານມາ, ໂດຍໄດ້ເປັນເອກະພາບກັນຕີລາຄາສູງ ແລະ ມີຄວາມເພິ່ງພໍໃຈທີ່ເຫັນວ່າ ການພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນລາວ ແລະ ກໍາປູເຈຍ ນັບມື້ນັບໄດ້ຮັບການເສີມຂະຫຍາຍໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ; ການຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ໃນປີ 2019 ໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍໝັ້ນອັນແຮງກ້າ ຂອງສອງປະເທດ ທີ່ຍົກລະດັບການພົວພັນອັນດີດັ່ງກ່າວ ໃຫ້ຂຶ້ນສູ່ລະດັບສູງອີກເທື່ອໃໝ່ ແລະ ການລົງນາມໃນແຜນປະຕິບັດງານຮ່ວມ (Action Plan) ໄດ້ເປັນບ່ອນອີງໃຫ້ແກ່ການພົວພັນຮ່ວມມືກັນ ຂອງທຸກຂະແໜງການ, ທັງຍັງເປັນການສ້າງເງື່ອນໄຂທີ່ເປັນພື້ນຖານ ໃຫ້ແກ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດໃຫ້ເປັນຮູບປະທໍາຫຼາຍຂຶ້ນ, ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍໃນຫຼາຍດ້ານສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ເປັນຕົ້ນ: ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານວຽກງານຊາຍແດນ, ດ້ານ​ເສດຖະກິດ, ດ້ານການຄ້າ ແລະ ການລົງທຶນ, ດ້ານໂຍທາທິການ ແລະ ຂົນສົ່ງ, ດ້ານພະລັງງານໄຟຟ້າ, ດ້ານການເງິນ, ດ້ານວັດທະນະທໍາ-ສັງຄັມ-ການທ່ອງທ່ຽວ ແລະ ອື່ນໆ. ໃນຂະນະດຽວກັນ, ການພົວພັນຮ່ວມມືໃນພາກພື້ນ ແລະ ອະນຸພາກພື້ນ ກໍ່ໄດ້ສືບຕໍ່ຮັດແໜ້ນ ແລະ ຍັງໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ, ໂດຍສະເພາະ ຂອບການຮ່ວມມື CLV, CLMV, ແອັກແມັກ (ACMECS)  ແລະ ຂອບການຮ່ວມມືອາຊຽນ.

 

 

Cambodia PM visit Laos 104Cambodia PM visit Laos 103

 

 

ພ້ອມນີ້, ສອງຝ່າຍ ຍັງໄດ້ຮ່ວມກັນວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍໄດ້ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ເພື່ອຮ່ວມກັນຈັດຕັ້ງປະຕິບັດ ບັນດາການຕົກລົງຂອງການນໍາຂັ້ນສູງຂອງສອງປະເທດ ແລະ ບັນດາເອກະສານຮ່ວມມືສອງຝ່າຍທີ່ມີຮ່ວມກັນໃນທຸກລະດັບ ໃຫ້ມີປະສິດທິພາບ ແລະ ປະສິດທີຜົນ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ຢ່າງແທ້ຈິງ, ພ້ອມທັງສືບຕໍ່ຮັດແໜ້ນການພົວພັນຮ່ວມມືໃນການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພົ້ນເດັ່ນໃນການພັດທະນາເສດຖະກິດ-ສັງຄົມພາຍໃນປະເທດຂອງຕົນ ແລະ ໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພົ້ນເດັ່ນໃນພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

 

Cambodia PM visit Laos 11Cambodia PM visit Laos 12

 

 

ໃນຕອນທ້າຍ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ເຊື້ອເຊີນ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນໂອກາດທີ່ເໝາະສົມ, ພ້ອມທັງໄດ້ສະແດງຄວາມຢືນຢັນຄືນ ໃນການສືບຕໍ່ໃຫ້ການຮ່ວມມື ແລະ ການສະໜັບສະໜູນ ແກ່ ສປປ ລາວ ໂດຍສະເພາະ ໃນໂອາກດທີ່ ສປປ ລາວ ເປັນປະທານອາຊຽນ ປີ 2024  ໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍສູງ.

 

ພະນະທ່ານ ສອນໄຊ ສີພັນດອນ ກໍ່ໄດ້ສະແດງຄວາມຍິນດີຕອບຮັບ ແລະ ຈະຈັດຫາເວລາອັນເໝາະສົມໄປຢ້ຽມຢາມ ກໍາປູເຈຍ ຕາມການເຊື້ອເຊີນ, ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນກໍາປູເຈຍ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດມາ ແລະ ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າ ຜົນສໍາເລັດຂອງການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ໃນຄັ້ງນີ້ ຈະປະກອບສ່ວນອັນສໍາຄັນເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອການຮ່ວມມືທີ່ດີງາມ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ ໃຫ້ມີຄວາມແໜ້ນແຟ້ນ, ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

 

 

Cambodia PM visit Laos 14

 

 

ພາຍຫຼັງສໍາເລັດການພົບປະສອງຝ່າຍ, ສອງນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືສອງຝ່າຍ ຈໍານວນ 3 ສະບັບ ຄື: 1) ສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ; 2) ບົດບັນທຶກການແລກປ່ຽນສານສັດຕະຍາບັນ ສົນທິສັນຍາ ວ່າດ້ວຍ ການກໍານົດຊາຍແດນປະເທດ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ແລະ 3) ສັນຍາ ວ່າດ້ວຍ ການຮ່ວມມືທາງດ້ານພະລັງງານ ໄລຍະ II ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ຣາຊະອານາຈັກ ກຳປູເຈຍ. ພ້ອມກັນນີ້, ສອງຝ່າຍກໍ່ໄດ້ເປັນສັກຂີພິຍານການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ຈໍານວນ 2 ສະບັບ ລະຫວ່າງ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ກັບ 2 ບໍລິສັດ ຕາງໜ້າລັດຖະບານ ສປປ ລາວ ຄື: 1) ກັບ ບໍລິສັດ ລັດວິສາຫະກິດໄຟຟ້າລາວ: ບົດບັນທຶກຄວາມເຂົ້າໃຈໂຄງການພະລັງງານສະອາດ ແບບປະສົມປະສານຈາກເຂື່ອນໄຟຟ້າ, ໂຄງການຄວາມຮ້ອນໃຕ້ດິນ ແລະ ໂຄງການພະລັງງານທົດແທນ ແລະ ການສຶກສາຄວາມເປັນໄປໄດ້ ຂອງໂຄງການເຊກອງຕອນລຸ່ມ I ແລະ ໂຄງການເຊກອງຕອນລຸ່ມ II ເພື່ອສົ່ງອອກໄປຍັງກໍາປູເຈຍ ໂດຍຜ່ານຈຸດເຊື່ອມຕໍ່ທີ່ມີຢູ່ ແລະ ຈຸດໃໝ່; ແລະ 2) ກັບ ກຸ່ມບໍລິສັດພົງຊັບທະວີ ຈຳກັດ: ບົດບັນທຶກຄວາມເຂົ້າໃຈ  ໂຄງການເຂື່ອນໄຟຟ້າເຊຂະໝານ 2 ແລະ ໂຄງການພະລັງງານລົມ.

 

 

Cambodia PM visit Laos 17Cambodia PM visit Laos 18

Cambodia PM visit Laos 19Cambodia PM visit Laos 21

Cambodia PM visit Laos 23Cambodia PM visit Laos 22

 

 

ໃນໂອກາດດຽວກັນນີ້, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຍັງໄດ້ມອບ “ຮູບແບບຫຼັກໝາຍຊາຍແດນ” ໃຫ້ແກ່ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອເປັນຂອງຂວັນທີ່ລະນຶກ.

 

 

Cambodia PM visit Laos 24

 

 

ຫຼັງຈາກນັ້ນ, ສອງນາຍົກລັດຖະມົນຕີ ລາວ ແລະ ກໍາປູເຈຍ ໄດ້ຮ່ວມກັນຖະແຫຼງຂ່າວຕໍ່ບັນດາສື່ມວນຊົນຂອງທັງສອງຝ່າຍ ເພື່ອແຈ້ງໃຫ້ຊາບເຖິງຜົນສໍາເລັດຂອງການພົບປະສອງຝ່າຍ ແລະ ການລົງນາມເອກະສານ ໃນຄັ້ງນີ້.

 

 

Cambodia PM visit Laos Press 1Cambodia PM visit Laos Press 2

Cambodia PM visit Laos Press 3Cambodia PM visit Laos Press 4

 

 

ນອກຈາກນັ້ນ, ໃນວັນດຽວກັນນີ້ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະ​ນະ ຍັງໄດ້ເດີນທາງໄປວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄຫມສົງຄາມ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486049
ມື້ນີ້180
ມື້ວານ168
ອາທິດນີ້1085
ເດືອນນີ້5354