ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ທີ່ ນະຄອນປາກເຊ

 

2018815VMKhamphaoRecVietnamConsul3
 

ໃນວັນທີ 15 ສິງຫາ 2018, ທີ່ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ດາວ ວັນ ຮຽວ, ກົງສຸນໃຫຍ່ ແຫ່ງ ສສ. ຫວຽດນາມ ທີ່ ນະຄອນປາກເຊ, ແຂວງຈໍາປາສັກ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ດາວ ວັນ ຮຽວ ທີ່ໄດ້ສໍາເລັດການປະຕິບັດໜ້າທີ່ດ້ວຍໝາກຜົນອັນຈົບງາມ ຕະຫຼອດໄລຍະເວລາ 3 ປີກວ່າ (ແຕ່ເດືອນພຶດສະພາ ປີ 2015 - ເດືອນສິງຫາ ປີ 2018), ຊຶ່ງໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພົວພັນຮ່ວມມືໃນຫຼາຍໆດ້ານ ລະຫວ່າງ ສປປ ລາວ ແລະ ສສ. ຫວຽດນາມ ພິເສດແມ່ນລະຫວ່າງບັນດາແຂວງພາກໃຕ້ຂອງລາວ ທີ່ທ່ານຮັບຜິດຊອບ ເຊັ່ນ: ແຂວງຈໍາປາສັກ, ອັດຕະປື, ເຊກອງ ແລະ ສາລະວັນ ກັບ 18 ແຂວງ-ນະຄອນ ຂອງຫວຽດນາມ, ໂດຍສະເພາະແມ່ນປະກອບສ່ວນຊຸກຍູ້ເພື່ອຍົກສູງການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ໃຫ້ໄດ້ຮັບຜົນສໍາເລັດຢ່າງຕໍ່ເນື່ອງ ແລະ ໄດ້ສະແດງຄວາມຊົມເຊີຍ ທ່ານ ກົງສຸນໃຫຍ່ ຕໍ່ຜົນງານການປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືເພື່ອການພັດທະນາຂອງ ສປປ ລາວ ໃນໂອກາດສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ 2017 ຜ່ານມາ. ພ້ອມນັ້ນ, ທ່ານ ຮອງລັດຖະມົນຕີ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍຫຼັງ ທ່ານກົງສຸນໃຫຍ່ ກັບຄືນປະເທດ ກໍຈະສືບຕໍ່ຊຸກຍູ້ ແລະ ໃຫ້ການຮ່ວມມືກັບ ທ່ານກົງສຸນໃຫຍ່ ຜູ້ໃໝ່ ທີ່ຈະມາປ່ຽນແທນ ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນຮ່ວມມືມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ລະຫວ່າງ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ດ້ວຍຜົນສໍາເລັດອັນຈົບງາມຂອງການເຄື່ອນໄຫວໜ້າທີ່ການທູດຂອງ ທ່ານ ດາວ ວັນ ຮຽວ, ພັກ-ລັດ ແຫ່ງ ສປປ ລາວ ໄດ້ມອບຫຼຽນກາມິດຕະພາບໃຫ້ແກ່ ທ່ານ ດາວ ວັນ ຮຽວ ຢ່າງສົມກຽດ.

ໃນໂອກາດດັ່ງກ່າວນີ້, ທ່ານກົງສຸນໃຫຍ່ ດາວ ວັນ ຮຽວ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນທີ່ສະຫຼະເວລາໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມອຳລາໃນຄັ້ງນີ້, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານ ສປປ ລາວ ກໍຄືກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ໃຫ້ການຮ່ວມມືຊ່ວຍເຫຼືອໃນການປະຕິບັດໜ້າທີ່ການທູດຂອງ ທ່ານ ຕະຫຼອດໄລຍະເວລາ 3 ປີ ກວ່າຜ່ານມາ ແລະ ຫວັງວ່າ ລັດຖະບານ ສປປ ລາວ ຈະສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ຜູ້ທີ່ຈະມາຮັບໜ້າທີ່ແທນທ່ານຕໍ່ໄປ ເພື່ອພ້ອມກັນສືບຕໍ່ພັດທະນາ ສາຍພົວພັນອັນເປັນພິເສດ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
490349
ມື້ນີ້115
ມື້ວານ261
ອາທິດນີ້1548
ເດືອນນີ້3742