ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ເຄື່ອນໄຫວເຮັດວຽກ ທີ່ ດ່ານສາກົນລານຕຸ້ຍ, ເມືອງຍອດອູ, ແຂວງຜົ້ງສາລີ

   

  

  

20240508 BD PSL

  

  

 

ໃນວັນທີ 8 ພຶດສະພາ 2024, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ໄດ້ລົງເຄື່ອນໄຫວພົບປະເຮັດວຽກຮ່ວມກັບ ທ່ານ ຄໍາເຫຼັກ ໃຈອີສານ, ຮອງເຈົ້າແຂວງໆຜົ້ງສາລີ, ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງແຂວງຜົ້ງສາລີ, ເພື່ອຮ່ວມກັນລົງກວດກາ, ເກັບກຳຂໍ້ມູນ ແລະ ປະຊຸມປຶກສາຫາລື ກ່ຽວກັບ ຄວາມພ້ອມຂອງດ່ານສາກົນລານຕຸ້ຍ, ເມືອງຍອດອູ, ແຂວງຜົ້ງສາລີ ເພື່ອກະກຽມຄວາມພ້ອມໃນການເປີດເປັນດ່ານສາກົນຢ່າງສົມບູນແບບ.

  

ການລົງໄປກວດກາ, ເກັບກໍາຂໍ້ມູນຂອງເຈົ້າໜ້າທີ່ເບື້ອງລາວ ຢູ່ດ່ານດັ່ງກ່າວໃນຄັ້ງນີ້ ເປັນການປະຕິບັດຕາມກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ; ດໍາລັດວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ສະບັບເລກທີ 558/ລບ, ລົງວັນທີ 31 ທັນວາ 2018 ພາກທີ II  ມາດຕາ 9, 10, 11, 13, 14  ແລະ 16  ແລະ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 267/ຫສນຍ, ລົງວັນທີ 27 ກຸມພາ 2023 ເຫັນດີອະນຸມັດໃຫ້ບໍລິການດ່ານສາກົນລານຕຸ້ຍ, ເມືອງຍອດອູ, ແຂວງຜົ້ງສາລີ ຕາມການສະເໜີຂອງກະຊວງການຕ່າງປະເທດ ສືບຕໍ່ປັບປຸງໂຄງລ່າງພື້ນຖານ ເພື່ອເປີດເປັນດ່ານສາກົນຢ່າງສົມບູນແບບ. ຊຶ່ງດ່ານດັ່ງກ່າວເປັນດ່ານຊາຍແດນ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກັບ ສາທະລະນະລັດ ປະຊາຊົນຈີນ, ມີເສັ້ນຊາຍແດນ ລະຫວ່າງ ລາວ-ຈີນ ຕັດຜ່ານ, ມີຫຼັກໝາຍຊາຍແດນ ລາວ-ຈີນ ເລກທີ 7 ຕັ້ງຢູ່ບໍລິເວນດ່ານ, ຕັ້ງຢູ່ທິດຕາເວັນອອກຂອງເສັ້ນທາງບ້ານຫວຍອາຍ, ເມືອງຍອດອູ, ແຂວງຜົ້ງສາລີ, ສປປ ລາວ ແລະ ບ້ານປ່າຄາ, ສປ ຈີນ, ມີຄວາມສູງ 1024.9 ແມັດ.

  

ຜ່ານການລົງສໍາຫຼວດ, ເກັບກໍາຂໍ້ມູນຢູ່ພື້ນທີ່ຕົວຈິງເຫັນວ່າດ່ານດັ່ງກ່າວເປັນຈຸດຍຸດທະສາດໃນການເຂົ້າ-ອອກດ່ານຊາຍແດນ ລະຫວ່າງ ສອງປະເທດ ແລະ ປະເທດທີສາມ, ເປັນປະຕູສູ່ຄວາມສີວິໄລ, ຊຶ່ງມີຄວາມສໍາຄັນໃນການປະກອບສ່ວນອຳນວຍຄວາມສະດວກຂອງການບໍລິການການຂົນສົ່ງສິນຄ້າ, ຜູ້ໂດຍສານ, ຍານພາຫະນະຕ່າງໆ, ນັກທ່ອງທ່ຽວ, ການເຂົ້າ-ອອກຂອງປະຊາຊົນ, ເປັນຈຸດທີ່ຈະສາມາດດຶງດູດນັກລົງທຶນເຂົ້າມາລົງທຶນໃນການພັດທະນາບໍລິເວນຊາຍແດນ ເພື່ອປະກອບສ່ວນສ້າງສາຍພົວພັນອັນດີ, ມິດຕະພາບທີ່ດີທີ່ມີມູນເຊື້ອມາຍາວນານ ຕາມທິດ 4 ດີ, ບັນດາປະເທດໃນພາກພື້ນ ແລະ ສາກົນ, ແນໃສ່ເຮັດໃຫ້ການພັດທະນາເສດຖະກິດ ສັງຄົມແຫ່ງຊາດໃຫ້ມີການຂະຫຍາຍຕົວ ແລະ ຍືນຍົງ, ໂດຍສະເພາະຊີວິດການເປັນຢູ່ຂອງປະຊາຊົນແຂວງຜົ້ງສາລີ ກໍຄືປະຊາຊົນລາວ ບັນດາເຜົ່າໃຫ້ມີຄວາມສົມບູນພູນສຸກຂຶ້້ນໄປເລື້ອຍໆ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ມີຄວາມຮຸ່ງເຮືອງສີວິໄລ. ອີງຕາມການລາຍງານຂອງແຂວງຜົ້ງສາລີ ມາເຖິງປັດຈຸບັນເຫັນວ່າພື້ນຖານໂຄງລ່າງຂອງດ່ານ ໂດຍສະເພາະແຜນຜັງລວມຂອງດ່ານ, ເສັ້ນທາງຄົມມະນາຄົມມີຄວາມສະດວກ, ລານຈອດລົດຂົນສົ່ງສິນຄ້າ ກວ້າງຂວາງ ສາມາດຮອງຮັບລົດບັນທຸກຂົນສົ່ງສິນຄ້າໄດ້ຫຼາຍຮ້ອຍຄັນຕໍ່ມື້, ມີຕຶກອາຄານຫ້ອງການຂອງຂະແໜງການຕ່າງໆຂອງເຈົ້າໜ້າທີ່ກວດກາຄົນເຂົ້າ-ອອກເມືອງ, ເຈົ້າໜ້າທີ່ພາສີ ແລະ ຂະແໜງການອື່ນ, ເຮືອນພັກພະນັກງານ, ລະບົບໄຟຟ້າ, ນໍ້າປະປາ ແລະ ດ້ານອື່ນໆເຫັນວ່າມີຄວາມພ້ອມແລ້ວ.

  

ໃນກອງປະຊຸມປຶກສາຫາລື ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບຟັງການລາຍງານກ່ຽວກັບ ສະພາບການຈັດຕັ້ງປະຕິບັດໜ້າທີ່ຂອງຄະນະຄຸ້ມຄອງດ່ານໃນໄລຍະຜ່ານມາ ພ້ອມທັງຮັບຟັງການປະກອບຄວາມຄິດເຫັນຂອງບັນດາຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ທ້ອງຖິ່ນ ແລະ ກອງປະຊຸມກໍເຫັນດີເປັນເອກະພາບໃຫ້ມີການເປີດດ່ານດັ່ງກ່າວຄືນໃໝ່ ເພື່ອເຮັດໃຫ້ການພົວພັນ, ການຄ້າຂາຍ, ການຂົນສົ່ງສິນຄ້າ, ການທ່ອງທ່ຽວ, ການໄປມາຫາສູ່ຂອງປະຊາຊົນ ລະຫວ່າງ ສອງປະເທດໄດ້ສືບຕໍ່ນັບມື້ດີຂຶ້ນໄປເລື້ອຍໆ.ພາຍຫຼັງທີ່ມີການປີດດ່ານໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ໃຫ້ທິດຊີ້ນຳ ກ່ຽວກັບ ການກະກຽມຄວາມພ້ອມຂອງການເປີດດ່ານດັ່ງກ່າວຂຶ້ນເປັນດ່ານສາກົນຢ່າງສົມບຸນແບບ ແລະ ເປັນຮູບປະທໍາຄືນໃໝ່. ສະນັ້ນ, ສະເໜີໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ແຂວງ ໃຫ້ມີການປະສານສົມທົບກັນໂດຍໄວ ເພື່ອກະກຽມປັບປຸງບູລະນະພື້ນຖານໂຄງລ່າງຂອງດ່ານຈໍານວນໜຶ່ງທີ່ເຫັນວ່າຍັງບໍ່ໄດ້ຕາມເງື່ອນໄຂ, ເພີ່ມຈໍານວນບຸກຄະລາກອນຂອງແຕ່ລະຂະແໜງການຄົບຕາມລະບຽບການ, ປະກອບເຄື່ອງມືອຸປະກອນຮັບໃຊ້ ແລະ ດ້ານອື່ນໆໃຫ້ຄົບຖ້ວນຕາມມາດຕະຖານທີ່ໄດ້ກຳນົດໄວ້ໃນດຳລັດ 558/ລບ ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ເພື່ອເຮັດໃຫ້ການບໍລິການ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆຢູ່ດ່ານດັ່ງກ່າວໃຫ້ມີປະສິດທິຜົນສູງ ແລະ ຮັບປະກັນການປະຕິບັດໜ້າທີ່ວຽກງານ ເພື່ອສະເໜີເປີດເປັນດ່ານສາກົນຮ່ວມກັນຄືນໃໝ່.

  

  

 

  

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490711
ມື້ນີ້31
ມື້ວານ233
ອາທິດນີ້236
ເດືອນນີ້4104