ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້້າຢ້ຽມອໍາລາ ຂອງ ທ່ານເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ

20190816Rusamb

20190816Rusamb1

ໃນຕອນເຊົ້າຂອງ ວັນທີ 16 ສິງຫາ 2019, ຢູ່ທີ່ກະຊວງການຕ່າງປະເທດ, ທ່ານ ແສງເພັດ ຮຸ່ງບຸນຍວງ,      ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້້າຢ້ຽມອໍາລາ ຂອງ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດ ແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ.

ໃນໂອກາດດັ່ງກ່າວ ທ່ານຮອງລັດຖະມົນຕີໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ສໍາເລັດການປະກອບສ່ວນຂອງຕົນເຂົ້າໃນການສົ່ງເສີມການພົວພັນຮ່ວມມືສອງຝ່າຍ ລາວ-ຣັດເຊຍ ໄດ້ຮັບການຂະຫຍາຍຕົວຂຶ້ນໃນໄລຍະໃໝ່ ພ້ອມທັງ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ຕະຫລອດໄລຍະເວລາທີ່ທ່ານໄດ້ປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ. ຜົນສໍາເລັດດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການປະສານງານ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນໃນລະດັບຕ່າງໆນໍາກັນເປັນຕົ້ນ: ການຢ້ຽມຢາມ ສະຫະພັນ ຣັດເຊຍ ຂອງພະນະທ່ານ ທອງລຸນ ສີສຸດລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນປີ 2017, ການຢ້ຽມຢາມ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ນະຄອນຫລວງວຽງຈັນ ຂອງ ທ່ານ ເດີມີຕຣີ ເມັດເວເດັບ, ນາຍົກລັດຖະມົນຕີ ແຫ່ງ ສ. ຣັດເຊຍ ໃນປີ 2016, ການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື ແມ່ຍິງ ເອີຣົບ-ອາຊີ ຄັ້ງທີ II ທີ່ເມືອງ ຊັງປີເຕີສະເບີກ, ຣັດເຊຍ ຂອງທ່ານ ນ. ປານີ ຢ່າທໍ່ຕູ້, ປະທານສະພາແຫ່ງຊາດ, ປະສານ ແລະ ຊຸກຍູ້ການນໍາ ຣັດເຊຍ ເພື່ອນໍາເຄື່ອງຊ່ວຍເຫລືອບັນເທົາທຸກ ຈາກລັດຖະບານ ຣັດເຊຍ ເພື່ອນໍາໄປຊ່ວຍເຫລືອປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຈາກເຫດການໄພນໍ້າຖ້ວມ ຢູ່ ແຂວງອັດຕະປື ໃນປີ 2018, ຊຶ່ງມີມູນຄ່າທັງໝົດ 330.000 ໂດລາສະຫະລັດ ແລະ ການແລກປ່ຽນຄະນະຜູ້ແທນໃນລະດັບຕ່າງໆ. ນອກຈາກນີ້ ສະຖານທູດ ໄດ້ຕັ້ງໜ້າປະກອບສ່ວນເຂົ້າຮ່ວມບັນດາກິດຈະກໍາຕ່າງໆຂອງສອງປະເທດ ທີ່ຈັດຂຶ້ນຄື: ກອງປະຊຸມຄະນະກໍາມາທິການຮ່ວມມືດ້ານ ເສດຖິດ-ການຄ້າ ແລະ ວິທະຍາສາດເຕັກນິກ ລາວ-ຣັດເຊຍ, ງານສັບປະດາວັດທະນະທໍາ ຣັດເຊຍ ຢູ່ ສປປ ລາວ, ການຈັດພົບປະອະດີດນັກສຶກສາລາວ ທີ່ຮຽນຈົບຈາກ ອະດີດສະຫະພາບ ໂຊວຽດ ແລະ ຣັດເຊຍ ຢູ່ນະຄອນຫລວງວຽງຈັນ ແລະ ກິດຈະກໍາອື່ນໆ. ການປະກອບສ່ວນດັ່ງກ່າວ ໄດ້ເປັນກໍາລັງແຮງອັນໜຶ່ງເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງສອງປະເທດ. ທ່ານ ມີຄາອິນ ບາຣານນົບ, ເອກອັກຄະລັດຖະທູດຣັດເຊຍ ກໍ່ໄດ້ຢືນຢັນເຖິງຄວາມຸ້ງມາດປາດຖະນາຂອງ ຣັດເຊຍ ທີ່ຈະສືບຕໍ່ການຮ່ວມມືທີ່ມີຮູບປະທໍາ ແລະ ມີໝາກຜົນ ກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສືບຕໍ່ພັດທະນາ ເພື່ອຍົກການຮ່ວມມືຂຶ້ນສູ່ລະດັບໃໝ່. ໃນໂອກາດນີ້, ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ປະສົບຜົນສໍາເລັດໃນການໄປປະຕິບັດໜ້າທີ່ໃໝ່ຂອງຕົນ ແລະ ຫວັງວ່າຈະສືບຕໍ່ປະກອບສ່ວນຊຸກຍູ້ການຮ່ວມມື ລາວ-ຣັດເຊຍ ແລະ ພ້ອມນີ້ກໍ່ຂໍໃຫ້ທ່ານທູດ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485885
ມື້ນີ້16
ມື້ວານ168
ອາທິດນີ້921
ເດືອນນີ້5190