ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ກູບາ ສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 42 ປີ

KhPh Cuba42

ໃນ​ວັນ​ທີ 03 ພະຈິກ 2016, ທີ່​ ບ້ານ​ພັກ​ທູດ​ກູ​ບາ, ​ໄດ້​ຈັດ​ພິທີ​ສະ​ເຫລີ​ມສະຫລອງ​ ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງການ​ທູດ ລາວ-ກູ​ບາ ຄົບຮອບ 42 ປີ, ​ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ ທ່ານ ນາງ ຄຳ​ເຜົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ​ ນາງ Enna Viant Valdes, ອຸປະທູດກູບາປະຈຳສປປ ລາວ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ​ ນາງ Enna Viant Valdes ​ໄດ້​ກ່າວ​ວ່າ: ການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ກູບາ ຄົບຮອບ 42 ປີ ​ແມ່ນ​ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ແຫ່ງ ການພົວພັນ ແລະ ຮ່ວມມື ທີ່ີມີມູນເຊື້ອ ລະຫວ່າງ ສອງພັກສອງລັດຖະບານ ກໍຄືປະຊາຊົນສອງຊາດ ລາວ-ກູ​ບາ ທີ່ໄດ້ຮັບການປົກປັກຮັກສາ ເພີ່ມພູນຄູນສ້າງນັບຕັ້ງແຕ່ມື້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ເວລາໃດກໍໄດ້ຮັບການສະໜັບສະໜູນຊ່ວຍເຫລືອ​ເຊິ່ງກັນ ແລະ ກັນ ໃນທຸກດ້ານ ໃນເວທີສາກົນ.

ພ້ອມ​ດຽວ​ກັນ, ​ທ່ານ ນາງ ຄຳ​ເຜົາ ​ເອີນ​ທະ​ວັນ ກໍໄດ້​ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ ​ຕໍ່​ມູນເຊື້ອອັນດີງາມ ຂອງການພົວພັນຮ່ວມມືຊ່ວຍເຫລືອ​ເຊິ່ງກັນ ​ແລະ ກັນ ດັ່ງກ່າວ, ​ເພື່ອແນ່ໃສ່ໃຫ້ບັນດາພະນັກງານພາຍໃນ ກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ຂະແໜງການອ້ອມຂ້າງ ກໍາແໜ້ນແນວທາງການຕ່າງປະເທດ ຂອງພັກ-ລັດຖະບານ ໃນການປະກອບສ່ວນຮັດແໜ້ນ ແລະ ເພີ່ມທະວີການພົວພັນຮ່ວມມື ໃນດ້ານວຽກງານຕ່າງໆ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ກໍຄືສ້າງສັນບັນຍາກາດ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທັງໃນພາກພື້ນ ແລະ ສາກົນ.

News From KPL

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485858
ມື້ນີ້157
ມື້ວານ206
ອາທິດນີ້894
ເດືອນນີ້5163