ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ຜົນກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ”

sp vv

    ໃນວັນທີ 27 ກຸມພາ 2018 ທີ່ ເມືອງວັງວຽງ, ແຂວງວຽງຈັນ, ໄດ້ມີການຈັດກອງປະຊຸມສໍາມະນາ ເຜີຍແຜ່ ຜົນການຮ່ວມມືພາກພືື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ເຜີຍແຜ່ຜົນຂອງກອງປະຊຸມປຶກສາຫາລືຂັ້ນສູງວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ຄັ້ງທີ 2, ຊຶ່ງໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ດາວເຮືອງ ນັນທະວົງ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງ ແຂວງວຽງຈັນ ແລະ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມນີ້ຍັງມີຜູ້ເຂົ້າຮ່ວມຈາກບັນດາກະຊວງ/ຂະແໜງການຕ່າງໆ ແລະ ອໍານາດການປົກຄອງທ້ອງຖິ່ນຂອງ 7 ແຂວງ (ແຂວງ ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ, ວຽງຈັນ,​ ບໍລິຄໍາໄຊ ແລະ ນະຄອນຫຼວງວຽງຈັນ) ລວມທັງໝົດ 230 ທ່ານ.

ກອງປະຊຸມສຳມະນາໃນຄັ້ງນີ້ ແມ່ນໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ໂດຍພະນະທ່ານ ບຸນຍັງ ວໍລະຈິດ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມໃນຕົ້ນເດືອນ ພຶດສະພາ 2017 ທີ່ຜ່ານມາ ເພື່ອໃຫ້ບັນດາພະນັກງານຈາກກະຊວງ/ຂະແໜງການຕ່າງໆ ແລະ ອຳນາດການປົກຄອງທ້ອງຖີ່ນຂອງ 7 ແຂວງ ໄດ້ຮັບຟັງ ແລະ ເຂົ້າໃຈແຈ້ງຕື່ມ ຕໍ່ແນວທາງການເຊື່ອມໂຍງພາກພື້ນ ແລະ ສາກົນຂອງ ສປປ ລາວ. ພ້ອມດຽວກັນນັ້ນ, ກໍ່ຍັງໄດ້ມີການແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບ ກາລະໂອກາດ ແລະ ສິ່ງທ້າທາຍຂອງການເຊື່ອມໂຍງເຂົ້າໃນ ຍຸດທະສາດ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ. ນອກຈາກນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ແຈ້ງສະພາບການທີ່ພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ໃນປະຈຸບັນ ທີ່ມີການປ່ຽນແປງຢ່າງວ່ອງໄວ ລວມທັງສິ່ງທ້າທ້າຍຂອງ ສປປ ລາວ ໃນການເຂົ້າຮ່ວມຂະບວນວິວັດແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນໃນອະນາຄົດ.

ກອງປະຊຸມເວທີປຶກສາຫາລືຂັ້ນສູງ ວ່າດ້ວຍການຮ່ວມມືສາກົນ ໜຶ່ງ​ແລວ​ ໜຶ່ງ​ເສັ້ນທາງ ຄັ້ງທີ 3 ຈະຈັດຂື້ນໃນເດືອນ ເມສາ 2018.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490479
ມື້ນີ້32
ມື້ວານ213
ອາທິດນີ້4
ເດືອນນີ້3872