ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 5 ພະຈິກ 2020, ທີ່ ສູນການຮ່ວມມື ແລະ ຝຶກອົບຮົມສາກົນ (ICTC), ນະຄອນຫຼວງ ວຽງຈັນ, ຊຶ່ງຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງ, ພາຍໃຕ້ການເປັນປະທານຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະ ມົນຕີ ແຫ່ງ ສປປລາວ, ມີບັນດາແຂກທີ່ຖືກເຊີນຈາກກະຊວງ ແລະ ອົງການອ້ອມຂ້າງສູນກາງຈຳນວນໜຶ່ງ, ບັນດາສະຫາຍສະມາຊິກພັກອາວຸໂສບຳນານ, ບັນດາສະຫາຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ບັນດາສະຫາຍຜູ້ແທນສົມບູນ ເຂົ້າຮ່ວມທັງໝົດ 221 ສະຫາຍ, ຍິງ 58 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ-ພະນັກງານ ແລະ ນັກສຶກສາທັງໝົດ ທີ່ຂຶ້ນກັບກະຊວງການຕ່າງປະເທດ ຈໍານວນ 2.550 ສະຫາຍ ທັງພາຍໃນ ແລະ ຕ່າງປະເທດ.
ໃນຕອນເຊົ້າຂອງວັນທີ 03 ພະຈິກ 2020 ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ຊິນ ຊອງ ຊຸນ, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ເກົາຫລີ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ແລະ ຈະເດີນທາງກັບຄືນປະເທດຢ່າງຖາວອນໃນເດືອນພະຈິກ 2020 ນີ້.
ໃນວັນທີ 3 ຕຸລາ 2020 ທີ່ກະຊວງການຕ່າງປະເທດ, ທ່ານສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານອໍຣຮັນ ອືຊຶກ (Mr. Orhan Isik), ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດຕວັກກີ ຄົນໃໝ່ປະຈຳສປປລາວ.