ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ມາຣົກ ຄົບຮອບ 20 ປີ

 

20thLao-Marocco 20thLao-Marocco1

 

 

ໃນຕອນແລງຂອງ​ວັນ​ທີ 14 ມີນາ 2017, ທີ່​ ໂຮງແຮມ ລາວ ພລາຊາ, ​ໄດ້​ມີງານລ້ຽງຮັບຮອງ ເພື່ອ​ສະ​ເຫຼີມສະຫຼອງ​ ວັນ​ສ້າງ​ຕັ້ງສາຍ​ພົວພັນ​ທາງການ​ທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກມາຣົກ ຄົບຮອບ 20 ປີ ( 30/01/1997-30/01/2017), ເປັນກຽດ​ຂຶ້ນກ່າວຄຳເຫັນຕໍ່ພິທີ ໂດຍແມ່ນ ທ່ານ ນາງ ຄຳ​ເພົາ ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ທ່ານ ອັບເດລີລາ ເອລ ຮູສ໌ນີ ( Abdelilah El Housni ), ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກ ມາຣົກ​ ປະຈຳ​ ສປປ ລາວ ພ້ອມ​ດ້ວຍ​ແຂກ​ທີ່​ມີກຽດຖືກ​ເຊີນ​ ເຂົ້າ​ຮ່ວມ.

 

ໃນ​ໂອກາດ​ດັ່ງກ່າວ, ທັງສອງຝ່າຍ ໄດ້ສະແດງ​ຄວາມ​ຊົມເຊີຍ ແລະ ຕີ​ລາຄາ​ສູງ ​ຕໍ່​ມູນເຊື້ອອັນດີງາມ ໃນການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືຊ່ວຍເຫລືອ​ເຊິ່ງກັນ ​ແລະ ກັນ, ຊຶ່ງສະແດງອອກໃນການແລກປ່ຽນຢ້ຽມຢາມທາງການ ຂອງການນຳຂັ້ນສູງຂອງສອງປະເທດ ໃນໄລຍະຜ່ານມາ. ນອກຈາກນີ້, ທັງ​ສອງ​ຝ່າຍ ​ຍັງໄດ້​ຮ່ວມລົງ​ນາມ​ໃນ​ເອກະສານອະນຸ​ສັນຍາ ວ່າ​ດ້ວຍ ​ການ​ປຶກສາ​ຫາລື ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ ໃນປີ 2015 ແລະ ສ້າງຕັ້ງກຸງສຸນກິດຕິມະສັກ ມາຣົກ ປະຈຳ ສປປ ລາວ ໃນປີ 2016 ທີ່ຜ່ານມາອີກດ້ວຍ. ສອງປະເທດ ຍັງໄດ້ເຮັດວຽກຮ່ວມກັນ ແລະ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນດ້ານວຽກງານຕ່າງໆ ເພື່ອນຳເອົາຜົນປະໂຫຍດ ມາສູ່ປະຊາຊົນສອງຊາດ ກໍຄືສ້າງສັນບັນຍາກາດ ແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທັງໃນພາກພື້ນ ແລະ ສາກົນ.

 

 

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485858
ມື້ນີ້157
ມື້ວານ206
ອາທິດນີ້894
ເດືອນນີ້5163