ໃນຕອນເຊົ້າຂອງວັນທີ 26 ມີນາ 2024, ທີ່ ຫໍສະພາແຫ່ງຊາດລາວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 25-26 ມີນາ 2024.
ໃນໂອກາດດັ່ງກ່າວນີ້, ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຄັ້ງທຳອິດຂອງ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ແລະ ຄະນະ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ແລະ ຖືໂອກາດນີ້ ຝາກຄວາມຢື້ຢາມຖາມຂ່າວໄປເຖິງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ປະທານພັກປະຊາຊົນກໍາປູເຈຍ, ປະທານທີ່ປຶກສາສູງສຸດຂອງ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ພ້ອມທັງຝາກຄໍາເຊື້ອເຊີນໄປຍັງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ມາຢ້ຽມຢາມ ສປປ ລາວ ໃນເວລາອັນສະດວກ. ພ້ອມກັນນີ້, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການເລືອກຕັ້ງສະມາຊິກສະພາສູງ ສະໄໝທີ V, ເຊິ່ງພັກປະຊາຊົນ ກໍາປູເຈຍ ສາມາດຍາດໄດ້ໄຊຊະນະທີ່ນັ່ງໃນສະພາຈໍານວນຫຼວງຫຼາຍ. ພ້ອມນັ້ນ, ພະນະທ່ານ ປະທານປະເທດ ກໍ່ໄດ້ຊົມເຊີຍຕໍ່ຜົນສຳເລັດຂອງການພົບປະປຶກສາຫາລືຮ່ວມກັນ ລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກຳປູເຈຍ ໃນຄັ້ງນີ້ ແມ່ນສາມາດຕົກລົງຫຼາຍບັນຫາຮ່ວມກັນ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືສອງຝ່າຍໃນຕໍ່ຫນ້າ, ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການສຳຫຼວດ ແລະ ປັກຫຼັກໝາຍຊາຍແດນຖາວອນ ລາວ-ກຳປູເຈຍ ທີ່ສາມາດບັນລຸໄດ້ 86% ຂອງເສັ້ນຊາຍແດນທັງຫມົດ ແລະ ເຫັນດີຊຸກຍູ້ໃຫ້ສອງຝ່າຍ ສືບຕໍ່ປຶກສາຫາລືຮ່ວມກັນໃນການແກ້ໄຂບໍລິເວນຄົງຄ້າງໃຫ້ສຳເລັດ ບົນຈິດໃຈທີ່ເປັນຍາດພີ່ນ້ອງບ້ານໃກ້ເຮືອນຄຽງດ້ວຍກັນ ແລະ ເພີ່ມທະວີການຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ແນໃສ່ສ້າງຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ການຮ່ວມມື. ພ້ອມດຽວກັນນີ້, ພະນະທ່ານ ປະທານປະເທດ ໄດ້ສະເໜີໃຫ້ສອງຝ່າຍ ຊຸກຍູ້ການຮ່ວມມືໃນການພັດທະນາເສັ້ນທາງ ຄົມມະນາຄົມຂົນສົ່ງ ແລະ ການເຊື່ອມໂຍງ ເຊື່ອມຈອດ ໃຫ້ປະກົດຜົນເປັນຈິງ, ຊຸກຍູ້ໃຫ້ກະຊວງ, ຂະແໜງການກ່ຽວຂ້ອງຂອງສອງຝ່າຍ ເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ເພື່ອສ້າງເງື່ອນໄຂເອື້ອອໍານວຍໃຫ້ແກ່ພາກທຸລະກິດຂອງສອງປະເທດ ໃນການແລກປ່ຽນບົດຮຽນ ແລະ ຮ່ວມທຸລະກິດນໍາກັນຕື່ມໃນຕໍ່ໜ້າ, ເອົາໃຈໃສ່ຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ເປັນຮູບປະທຳ ໂດຍສະເພາະ ການຮ່ວມມືດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອເພີ່ມທະວີການຮ່ວມມືສອງປະເທດ ໃຫ້ມີປະສິດທິຜົນຍິ່ງຂຶ້ນ.
ໃນຕອນທ້າຍ, ພະນະທ່ານ ປະທານປະເທດ ໄດ້ອວຍພອນໃຫ້ ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້ ແລະ ອວຍໄຊໃຫ້ພອນຕໍ່ທ່ານ ແລະ ຄະນະເດີນທາງກັບບ້ານດ້ວຍຄວາມສະຫວັດດີພາບ.
ໃນຂະນະດຽວກັນ, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງລັດຖະບານ ແລະ ປະຊາຊົນລາວ ໃນຄັ້ງນີ້, ພ້ອມທັງໄດ້ນໍາເອົາຄໍາເຊື້ອເຊີນ ຂອງ ພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ ເຖິງ ພະນະທ່ານ ປະທານປະເທດ ທອງລຸນ ສີສຸລິດ ໄປຢ້ຽມຢາມ ຣາຊະອານາຈັກ ກໍາປູເຈຍ ໃນເວລາອັນເໝາະສົມ. ພ້ອມກັນນີ້, ສົມເດັດ ມະຫາບໍວໍ ທິບໍດີ ຮຸນ ມາແນດ ຍັງໄດ້ສະແດງຄວາມຫມາຍຫມັ້ນຈະສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ກໍ່ຄື ໃນເວທີພາກພື້ນ ແລະ ສາກົນ, ຈະຊຸກຍູ້ພາກສ່ວນກ່ຽວຂ້ອງຂອງຕົນ ສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອຮ່ວມກັນເສີມຂະຫຍາຍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການພົວພັນແບບຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ-ກໍາປູເຈຍ ໃຫ້ນັບມື້ມີຄວາມກ້າວໜ້າ ແລະ ມີປະສິດທິຜົນສູງສຸດ, ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນສອງຊາດ ກຳປູເຈຍ-ລາວ, ອວຍພອນໃຫ້ສາຍພົວພັນອັນດີງາມຂອງສອງປະເທດ ຈົ່ງໄດ້ຮັບການເພີ່ມ ພູນຄູນສ້າງ ແລະ ນັບມື້ແຕກດອກອອກຜົນຍິ່ງຂຶ້ນ.