ໃນວັນທີ 15 ພຶດສະພາ 2017, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີເຊັນສັນຍາ ເຊົ່າ-ຊື້ສິດນຳໃຊ້ທີ່ດິນ ແລະ ເຮືອນ ເປັນເວລາ 60 ປີ ໃຫ້ ລັດຖະບານ ສ. ເກົາຫຼີ ເພື່ອນຳໃຊ້ເຂົ້າວຽກງານການທູດຢູ່ ສປປ ລາວ, ຕາງໜ້າໃຫ້ລັດຖະບານ ສປປ ລາວ ໂດຍແມ່ນ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ລັດຖະບານ ສ. ເກົາຫຼີ ໂດຍແມ່ນ ທ່ານ Yun Kang-hyeon, ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ປະຈຳ ສປປ ລາວ.