ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ (ສະບັບປັບປຸງ) ແລະ ຄໍາແນະນໍາ ວ່າດ້ວຍ ມາດຕະຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແລະ ກົດໝາຍວ່າດ້ວຍ ສົນທິສັນຍາສາກົນ ແລະ ສັນຍາສາກົນ

20190123Seminar20190123seminar1

ໃນລະຫວ່າງວັນທີ 16-17 ມັງກອນ 2019ກະຊວງການຕ່າງປະເທດໄດ້ຈັດກອງປະຊຸມ​ເຜີຍ​ແຜ່ຂໍ້ຕົກລົງວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ (ສະບັບປັບປຸງ)ລະ ຄໍາແນະນໍາ ວ່າດ້ວຍ ມາດຕະຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ທີ່ ແຂວງຫຼວງພະບາງ.

ໂດຍການເປັນປະທານຮ່ວມຂອງ ທ່ານ ຄຳເພົາເອີນທະວັນຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ວົງສະຫວັນ ເທບພະຈັນຮອງເຈົ້າແຂວງຫຼວງພະບາງ. ບັນດາທ່ານຮອງເຈົ້າແຂວງ, ຮອງປະທານສະພາປະຊາຊົນແຂວງຫົວໜ້າ, ຮອງຫົວໜ້າຫ້ອງວ່າການແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການຕ່າງປະເທດ ແລະ ພະແນກການທີ່ກ່ຽວຂ້ອງຂອງ 8 ແຂວງພາກເໜືອ ຫຼວງພະບາງ, ຊຽງຂວາງ, ຫົວພັນ, ໄຊຍະບູລີ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຜົ້ງສາລີ ແລະ ພະນັກງານທີ່ກ່ຽວຂ້ອງຂອງກະຊວງການຕ່າງປະເທດ​​ໄດ້ເຂົ້າຮ່ວມຈຳນວນທັງໝົດ 120ກວ່າທ່ານ.

       ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ສຳລັບເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທັງເປັນບ່ອນອີງໃຫ້ອົງການປົກຄອງຂັ້ນແຂວງໃນການກຳນົດຕຳແໜ່ງງານ ໂດຍສອດຄ່ອງກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງພະແນກ ການຕ່າງປະເທດແຂວງທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງສະບັບດັ່ງກ່າວ.

ສຳລັບຄຳແນະນຳ ວ່າດ້ວຍ ມາດຕະຖານຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ແມ່ນເພື່ອເປັນບ່ອນອີງໃຫ້ແກ່ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໃນການພິຈາລະນາແຕ່ງຕັ້ງລັດຖະກອນ ເພື່ອດຳລົງຕຳແໜ່ງຫົວໜ້າພະແນກການຕ່າງປະເທດແຂວງ, ນະຄອນຫຼວງ ໃຫ້ສອດຄ່ອງກັບມາດຕະຖານທີ່ໄດ້ກຳນົດໄວ້ໃນຄຳແນະນຳສະບັບນີ້ ກໍຄືສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆທີ່ກ່ຽວຂ້ອງ ແນໃສ່ຮັບປະກັນໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດຂອງແຂວງ, ນະຄອນຫຼວງ ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ.

ການເຜີຍແຜ່ກົດໝາຍວ່າດ້ວຍ ສົນທິສັນຍາ ແລະ ສັນຍາສາກົນ ມີຈຸດປະສົງເພື່ອສືບຕໍ່ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງ​ເລິກ​ເຊິ່ງ ກ່ຽວກັບ ກົດໝາຍດັ່ງກ່າວ ໃຫ້ແກ່ອົງການປົກຄອງຂັ້ນແຂວງໂດຍສະເພາະການສາ້ງ, ການຈັດຕັ້ງປະຕິບັດ, ການຄຸ້ມຄອງ, ກວດກາ ແລະ ການລາຍງານການຈັດຕັ້ງປະຕິບັດສັນຍາສາກົນທີ່ອົງການຂັ້ນແຂວງຂອງ ສປປ ລາວ ເຊັນກັບຄູ່ຮ່ວມມືຂັ້ນແຂວງຂອງຕ່າງປະເທດ.

ການສ້າງ, ການເຜີຍແຜ່ ແລະ ຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິ​ກຳຂະແໜງການຕ່າງປະເທດ ແມ່ນການຜັນຂະຫຍາຍແນວທາງນະໂຍບາຍການຕ່າງປະເທດຂອງ ພັກ-ລັດ ຕາມມະຕິກອງປະຊຸມໃຫ່ຍ ຄັ້ງທີ X ຂອງພັກ, ມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ, ເລກທີ 037, ວ່າດ້ວຍ ການຍົກສູງປະສິດຕິພາບໃນການຄຸ້ມຄອງ ລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ, ມະຕິຂອງກອງປະຊຸມອົງຄະນະພັກກະຊວງການຕ່າງປະເທດ ຄັ້ງທີ III, ຜົນສຳເລັດ ແລະ ທິດທາງຂອງກອງປະຊຸມວຽກງານການຕ່າງປະເທດ ຄັ້ງທີ 13 ໂດຍສະເພາະການຫັນຂະແໜງການຕ່າງປະເທດ ໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ລະບຽບການຢ່າງໜັກແໜ້ນເທື່ອລະກ້າວ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485879
ມື້ນີ້10
ມື້ວານ168
ອາທິດນີ້915
ເດືອນນີ້5184