ວັນທີ 07-08 ມີນາ 2018, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (ASEAN Senior Officials’ Meeting) ແລະ ກອງປະຊຸມປຶກສາຫາລືຮ່ວມ (Joint Consultative Meeting - JCM), ທີ່ ສິງກະໂປ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ໄດ້ທົບທວນການຈັດຕັ້ງປະຕິບັດບັນດາຂໍ້ສະເໜີແນະຕ່າງໆຂອງຄະນະສະເພາະກິດລະດັບສູງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ກອງເລຂາອາຊຽນ ແລະ ທົບທວນຄືນ ບັນດາອົງກອນຂອງອາຊຽນ ຊຶ່ງເຫັນວ່າມາຮອດປະຈຸບັນ ແມ່ນມີຄວາມຄືບຫນ້າ. ກອງປະຊຸມ ໄດ້ສືບຕໍ່ປຶກສາຫາລື ການຮ່າງເອກະສານບູລິມະສິດ ສໍາລັບການເປັນປະທານອາຊຽນ ຂອງ ສິງກະໂປ ທີ່ຈະຮັບຮອງເອົາໃນໂອກາດກອງປະຊຸມສຸດຍອດອາຊຽນ ຄັ້ງທີີ 32 ເດືອນ ເມສາ ນີ້ີ ໂດຍສະເພາະແມ່ນ ການສ້າງເຄືອຂ່າຍຕົວເມືອງພັດທະນາອາຊຽນ, ການສ້າງຄວາມເຂັ້ມແຂງ ແລະ ນະວັດຕະກໍາອາຊຽນ, ແລະ ການຮ່ວມມືດ້ານຄວາມຫມັ້ນຄົງທາງຄອມພິວເຕີ. ພ້ອມນີີ້, ກອງປະຊຸມກໍໄດ້ປຶກສາຫາລື ກ່ຽວກັບ ການພົວພັນຮ່ວມມືກັບພາຍນອກ ໂດຍສະເພາະແມ່ນ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ-ອົດສະຕຣາລີ ສະໄຫມພິເສດ, ຊຶ່ງຈະຈັດຂຶ້ນໃນວັນທີ 17-18 ມີນາ 2018, ທີ່ ຊິດນີ, ອົດສະຕຣາລີ, ແລະ ການຮ່ວມມື ລະຫວ່າງ ອາຊຽນ ກັບ ບັນດາຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາ ທີ່ອາຊຽນໄດ້ມອບສະຖານະພາບໃຫ້ ໃນຊຸມປີຜ່ານມາ.
ກອງປະຊຸມປຶກສາຫາລືຮ່ວມ ໂດຍມີການເຂົ້າຮ່ວມຂອງບັນດາຫົວໜ້າເຈົ້າຫນ້າທີ່ອາວຸໂສຮັບຜິດຊອບເສົາຄໍ້າ ປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ເສົາຄ້ຳປະຊາຄົມເສດຖະກິດອາຊຽນ ແລະ ເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຂອງປະເທດສະມາຊິກອາຊຽນ ໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 32 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງຈະຈັດຂຶ້ນໃນວັນທີ 25-28 ເມສາ 2018, ທີ່ ສິງກະໂປ. ໃນນີ້, ກອງປະຊຸມໄດ້ຜ່ານບັນດາເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ ຊຶ່ງຄາດວ່າຈະມີ 11 ສະບັບ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງລາຍງານ ກ່ຽວກັບ ການຈັດຕັ້ງປະຕິບັດແຜນແມ່ບົດການເຊື່ອມຈອດອາຊຽນ 2025, ການເຂົ້າປັນສະມາຊິກອາຊຽນຂອງ ຕີມໍ ເລສເຕ່, ຄວາມຄືບຫນ້າໂຄງການສ້າງອາຄານເພີີ້ມອີກ 1 ຫລັງ ໃຫ້ແກ່ກອງເລຂາ ແລະ ບັນດາຫນ້າວຽກທີີ່ກວມລວມຫລາຍເສົາຄ້ຳ. ໃນຕອນທ້າຍ, ກອງປະຊຸມຍັງໄດ້ຮັບຮອງເອົາ ພາລະບົດບາດຂອງກອງປະຊຸມປຶກສາຫາລືຮ່ວມສະບັບປັບປຸງ ແນໃສ່ສົ່ງເສີມບົດບາດກອງປະຊຸມປຶກສາຫາລືຮ່ວມ ໃຫ້ເຂັ້ມແຂງກວ່າເກົ່າ.