ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຢູ່ ສປປ ລາວ”

 

Economy Diplomacy 2

 

ໃນຕອນເຊົ້າ, ​ວັນທີ 5 ເມສາ 2024, ກົມ​ເສດ​ຖະ​ກິດ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ ໄດ້​ຈັດ​ກອງ​ປະ​ຊຸມວຽກງານ “ການທູດເສດຖະກິດ ເພື່ອສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ” ຂຶ້ນ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫລວງວຽງຈັນ, ພາຍ​ໃຕ້​ການ​ເປັນ​ປະ​ທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໂດຍ​ມີບັນດາທ່ານເອກອັກຄະລັດຖະທູດ,​​​ ທຸຕານຸທູດ, ຫົວໜ້າອົງການຈັດຕັ້ງສາກົນ ແລະ​ ສະຖາບັນການເງິນສາກົນຕ່າງໆ, ພ້ອມດ້ວຍກະຊວງຂະແໜງການທີ່ກ່ຽວຂ້ອງຈາກພາກລັດ ແລະ ພາກເອກະຊົນ ເຂົ້າ​ຮ່ວມ​ຈໍານວນ​ທັງ​ໝົດ 280 ກວ່າທ່ານ.

Economy Diplomacy 1

 

ຈຸດ​ປະ​ສົງ ຂອງກອງ​ປະ​ຊຸມ​​ຄັ້ງ​ນີ້ ແມ່​ນ​ເພື່ອເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ກ່ຽວກັບການສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ໂດຍສະເພາະແມ່ນນະໂຍບາຍທີ່ເອື້ອອໍານວຍໃຫ້ແກ່ນັກລົງທຶນຕ່າງປະເທດ ເພື່ອໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈວຽກງານຂະແໜງຕ່າງໆຂອງ ສປປ ລາວ ຫຼາຍຂຶ້ນ. ກອງປະຊຸມຄັ້ງນີ້, ຖືວ່າເປັນບາດກ້າວທໍາທິດຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ວຽກງານການທູດເສດຖະກິດຂອງລັດຖະບານ ໂດຍມີກະຊວງການຕ່າງປະເທດເປັນໃຈກາງ ເພື່ອເປັນອີກຊ່ອງທາງເລືອກໜຶ່ງ ນອກຈາກກົນໄກການຮ່ວມມືຕ່າງໆທີ່ມີຢູ່ແລ້ວ, ວຽກງານການທູດເສດຖະກິດດັ່ງກ່າວແມ່ນຈະສຸ່ມໃສ່ ການໂຄສະນາເຜີຍແຜ່ ກ່ຽວກັບ ນະໂຍບາຍການສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຢູ່ ສປປ ລາວ ຜ່ານຊ່ອງທາງການທູດ ເພື່ອໃຫ້ຜູ້ທີ່ມີຄວາມສົນໃຈທີ່ຢາກມາລົງທຶນ, ດໍາເນີນທຸລະກິດ ແລະ ເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ມີຄວາມຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບຂໍ້ມູນ ແລະ ນະໂຍບາຍ ສົ່ງເສີມຂອງລັດຖະບານ ຕໍ່ວຽກງານດັ່ງກ່າວ ໃຫ້ຫລາຍຂຶ້ນ.

 

Economy Diplomacy 3

 

ໃນໂອກາດກ່າວເປີດກອງປະຊຸມ, ທ່ານປະທານກອງປະຊຸມ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ, ພາກພື້ນ ແລະ ສາກົນ ໂດຍແນ່ໃສ່ຍົກລະດັບການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການເຊື່ອມໂຍງສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ ແລະ ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ.

Economy Diplomacy 4

 

ກອງ​ປະ​ຊຸມ​ໄດ້​ຮັບ​ຟັງ​ການ​ນຳສະເໜີຂໍ້ມູນ ​ກ່ຽວ​ກັບ​ທ່າແຮງນະໂຍບາຍສົ່ງເສີມດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ຂອງ ສປປ ລາວ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ ແລະ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຊຶ່ງ​ໄດ້​ຍົກ​ໃຫ້​ເຫັນ​​ເຖິງກາ​ລະ​ໂອ​ກາດ ແລະ ສິ່ງອຳນວຍຄວາມສະດວກ ໃນການດຶງດູດການຄ້າ, ການລົງທຶນ ລວມທັງ ວຽກງານການສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍ່ມີບັນດາຜູ້ຕາງໜ້າພາກທຸລະກິດທີ່ໄດ້ປະສົບຜົນສຳເລັດໃນດ້ານການຄ້າ-ການລົງທຶນ ຢູ່ ສປປ ລາວ ຂຶ້ນແລກປ່ຽນບົດຮຽນ, ປະສົບການ ແລະ ຜົນສໍາເລັດໃນການດໍາເນີນທຸລະກິດຂອງຕົນ ເພື່ອເປັນການສະໜອງຂໍ້ມູນຕ່າງໆທີ່ເປັນທ່າແຮງຂອງຕົນໃຫ້ແກ່ບັນດາສະຖານທູດ, ອົງການຈັດຕັ້ງສາກົນ, ສະຖາບັນການເງິນສາກົນ ຊ່ວຍຊຸກຍູ້, ໂຄສະນາດຶງດູດການລົງທຶນ ຈາກນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນ.

 

Economy Diplomacy 5

 

ໃນ​ຕອນ​ທ້າຍ, ກອງ​ປະ​ຊຸມໄດ້​ມີການແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນ ​ເພື່ອ​ຊອກ​ຫາ​ກາ​ລະໂອກາດ ໃນ​ການ​ໝູນ​ໃຊ້​ທ່າ​ແຮງ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສາ​ກົນ ຂອງ ສ​ປ​ປ ລາວ ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງຄົມແຫ່ງ​ຊາດ ກໍ​ຄືການເຄື່ອນໄຫວວຽກງານການທູດເສດຖະກິດຂອງ ສປປ ລາວ ເຊິ່ງຖືເປັນວຽກບູລິມະສິດຂອງທຸກຂະແໜງການຈະຕ້ອງໄດ້ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດຮ່ວມກັນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າໃນຕໍ່ໜ້າ.

 

Economy Diplomacy 6

 

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ແລະ ຈົບລົງດ້ວຍຜົນສໍາເລັດຢ່າງຈົບງາມ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486573
ມື້ນີ້127
ມື້ວານ142
ອາທິດນີ້235
ເດືອນນີ້5878