ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການປິດຝຶກອົບຮົມວຽກງານການຕ່າງປະເທດ ສຳລັບ ພະນັກງານກະຊວງການຕ່າງປະເທດ, ບັນດາກະຊວງ ແລະ ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຊຸດທີ I

 

IFATraining1 IFATraining2 IFATraining3

 

ໃນວັນທີ 07 ມີນາ 2018, ທີ່ ສູນ ICTC ໄດ້ມີພິທີປິດຊຸດຝຶກອົບຮົມ ວຽກງານການຕ່າງປະເທດ ສໍາລັບພະນັກງານກະຊວງການຕ່າງປະເທດ, ບັນດາກະຊວງ-ຂະແໜງການອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ຊຸດທີ I ຂື້ນ,ໂດຍການໃຫ້ກຽດເປັນປະທານ ຂອງ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງເລຂາຄະນະພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ການເຂົ້າຮ່ວມຂອງຫົວໜ້າກົມ, ຮອງກົມ, ນັກວິທະຍາກອນ, ແຂກຖືກເຊີນຈາກກະຊວງການຕ່າງປະເທດ ແລະ ຜູ້ເຂົ້າຮັບການຝຶກອົບຮົມລວມທັງໝົດ 100 ກວ່າທ່ານ, ການຝຶກອົບຮົມ ແມ່ນເປັນການຈັດຕັ້ງປະຕິບັດມະຕິຂອງຄະນະພັກກະຊວງການຕ່າງປະເທດ ແນໃສ່ຜັນຂະຫຍາຍຜົນຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13,ກ່ຽວກັບການບໍາລຸງກໍ່ສ້າງພະນັກງານ, ເພື່ອເພີ່ມຄວາມຮູ້ໃຫ້ເຂົາເຈົ້າມີຄວາມຊໍານານງານ ແລະ ມີຄວາມສາມາດດ້ານວິຊາສະເພາະຫຼາຍຂຶ້ນກວ່າເກົ່າ, ເຊິ່ງຊຸດຝຶກອົບຮົມໄດ້ດຳເນີນໄປເປັນເວລາ7ວັນ, ນັບແຕ່ວັນທີ26 ກຸມພາ2018 ເປັນຕົ້ນມາ, ເຊີ່ງມີຜູ້ເຂົ້າຮັບການຝຶກອົບຮົມ ທີ່ມາຈາກກະຊວງ,ຂະແໜງການອ້ອມຂ້າງສູນກາງແລະທ້ອງຖີ່ນທົ່ວປະເທດທັງໝົດ53 ທ່ານ, ຍິງ25 ທ່ານ, ຈາກ 33 ພາກສ່ວນ.

ໃນພິທີ, ທ່ານ ທ່ຽງ ບຸບຜາ, ຫົວໜ້າສະຖາບັນການຕ່າງປະເທດ, ໄດ້ຂື້ນກ່າວສະຫຼຸບລາຍງານຜົນສຳເລັດຂອງການຝຶກອົບຮົມຕະຫຼອດໄລຍະ 7 ວັນທີ່ຜ່ານມາ, ເຊິ່ງເປັນໂອກາດອັນດີທີ່ພະນັກງານທຸກທ່ານໄດ້ມີໂອກາດຮຽນຮູ້ວຽກງານທາງດ້ານທິດສະດີ, ປະສົບການຕົວຈີງ ແລະ ວຽກງານວິຊາສະເພາະການຕ່າງປະເທດ ໃນກອບການຮ່ວມມືສອງຝ່າຍ-ຫຼາຍຝ່າຍທີ່ຈຳເປັນເຊັ່ນ: ປະຫວັດສາດການພົວພັນການທູດ ແລະ ແນວທາງການຕ່າງປະເທດ ຂອງພັກປະຊາຊົນປະຕິວັດລາວ; ວຽກອາຊຽນ; ການພົວພັນຄົນເຊື້ອຊາດລາວຢູ່ຕ່າງປະເທດ; ສະພາບການພາກພື້ນ ແລະ ສາກົນ; ວຽກສິດທິມະນຸດ-ປະຊາທິປະໄຕ, ວຽກຊາຍແດນ; ພິທີການ, ກົງສຸນ ແລະ ອື່ນໆ.ນອກນັ້ນ, ການເຂົ້າຮັບຝຶກອົບຮົມຂອງພະນັກງານທີ່ເຮັດວຽກພົວພັນຕ່າງປະເທດຂອງກະຊວງ-ຂະແໜງການໃນທົ່ວປະເທດຄັ້ງນີ້, ເຮັດໃຫ້ເຂົາເຈົ້າໄດ້ມີໂອກາດພົບປະແລກປ່ຽນບົດຮຽນປະສົບການຮ່ວມກັນ, ເພື່ອເຮັດໃຫ້ຂອດປະສານງານພາຍໃນມີອັນຄ່ອງຕົວຂຶ້ນຕື່ມ.

ໃນຕອນທ້າຍຂອງພິທີ, ທ່ານ ແສງເພັດ ຮຸ່ງບຸນຍວງ, ໄດ້ໃຫ້ກຽດໂອ້ລົມ, ເຊິ່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດການຈັດຕັ້ງຊຸດຝຶກອົບຮົມ ແລະ ໃຫ້ທິດຊີ້ນຳແກ່ຜູ້ເຂົ້າຮັບການຝຶກອົບຮົມ ຈົ່ງເອົາໃຈໃສ່ ແລະ ສືບຕໍ່ນຳເອົາຄວາມຮູ້ທີ່ໄດ້ຈາກການຝຶກອົບຮົມຄັ້ງນີ້ ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າໃນໜ້າທີ່ວຽກງານຂອງຕົນ ເພື່ອຍາດແຍ່ງການພົວພັນຮ່ວມມືກັບສາກົນ, ສະກັດກັ້ນ ແລະ ຕ້ານທຸກປະກົດການຫຍໍ້ທໍ້ທີ່ອາດເກີດຂຶ້ນເພື່ອພ້ອມກັນປະຕິບັດແນວທາງການຕ່າງປະເທດຂອງພັກປະຊາຊົນປະຕິວັດລາວໃຫ້ມີຜົນສຳເລັດເປັນກ້າວໆມາ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490473
ມື້ນີ້26
ມື້ວານ213
ອາທິດນີ້1672
ເດືອນນີ້3866