ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄຕພ

mop hup1 45

mop hup2 45

ໃນວັນທີ 07 ກໍລະກົດ 2017, ທີ່ ສູນ ICTC, ສະຖາບັນການຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດພິທີປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຈຳນວນ 50 ທ່ານ ( ໃນນີ້ ມີພະນັກງານເພດຍິງ 18 ທ່ານ ) ທີ່ໄດ້ສຳເລັດການຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ, ຊຸດທີ 1, ເຊິ່ງໄດ້ດຳເນີນມາແຕ່ວັນທີ 28 ເມສາເປັນຕົ້ນມາ ແລະ ສຳເລັດລົງໃນວັນທີ 07 ກໍລະກົດ 2017.  ໃຫ້ກຽດເຂົ້າຮ່ວມງານໃນຄັ້ງນີ້ ມີ ທ່ານ ແສງເພັດ ຮຸ່ງບຸນຍ່ວງ, ຮອງເລຂາຄະນະບໍລິຫານງານພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ຈອມແສງ ສະຫລີພົມ, ຫົວໜ້າກົມວິຊາການ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ບັນດາທ່ານຜູ້ຕາງໜ້າຈາກກົມຕ່າງໆ ຂອງ ກະຊວງການຕ່າງປະເທດ, ຄະນະພົວພັນການຕ່າງປະເທດສູນກາງພັກ, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ແລະ ນັກສຳມະນາກອນທັງໝົດຫຼາຍກວ່າ 100 ທ່ານ.

ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບລາຍງານຜົນສຳເລັດຂອງຊຸດຝືກອົບຮົມ ຈາກ ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດ, ເຊິ່ງທ່ານໄດ້ຍົກໃຫ້ເຫັນວ່າ:  ການຝືກອົບຮົມທິດສະດີການເມືອງ-ການປົກຄອງ ໃນຄັ້ງນີ້ ແມ່ນເປັນຄັ້ງທຳອິດສຳລັບຫຼັກສູດ 45 ວັນ ໂດຍ ຮ່ວມກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ໃນນັ້ນໄດ້ແບ່ງອອກເປັນ 5 ພາກວິຊາຮຽນຄື: 1). ພາກວິຊາ ປັດຊະຍາ, 2).  ພາກວິຊາ ເສດຖະສາດການເມືອງ ແລະ ຄຸ້ມຄອງເສດຖະກິດ, 3). ພາກວິຊາ ບໍລິຫານສາດ, 4). ພາກວິຊາ ລັດທິສັງຄົມນິຍົມວິທະຍາສາດ ແລະ 5) ພາກວິຊາ ກໍ່ສ້າງພັກ. ເນື້ອໃນຂອງການຝຶກອົບຮົມ ແມ່ນໄດ້ເນັ້ນໜັກໃສ່ຄວາມຮູ້ພື້ນຖານກ່ຽວກັບທິດສະດີສົມທຽບເອົາພຶດຕິກຳຕົວຈິງ ເພື່ອໃຫ້ສອດຄ່ອງກັບບົດຮຽນ ໂດຍແມ່ນ ອາຈານທີ່ມີປະສົບການໃນການສິດສອນພາຍໃນສະຖາບັນການເມືອງ - ການປົກຄອງ ແຫ່ງຊາດ ມາເປັນຜູ້ຖ່າຍທອດບົດຮຽນ. ຄະນະຮັບຜິດຊອບຊຸດຝຶກອົບຮົມດັ່ງກ່າວ ໄດ້ຕິດຕາມ ແລະ ປະເມີນຜົນການຮຽນ-ການສອນ ພ້ອມທັງສາມາດຕີລາຄາໄດ້ວ່າການຝຶກອົບຮົມໃນຄັ້ງ ນີ້ໄດ້ເພີ່ມຄວາມຮູ້ທາງດ້ານທິດສະດີການເມືອງ - ການປົກຄອງ ໃຫ້ແກ່ບັນດານັກສຳມະນາກອນ ໃນ ລະດັບທີ່ໜ້າເພິ່ງພໍໃຈ. 

ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານພິທີ ໄດ້ໃຫ້ກຽດໂອ້ລົມ ແລະ ມີຄຳເຫັນຕໍ່ພິທີປິດຊຸດຝຶກອົບຮົມດັ່ງກ່າວ, ເຊິ່ງທ່ານໄດ້ກ່າວສະແດງຄວາມຊົມເຊີຍຕໍ່ກັບຜົນສຳເລັດຂອງການຝຶກອົບຮົມ, ເນັ້ນໃຫ້ຜູ້ເຂົ້າຮັບການຝຶກອົບຮົມ ຕ້ອງກຳໄດ້ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ພ້ອມທັງນຳເອົາຄວາມຮູ້ທີ່ໄດ້ຝຶກອົບຮົມມານັ້ນ ນຳໃຊ້ເຂົ້າໃນການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ວິທີການນຳພາ ແລະ ແບບແຜນວິທີການເຮັດວຽກ ເພື່ອກ້າວໄປສູ່ການພັດທະນາກົມກອງຂອງຕົນໃຫ້ດີຍິ່ງຂຶ້ນ.

ນອກຈາກນີ້, ໃນຊ່ວງໄລຍະບັ້ນຝຶກອົບຮົມຜູ້ເຂົ້າຮຽນ ຍັງໄດ້ສ້າງຂະບວນການເຄື່ອນໄຫວກິດຈະກຳແຂ່ງຂັນກິລາເຕະບານມິດຕະພາບ 3 ຄັ້ງຮ່ວມກັບ ພະນັກງານສະຖາບັນການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ. ພ້ອມກັນນັ້ນ, ກໍໄດ້ໄປຢ້ຽມຢາມຫໍພິພິທະພັນກອງທັບປະຊາຊົນລາວ, ຫໍພິພິທະພັນປະທານໄກສອນພົມວິຫານແລະທັດສະນະສຶກສາ ທີ່ ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ເພື່ອຮັດແໜ້ນຄວາມສາມັກຄີ ລະຫວ່າງ ຄູອາຈານ ແລະ ຜູ້ເຂົ້າຮັບການຝຶກອົບຮົົມ ໃຫ້ແໜ້ນແຟ້ນກວ່າເກົ່າ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485868
ມື້ນີ້167
ມື້ວານ206
ອາທິດນີ້904
ເດືອນນີ້5173