ໃນວັນທີ 28 ມັງກອນ 2024 ທີ່ ໂຮງແຮມ ພູແມນ, ນະຄອນຫຼວງພະບາງ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າຫນ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໂດຍມີບັນດາຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ, ຕີມໍແລັດສະເຕ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.
ວັນທີ 25 ມັງກອນ 2024, ທີ່ ກະຊວງການຕ່າງປະເທດ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊູຢອນ ຄິມ (Soohyun Kim), ຫົວໜ້າຫ້ອງການປະຈໍາພາກພື້ນ ອົງການ ອຸຍແນັສ໌ໂກ ທີ່ ບາງກອກ, ເພື່ອເຮັດໜ້າທີ່ເປັນຜູ້ຕາງໜ້າຄົນໃໝ່ ຂອງ ອົງການ ອຸຍແນັສ໌ໂກ ປະຈໍາ ສປປ ລາວ.
ທ່ານ ໂພໄຊ ໄຂຄຳພິທູນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດໃຕ້ (ປະເທດກຳລັງພັດທະນາ) ຄັ້ງທີ 3 (Third South Summit), ເຊິ່ງຈັດຂື້ນໃນລະຫວ່າງວັນທີ 21-22 ມັງກອນ 2023, ທີ່ ນະຄອນຫຼວງກໍາປາລາ, ປະເທດ ອູກັນດາ, ພາຍໃຕ້ການເປັນປະທານຂອງ ທ່ານ ປະທານາທິບໍດີ ປະເທດອູກັນດາ ໂດຍມີບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ ແລະ ຜູ້ແທນຂັ້ນສູງຈາກປະເທດສະມາຊິກ ກຸ່ມ 77 ແລະ ຈີນ (Group 77 and China) ເຂົ້າຮ່ວມຫຼາຍກວ່າ 100 ປະເທດ ຈາກສະມາຊິກທັງໝົດ 134 ປະເທດ, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 (The 19th NAM Summit), ໃນລະຫວ່າງວັນທີ 19-20 ມັງກອນ ທີ່ຜ່ານມາ.