ໃນຕອນບ່າຍຂອງວັນທີ 25 ພຶດສະພາ 2017, ທີ່ ສະຖານທູດອັງກິດ ປະຈຳ ສປປ ລາວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມເຊັນປື້ມໄຫວ້ອາໄລ ຕໍ່ກັບເຫດການສະຫຍອງຂວັນ ທີ່ເປັນຍ້ອນລະເບີດແຕກ, ໃນຕອນແລງ ວັນທີ 22 ພຶດສະພາ 2017, ທີ່ ເມືອງແມນເຊສ໌ເຕີ, ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ໂດຍມີເນື້ອໃນວ່າ:
“ພວກຂ້າພະເຈົ້າໄດ້ຮັບຊາບຂ່າວດ້ວຍຄວາມເສົ້າໂສກ ກ່ຽວກັບ ເຫດການສະຫຍອງຂວັນ ທີ່ເປັນຍ້ອນລະເບີດແຕກ, ທີ່ ເມືອງແມນເຊສ໌ເຕີ, ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ, ໃນຕອນແລງຂອງວັນທີ 22 ພຶດສະພາ 2017, ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ ແລະ ບາດເຈັບ59 ຄົນ.
ໃນນາມລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວ, ພວກຂ້າພະເຈົ້າ ຂໍສະແດງຄວາມເສົ້າສະຫຼົດໃຈ ແລະ ສະແດງຄວາມເຫັນໃຈ ຢ່າງສຸດຊຶ້ງ ມາຍັງລັດຖະບານ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແລະ ປະຊາຊົນອັງກິດ ກໍຄືຕໍ່ຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກເຫດການກະທຳຮຸນແຮງດັ່ງກ່າວ.
ສປປ ລາວ ກ່າວປະນາມຢ່າງແຂງແຮງຕໍ່ການກະທຳດັ່ງກ່າວຂອງກຸ່ມກໍ່ການຮ້າຍ ທີ່ຕ້ານກັບ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ແລະ ພ້ອມທີ່ຈະຮ່ວມມືກັບວົງຄະນະຍາດສາກົນ ໃນການຕໍ່ຕ້ານກັບການກໍ່ການຮ້າຍໃນທຸກຮູບແບບ.”