ໃນວັນທີ 5 ມິຖຸນາ2018 ທີ່ ສິງກະໂປ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນຂອງ ສປປ ລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ພາຍໃຕ້ການເປັນປະທານຂອງ ສິງກະໂປ.
ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນຄັ້ງນີ້ ໄດ້ປຶກສາຫາລື ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ ຊຶ່ງລວມມີ ບູລິມະສິດສຳລັບການເປັນປະທານອາຊຽນ ຂອງສິງກະໂປ ສຳລັບປີ 2018, ການພົວພັນ ແລະ ຮ່ວມມືກັບພາຍນອກ ເປັນຕົ້ນແມ່ນ ການສະໝັກເຂົ້າເປັນຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຂະແໜງການອາຊຽນ ແລະ ການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສຽງໃຕ້ ຂອງບັນດາປະເທດນອກພາກພື້ນອາຊຽນ. ພ້ອມດຽວກັນນີ້, ກອງປະຊຸມ ກໍໄດ້ປຶກສາຫາລື ເພື່ອກະກຽມໃຫ້ແກ່ບັນດາກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 51 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ກັບ ບັນດາຄູ່ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ບວກ ສາມ ຄັ້ງທີ 14, ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 8 ແລະ ກອງປະຊຸມເວທີພາກພື້ນອາຊຽນ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນເດືອນ ສິງຫາ 2018 ທີ່ ສິງກະໂປ.
ພາຍຫຼັງກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ ພ້ອມດ້ວຍຄະນະ ກໍສືບຕໍ່ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ບວກ ສາມ, ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງ ກອງປະຊຸມສຸດຍອດອາຊີຕາເວັນອອກ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສເວທີພາກພື້ນອາຊຽນ ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ໃນວັນທີ 6-8 ມິຖຸນາ 2018.