ໃນວັນທີ 31 ຕຸລາ 2016, ທີ່ ກະຊວງການຕ່າງປະເທດ, ທ່ານ ນ. ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນ. ຣີນາ ບິດເຕີ (Ms. Rina Bitter) ເອກອັກຄະລັດຖະທູດແຕ່ງຕັ້ງ ແຫ່ງ ສະຫະລັດ ອາເມລິກາ ຄົນໃໝ່ ປະຈຳ ສປປ ລາວ, ກ່ອນຈະຢືນສານຕາຕັ້ງຕໍ່ປະທານປະເທດ ແຫ່ງ ສປປ ລາວ.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະຊົມເຊີຍຕໍ່ທ່ານ ນາງ ຣີນາ ບິດເຕີ (Ms. Rina Bitter) ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ໃນໄລຍະການປະຕິບັດວຽກງານການທູດຂອງທ່ານຈະປະກອບສ່ວນເສີມສ້າງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດ ໃຫ້ນັບມື້ນັບຂະ ຫຍາຍຕົວດີຂຶ້ນ ແລະ ທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການດຳເນີນການຢ້ຽມຢາມຄັ້ງປະຫວັດສາດ ຂອງປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະລັດ ອາເມລິກາ ຢູ່ ສປປ ລາວ ທີ່ໄດ້ເປັນການເປີດສັງກາດໃໝ່ ທັງເປັນນິມິດໝາຍອັນດີ ໃຫ້ແກ່ການເພີ້ມທະວີ ການພົວພັນຮ່ວມມືລະຫວ່າງ ສອງປະເທດ ແລະ ປະຊາຊົນສອງຊາດ ລາວ-ອາເມລິກາ ໃນອະນາຄົດ.
ທ່ານ ນາງ ຣີນາ ບິດເຕີ ຍັງໄດ້ກ່າວວ່າ ໃນໄລຍະການປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານຈະຕັ້ງໜ້າປະຕິບັດປະກອບສ່ວນເຂົ້າໃນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນ.
ທ້າຍສຸດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ອວຍພອນໄຊໃຫ້ແກ່ທ່ານເອກອັກຄະລັດຖະທູດທັງສອງຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ການທູດຂອງຕົນຢູ່ສປປລາວ.