ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ຄັ້ງທີ 24 ທີ່ ສິງກະໂປ

    ພາຍຫຼັງ​ເຂົ້າຮ່ວມ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ ​ແລະ ກອງ​ປະຊຸມອື່ນໆ​ທີ່​ກ່ຽວຂ້ອງ​ ທີ່ ສິງກະ​​ໂປ, ໃນວັນທີ 8 ມິຖຸນາ 2018, ທ່ານ ທອງ​ຜ່ານ ສະຫວັນ​ເພັດ, ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ທັງ​ເປັນ​ຫົວໜ້າ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນຂອງ ສປປ ລາວ ​ໄດ້​ສືບຕໍ່ນຳພາ​ຄະນະ​ຜູ້​ແທນ​ລາວ​ເຂົ້າຮ່ວມ​ກອງ​ປະຊຸມ​ເຈົ້າໜ້າທີ່​ອາວຸ​ໂສ​ອາຊຽນ-ຈີນ ຄັ້ງ​ທີ 24 ພາຍໃຕ້ການເປັນປະທານຮ່ວມຂອງສິງກະໂປ ແລະ ສປ ຈີນ ​ເພື່ອ​ທົບ​ທວນຄືນ​ການ​ຮ່ວມ​ມື​ອາຊຽນ-ຈີນ ​ໃນ​​ໄລຍະ​ຜ່ານ​ມາ ​ແລະ ວາງ​ທິດ​ທາງ​ການ​ຮ່ວມ​ມື​ສຳລັບ​ຊຸມ​ປີຕໍ່ໜ້າ.

          ກອງ​ປະຊຸມ​ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່ຜົນ​ຂອງ​ການຈັດຕັ້ງຜັນ​ຂະຫຍາຍ​​ບັນດາ​ຄຳ​ຕົກລົງ​ຂ​ອງຜູ້ນຳ​ ອາຊຽນ-ຈີນ ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ-ຈີນ ຄັ້ງທີ 20 ທີ່​ໄດ້​ຈັດ​ຂຶ້ນ​ໃນ​ເດືອນ​ພະຈິກ 2017 ຢູ່ ຟີ​ລິບ​ປິນ, ​​ໂດຍ​ສະ​ເພາະ​ແມ່ນ​ຄວາມ​ຄືບໜ້າຂອງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ, ການ​ລົງທຶນ ​ແລະ ການ​ໄປມາຫາສູ່​ລະຫວ່າງປະຊາຊ​ົນ ​ເຊິ່ງ​​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ຕໍ່​ເນື່ອງ​. ອາຊຽນ ​ແລະ ຈີນ ​ເປັນ​ຄູ່​ຄ້າ​ທີ່​ສຳຄັນ​ໃຫ້​ແກ່​ກັນ ​ແລະ ກັນ, ​ໃນ​ນັ້ນ ຈີນ ​ເປັນ​ຄູ່​ຄ້າ​ໃຫຍ່​ອັນ​ດັບໜຶ່ງ ​ແລະ ທັງ​ເປັນ​ຜູ້​ລົງທຶນ​ໃຫຍ່​ອັນ​ດັບ 4 ຂອງ​ອາຊຽນ. ນອກ​ຈາກນັ້ນ, ກອງ​ປະຊຸມ ຍັງ​ໄດ້​ປຶກ​ສາ​ຫາລື ກ່ຽວກັບ​ກິດຈະກຳ​ຕ່າງໆ ​ເພື່ອສະ​ເຫຼີມສະຫຼອງການ​ເປັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາຊຽນ-ຈີນ ຄົບຮອບ 15 ປີ ​​ແລະ ຜັນ​ຂະຫຍາຍປີ​ນະ​ວັດຕະ​ກຳ​ອາຊຽນ-ຈີນ ​ໃນ​ປີ 2018 ນີ້ ພ້ອມ​ທັງ​​ຮັບ​ຊາບ​ຂໍ້​ສະ​ເໜີຂອງ​ຈີນ ​ເພື່ອ​ກຳນົດ​ເອົາ​ປີ 2019 ເປັນ​ປີ​​ແລກປ່ຽນ ລະຫວ່າງ ​ສື່​ມວນ​ຊົນ​ອາຊຽນ ​ແລະ ຈີນ. ໃນນີ້ ທ່ານ ທອງຜ່ານ ສະຫວັນເພັດ ໄດ້ເນັ້ນເຖິງຄວາມສຳຄັນຂອງການຮ່ວມມືລະຫວ່າງ ອາຊຽນ-ຈີນ ໃນດ້ານການສຶກສາ ແລະ ການທ່ອງທ່ຽວ ເຊິ່ງສອງຂົງເຂດດັ່ງກ່າວ ມີບົດບາດສຳຄັນຕໍ່ການພັດທະນາເສດຖະກິດ ແລະ ສັງຄົມຂອງບັນດາປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ພ້ອມນີ້, ທ່ານ ທອງຜ່ານ ສະຫວັນເພັດ ກໍໄດ້ຢ້ຳວ່າ ປີນີ້ແມ່ນປີທ່ອງທ່ຽວ ຂອງ ສປປ ລາວ ເຊິ່ງມີເປົ້າໝາຍດຶງດູດນັກທ່ອງທ່ຽວ ຈາກບັນດາປະເທດສະມາຊິກອາຊຽນ, ສປ ຈີນ ແລະ ປະເທດອື່ນໆ ໃຫ້ໄດ້ 5 ລ້ານເທື່ອຄົນ. ສະນັ້ນ, ເພື່ອບັນລຸເປົ້າໝາຍດັ່ງກ່າວ, ສປປ ລາວ ພ້ອມທີ່ຈະເຮັດວຽກຢ່າງໃກ້ຊິດກັບບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ. ນອກຈາກນີ້, ກອງ​ປະຊຸມ​ກໍ​ໄດ້ແລກປ່ຽນຄຳຄິດຄຳເຫັນກ່ຽວກັບ ສະພາບການຢູ່ທະເລຈີນໃຕ້ ແລະ ບັນຫາອື່ນໆ ທີ່ມີຄວາມສົນໃຈຮ່ວມກັນ.

          ກອງ​ປະຊຸມ​ຍັງ​ໄດ້​ແລກປ່ຽນຄວາມ​ຄິດ​ເຫັນ ກ່ຽວກັບ​ການ​ຮ່ວມ​ມື​ພາຍ​ໃຕ້​ກົນ​ໄກ​ອື່ນໆທີ່​ອາຊຽນ​ເປັນ​ຜູ້​ລິ​ເລີ່​ມ​ເຊັ່ນ: ອາຊຽນບວກ​ສາມ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ ​ແລະ ອື່ນໆ ລວມທັງ​ໂຄງ​ສ້າງ​ຄວາມໝັ້ນຄົງພາກພື້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486648
ມື້ນີ້41
ມື້ວານ161
ອາທິດນີ້310
ເດືອນນີ້41