ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ) ຈັດການແຂ່ງຂັນ ກິລາເປຕັງ ໃນໂອກາດສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 114 ປີ

   

  

  

20240329 MOFA 3 Orgs 1

20240329 MOFA 3 Orgs 4

20240329 MOFA 3 Orgs 3

  

  

ໃນວັນທີ 29 ມີນາ 2024, 3 ອົງການຈັດຕັ້ງມະຫາຊົນ (ແມ່ຍິງ, ຊາວໜຸ່ມ ແລະ ກຳມະບານ) ຂອງກະຊວງການຕ່າງປະເທດ ໄດ້ຈັດກິດຈະກຳແຂ່ງຂັນກິລາເປຕັງ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC) ເພື່ອເປັນການສ້າງຂະບວນການຊົມເຊີຍ ແລະ ສະເຫຼີມສະຫຼອງວັນສຳຄັນຕ່າງໆ ເປັນຕົ້ນ: ວັນແມ່ຍິງສາກົນ ຄົບຮອບ 114 ປີ (8 ມີນາ 1910-8 ມີນາ 2024) ແລະ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ  (ວັນທີ 22 ມີນາ 1955 - 22 ມີນາ 2024), ພ້ອມທັງ ເປັນການກະກຽມສ້າງກິດຈະກຳເພື່ອຂໍ່ານັບຮັບຕ້ອນກອງປະຊຸມ 3 ຂັ້ນ ຂອງ 3  ອົງການຈັດຕັ້ງ ແມ່ຍິງ, ຊາວໜຸ່ມ ແລະ ກໍາມະບານ ກໍຄື ກອງປະຊຸມໃຫຍ່ 3 ຂັ້ນ ຂອງອົງຄະນະພັກກະຊວງການຕ່າງປະເທດ.

    

  

  

20240329 MOFA 3 Orgs 2

   

   

ໃນພິທີດັ່ງກ່າວ, ທ່ານ ທອງຜ່ານ ສະຫວັນເພັດ, ຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດມີຄຳເຫັນກ່າວເປີດງານແຂ່ງຂັນ, ໂດຍໄດ້ສະແດງຄວາມຊົມເຊີຍຕໍ່ 3 ອົງການຈັດຕັ້ງມະຫາຊົນທີ່ໄດ້ຈັດກິດຈະກຳແຂ່ງຂັນກິລາໃນຄັ້ງນີ້ ເຊິ່ງນອກຈາກຈະເປັນການສ້າງຂະບວນການ ເພື່ອສະເຫຼີມສະຫຼອງ ແລະ ຕ້ອນຮັບວັນສຳຄັນຕ່າງໆແລ້ວ ຍັງເປັນການຮັດແໜ້ນ ແລະ ເຕົ້າໂຮມຄວາມສາມັກຄີ ລະຫວ່າງ ສະມາຊິກຂອງ 3 ອົງການຕັ້ງມະຫາຊົນ ກໍຄື ພະນັກງານພາຍໃນກະຊວງການຕ່າງປະເທດ.

  

  

  

20240329 MOFA 3 Orgs 5

   

  

 ກິດຈະກຳກິລາເປຕັ່ງຄັ້ງນີ້ ໄດ້ດຳເນີນໄປຢ່າງມີຄວາມໝາຍສຳຄັນ, ເປັນຂະບວນຟົດຟື້ນ ແລະ ສຳເລັດລົງ ດ້ວຍຜົນສຳເລັດອັນຈົບງາມ.

..................................................

  

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486552
ມື້ນີ້106
ມື້ວານ142
ອາທິດນີ້214
ເດືອນນີ້5857