ໃນວັນທີ 10 ພຶດສະພາ 2024, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ນຳພາຄະນະ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 30 ທີ່ ຈາກາກຕາ, ອິນໂດເນເຊຍ ພາຍໃຕ້ການເປັນປະທານຮ່ວມ ມຽນມາ ແລະ ສປ ຈີນ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການຮ່ວມມື ອາຊຽນ-ຈີນ ໃນຊຸມປີຜ່ານມາ ແລະ ໄດ້ປຶກສາຫາລື ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນຮ່ວມມື ໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານ ອາຊຽນ-ຈີນ ໃນຊຸມປີຕໍ່ໜ້າ.