ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືຮ່າງກົດໝາຍວ່າດ້ວຍສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ຢູ່ ຕ່າງປະເທດ

 

Treaty

ໃນ​ວັນ​ທີ 26 ກຸ​ມພາ - 02 ມີນາ​ 2018 ທີ່ຜ່ານມາ, ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມປຶກສາ​ຫາລື​ຮ່າງ​ກົດໝາຍ​ ວ່າ​ດ້ວຍ ສຳນັກງານ​ຜູ້ຕາງໜ້າ ​ແຫ່ງ ສປປ ລາວ ຢູ່ຕ່າງປະເທດ, ຢູ່ທ່າລາດ, ເມືອງແກ້ວອຸດົມ, ​ແຂວງ​ວຽງ​ຈັນ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ​ທ່ານ ນາງ ຄຳ​ເພົາ ​ເອີນ​ທະ​ວັນ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງຄະນະ​ຮັບຜິດຊອບ​ຊີ້ນຳລວມໃນການສ້າງ​ກົດໝາຍ​ດັ່ງກ່າວ, ຜູ້ຕາງໜ້າ​ຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງພາຍໃນ, ຫ້ອງວ່າການສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຄະນະພົວພັນຕ່າງປະເທດສູນກາງພັກ, ອົງການກວດກາລັດຖະບານ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ລວມປະມານ 80 ກວ່າທ່ານ.

ການຈັດກອງ​ປະຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ລະດົມ​ຄໍາຄິດເຫັນໃສ່​ຮ່າງ​ກົດໝາຍ​ດັ່ງ​ກ່າວໃຫ້ມີ​​ເນື້ອ​​ໃນລະອຽດ, ຈະແຈ້ງ, ສອດຄ່ອງກັບສະພາບຄວາມເປັນຈິງຂອງ ສປປ ລາວ, ຄວາມຮຽກຮ້ອງຕ້ອງການໃນການພັດທະນາວຽກງານການທູດລາວ, ຫຼັກການ ແລະ ພາກປະຕິບັດຂອງສາກົນ ກ່ອນຈະນໍາ​ໄປ​ທາ​ບທາມຄໍາຄິດເຫັນນໍາບັນດາອົງການຂັ້ນສູນກາງ, ອົງການປົກຄອງຂັ້ນແຂວງ, ສະພາປະຊາຊົນຂັ້ນແຂວງໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ພ້ອມທັງເອົາລົງໃນຈົດໝາຍເຫດທາງລັດຖະການຢູ່ກະຊວງຍຸຕິທຳ ແລະ ເວບໄຊຂອງກະຊວງການຕ່າງປະເທດ ເພື່ອທາບທາມຄໍາຄິດເຫັນຂອງສາທາລະນະຊົນຢ່າງກ້ວາງຂວາງ. ກະຊວງການຕ່າງປະເທດ ມີແຜນສະເໜີຮ່າງກົດໝາຍສະບັບນີ້ ເຂົ້າ​ພິຈາລະນາຢູ່ກອງປະຊຸມລັດຖະບານໃນເດືອນ ມິຖຸນາ ຫຼື ກໍລະກົດ 2018 ແລະ ນໍາເຂົ້າພິຈາລະນາຢູ່​ກອງ​ປະຊຸມ​ສະພາ​ແຫ່ງ​ຊາ​ດ ໃນ​ເດືອ​ນ ຕຸລາ​ 2018. ກົດໝາຍ​ສະບັບນີ້ ເມືອຖືກຮັບຮອງແລ້ວ ຈະເປັນກົດໝາຍສຳຄັນສຳລັບການທູດລາວ ຊຶ່ງຈະເປັນ​ອີກບາດກ້າວ​ໜຶ່ງ​ໃນ​ການ​ພັດທະນາ​ລະບົບ​ນິຕິ​ກຳຂອງຂະ​ແໜງ​ການ​ຕ່າງປະ​ເທດ.

ກົດໝາຍສະບັບນີ້ຈະກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ຕ່າງປະເທດ ເຊິ່ງລວມມີສະຖານເອກອັກຄະລັດຖະທູດ, ສຳນັກງານຜູ້ຕາງໜ້າຖາວອນ ປະຈຳ ອົງການຈັດຕັ້ງສາກົນ, ສະຖານກົງສຸນໃຫຍ່ຂອງ ສປປ ລາວ ເພື່ອຮັບປະກັນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490474
ມື້ນີ້27
ມື້ວານ213
ອາທິດນີ້1673
ເດືອນນີ້3867