ໃນວັນທີ 27 ມີນາ 2024, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມເຊັນປຶ້ມໄວ້ອາໄລ ຕໍ່ເຫດການຄົນຮ້າຍໃຊ້ອາວຸດຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ, ສະຫະພັນ ຣັດເຊຍ ໃນວັນທີ 22 ມີນາ 2024 ຜ່ານມາ, ໂດຍການຕ້ອນຮັບຂອງ ທ່ານ ວາລາດີເມຍ ກາລິນິນ (Vladimir Kalinin), ເອກອັກຄະລັດຖະທູດ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ
ໃນໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ກ່າວສະແດງຄວາມເສຍໃຈ ແລະ ໄວ້ອາໄລຢ່າງສຸດຊຶ້ງ, ພ້ອມທັງໄດ້ເຊັນປຶ້ມໄວ້ອາໄລຕໍ່ເຫດການດັ່ງກ່າວ, ເຊິ່ງມີເນື້ອໃນດັ່ງນີ້:
“ໃນນາມລັດຖະບານ ແຫ່ງ ສປປ ລາວ, ຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າ ມາຍັງ ປະຊາຊົນ ແລະ ລັດຖະບານ ແຫ່ງ ສະຫະພັນ ຣັດເຊຍ ໂດຍສະເພາະ ຄອບຄົວຜູ້ຖືກເຄາະຮ້າຍ ຕໍ່ ເຫດການຄົນຮ້າຍໃຊ້ອາວຸດຍິງໂຈມຕີ ໂຮງສະແດງຄອນເສີດ ທີ່ ເມືອງ ກຣາສະໂນໂກສກ໌, ເຂດຊານເມືອງມົດສະກູ ໃນວັນທີ 22 ມີນາ 2024 ອັນໄດ້ເຮັດໃຫ້ປະຊາຊົນຜູ້ບໍລິສຸດເສຍຊິວິດ ແລະ ໄດ້ຮັບບາດເຈັບ ເປັນຈໍານວນຫຼາຍ.
ສປປ ລາວ ປະນາມການກະທຳທີ່ເປັນການກໍ່ຮ້າຍໃນຄັ້ງນີ້ຢ່າງແຂງແຮງ ແລະ ຢືນຢັນຮ່ວມມືກັບປະຊາຊົນ ຣັດເຊຍ ແລະ ວົງຄະນະສາກົນ ເພື່ອຕໍ່ຕ້ານລັດທິການກໍ່ການຮ້າຍທຸກຮູບແບບ.
ຂໍໃຫ້ຂອງວິນຍານຂອງຜຸ້ເສຍຊິວິດໃນເຫດການດັ່ງກ່າວຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.”
----------------------------//------------------------------