ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມຄົບຄະ ນະຮັບຜິດຊອບສ້າງຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ

 

SengphetTharat1 SengphetTharat2

 

ໃນລະຫວ່າງວັນທີ 27-29 ມີນາ 2019ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມຄົບ​ຄະນະຮັບຜິດຊອບ​ສ້າງຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດທີ່ທ່າລາດ, ແຂວງວຽງຈັນ ໂດຍການ ເປັນປະທານຂອງ ທ່ານ ແສງເພັດ ຮຸ່ງບຸນຍວງຮອງລັດຖະມົນຕີກະຊວງການຕ່າງປະເທດຊຶ່ງ​ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ ແລະ ວິຊາການທີ່ຮັບຜິດຊອບຈາກ ກະຊວງການຕ່າງປະເທດ, ຫ້ອງວ່າການສູນກາງພັກ, ຄະນະເລຂາທິການສະພາແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ,​​ ກະຊວງຍຸຕິທຳ, ກະຊວງພາຍໃນ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງການເງິນ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສູນກາງແນວລາວສ້າງຊາດເຂົ້າຮ່ວມ ຈຳນວນທັງໝົດ 80 ກວ່າທ່ານ.

ກອງປະຊຸມຄັ້ງນີ້ ມີຈຸດປະສົງເພື່ອ​ປຶກສາຫາລື ແລະ ລະດົມຄຳຄິດເຫັນຂອງຄະນະຮັບຜິດຊອບ ແລະ ພາກສ່ວນທີ່ກ່ຽວຂ້ອງໃສ່ຮ່າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ແນໃສ່ເຮັດໃຫ້ເນື້ອໃນ ຂອງຮ່າງກົດໝາຍລະອຽດ, ຈະແຈ້ງ ແລະ ຄົບຖ້ວນ. ການສ້າງກົດໝາຍ ວ່າດ້ວຍ ຊາຍແດນແຫ່ງຊາດ ແມ່ນເພື່ອເພີ່ມທະວີປະສິດຕິພາບ ແລະ ປະສິດທິຜົນໃນການຄຸ້ມຄອງວຽກງານຊາຍແດນແຫ່ງຊາດຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ເພື່ອສ້າງຊາຍແດນແຫ່ງຊາດໃຫ້ມີຄວາມໜັ້ນຄົງ, ເປັນຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ການຮ່ວມມື ກັບບັນດາປະເທດໃກ້ຄຽງ ແນ່ໃສ່ຮັບປະກັນຄວາມເປັນເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ວຽກງານປ້ອງກັນຊາດ-ປ້ອງກັນຄວມສະຫງົບ ຢູ່ບໍລິເວນຊາຍແດນ, ປະກອບສ່ວນຢ່າງໜັກແໜ້ນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ການສ້າງກົດໝາຍສະບັບດັ່ງກ່າວ ແມ່ນປະຕິບັດຕາມແຜນການສ້າງກົດໝາຍ ປະຈໍາປີ 2019 ຂອງຂະແໜງການຕ່າງປະເທດ ແລະ ມະຕິຂອງກອງປະຊຸມສະພາແຫ່ງຊາດ ຊຸດທີ VIIIສະໄໝສາມັນ ເທື່ອທີ 6 ສະບັບເລກທີ 177/ສພຊ, ລົງວັນທີ 21 ທັນວາ 2018. ຮ່າງກົດໝາຍສະບັບດັ່ງກ່າວ ມີແຜນຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມລັດຖະບານປະຈຳເດືອນ ກໍລະກົດ 2019 ແລະ ຫຼັງຈາກນັ້ນ ມີແຜນຈະນໍາເຂົ້າພິຈາລະນາຢູ່ກອງປະຊຸມສະພາແຫ່ງຊາດ ຊຸດທີ VIII ສະໄໝສາມັນ ເທື່ອທີ 8 ໃນ ທ້າຍປີ 2019.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485874
ມື້ນີ້5
ມື້ວານ168
ອາທິດນີ້910
ເດືອນນີ້5179