ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປະຊຸມປຶກສາຫາລື ກ່ຽວກັບ ການປະເມີນການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດ ຢູ່ເມືອງ ສະໜາມໄຊ, ແຂວງອັດຕະປຶ

 

KhamphaoINGO1 KhamphaoINGO2

 

ໃນວັນທີ 11 ກັນຍາ 2019, ກະຊວງການຕ່າງປະເທດ ​ໄດ້​ຈັດ​ກອງ​ປະຊຸມປະຊຸມປຶກສາຫາລື ກ່ຽວກັບ ການປະເມີນການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປຶ, ໂດຍການ​ໃຫ້ກຽດເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ, ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາຄືນການຮັບເອົາ ແລະ ນຳ​ໃຊ້ການຊ່ວຍເຫຼືອຈາກສາກົນໃນໄລຍະຜ່ານມາ, ພ້ອມ​ກັນທົບທວນຄືນປະ​ສິດ​ທິ​ຜົນ​ຂອງ​ການ​ປະ​ສານ​ງານການຊ່ວຍເຫຼືອຈາກ​ສາ​ກົນ​ເພື່ອຟື້ນຟູໄພ​ພິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ເປົ້າ​ໝາຍ ແລະ ເຂົ້າ​ເຖິງ​ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຢ່າງ​ແທ້​ຈິງ.

ກອງປະຊຸມດັ່ງກ່າວ ​​ໄດ້ຮັບຟັງການລາຍງານຈາກ​ບັນດາ​ພາກສ່ວນ​ຕ່າງໆຂອງ​ລັດ​ກ່ຽວກັບສະພາບຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດໃນໄລຍະ 01 ປີ ຜ່ານມາ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ​ໂດຍ​ສະ​ເພາະ​ ການ​ຟື້ນຟູ​ສະພາບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ກໍ່ຄື​ການກໍ່​ສ້າງ ແລະ ສ້ອມ​ແປງ​ພື້ນຖານ​​ໂຄງ​ລ່າງ​ຕ່າງໆ​ໃນ​ເຂດ​ທີ່​ໄດ້​ຮັບ​ຜົນ​ກະທົບ​ດັ່ງກ່າວ ຊຶ່ງ​ມາ​ຮອດປະຈຸບັນ ແມ່ນໄດ້ຮັບການແກ້ໄຂ​ໂດຍພື້ນຖານ. ປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ ແມ່ນໄດ້ຍົກຍ້າຍເຂົ້າພັກເຊົາຢູ່ເຮືອນພັກຊົ່ວຄາວທີ່ທາງການໄດ້ຈັດສັນໃຫ້, ໄດ້ຮັບການສະໜອງເຂົ້າກິນ, ເງິນອຸດໜູນ, ການບໍລິການດ້ານສາທາລະນະສຸກ ແລະ ອື່ນໆ. ສໍາລັບວຽກງານຈຸດສຸມໃນສະເພາະໜ້າແມ່ນຈະ​ສືບຕໍ່ການສ້າງເຮືອນຢູ່ຖາວອນ, ຟື້ນຟູພື້ນຖານໂຄງລ່າງ ​ແລະ ພື້ນຖານການຜະລິດເພື່ອຊຸກຍູ້ປະຊາຊົນຫັນເຂົ້າສູ່ການຜະລິດໂດຍໄວແນ່ໃສ່ເລັ່ງລັດປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສູ່ສະພາບປົກກະຕິ​ໂດຍ​ໄວ.

ພ້ອມດຽວກັນນີ້, ກອງ​ປະຊຸມ​ກໍ່ຍັງໄດ້ຮັບຟັງການລາຍ​ງານ​ ກ່ຽວກັບ ສະພາບ​ການຊ່ວຍເຫຼືອຈາກສາກົນ​ ເຊິ່ງ​ເລີ່ມ​ຈາກຫຼັງ​ຈາກ​ເກີດ​ເຫດ​ໄພພິບັດ​ ​ຈົນ​ຮອດ​ປະ​ຈຸ​ບັນ, ໂດຍ​ສະ​ເພາະ​ ການ​ຊ່ວຍ​ເຫຼືອຈາກບັນດາປະ​ເທດ​ເພື່ອນ​ມິດຕ່າງໆ, ອົງການຈັດຕັ້ງສາກົນ, ຈາກຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ, ຈາກພາກ​ເອກະ​ຊົນ​ ​ແລະ ພາກ​ສັງຄົມ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ຊຶ່ງ​ໄດ້​ປະກອບສ່ວນອັນ​ສຳ​ຄັນ ແລະ ມີ​ຄຸນ​ຄ່າເຂົ້າໃນການຟຶ້ນຟູສະພາບການເປັນຢູ່ຂອງປະຊາຊົນທີ່​ໄດ້​ຮັບ​ຜົນ​ກະທົບ​ຢູ່​ເມືອງ​ສະໜາມ​ໄຊ​. ກອງ​ປະຊຸມຄັງ​ນີ້​ ​ໄດ້​ຕີ​ລາຄາ​ສູງຕໍ່ການ​ຊ່ວຍ​ເຫຼືອດັ່ງກ່າວ ​ແລະ ສະ​ເໜີ​ໃຫ້​ສືບ​ຕໍ່ຍາດ​ແຍ່ງການ​ຊ່ວຍ​ເຫຼືອຈາກ​ສາກົນ ສົມທົບ​ກັບ​​ງົບປະມານ​ຂອງ​ລັດຖະບານ​ ເພື່ອຈັດຕັ້ງປະຕິບັດວຽກງານການຟື້ນຟູດັ່ງກ່າວໃນຕໍ່ໜ້າ​ໃຫ້​ສຳ​ເລັດ​ຜົນ ແລະ ມີ​ປະ​ສິດ​ທິ​ຜົ​ນ​ສູງ.

ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາກະຊວງ, ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຟື້ນຟູພື້ນຖານໂຄງລ່າງໃນເຂດໄດ້ຮັບຜົນກະທົບດັ່ງກ່າວ. ພ້ອມດຽວກັນນັ້ນ, ປະທານກອງປະ ຊຸມ ກໍ່ໄດ້ແຈ້ງຕື່ມອີກວ່າ ຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ​ເພື່ອລາຍ​ງານຕໍ່ລັດຖະບານພິຈາລະນາໃນຕໍ່ໜ້າ.

ມາ​ຮອດ​ປະ​ຈຸ​ບັນ​ການ​ຊ່ວຍ​ເຫຼືອ​ຈາກ​ສາ​ກົນ, ຊຶ່ງ​ແຈ້ງ​ຜ່ານ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈາກ​ບັນດາປະ​ເທດ​ເພື່ອນ​ມິດຕ່າງໆ 54 ປະ​ເທດ, ອົງ​ການ ສ​ປ​ຊ ແລະ ອົງ​ການ​ເຄື່ອ​ຂ່າຍ ສ​ປ​ຊ ຈຳ​ນວນ 12 ອົງ​ການ, ອົງການຈັດຕັ້ງສາກົນລະ​ຫວ່າງ​ລັດ​ຖະ​ບານ 28 ອົງ​ການ, ອົງການຈັດຕັ້ງສາກົນທີ່ບໍ່​ສັງ​ກັດ​ລັດ​ຖະ​ບານ ແລະ ມູນ​ນິ​ທິ 38 ອົງ​ການ, ຈາກຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ 73 ພາກ​ສ່ວນ, ຈາກພາກ​ເອກະ​ຊົນ​ ​ແລະ ພາກ​ສັງຄົມຈາກ​ຕ່າງ​ປະ​ເທດ 74 ພາກ​ສ່ວນ, ຊຶ່ງລວມ​ທັງ​ໝົດເປັນ​ເຄື່ອງ​ຊ່ວຍ​ເຫຼືອ​ຄິດ​ໄລ່​ເປັນ​ມູນ​ຄ່າ​ຈຳ​ນວນ 10 ລ້ານກວ່າ​​ໂດລາ​ສະ​ຫະ​ລັດ ແລະ ເປັນເງິນ​ຊ່ວຍ​ເຫຼືອຈຳ​ນວນ 16 ລ້ານກວ່າໂດລາ​ສະ​ຫະລັດ ໂດຍມອບ​ໃຫ້​ຄະ​ນະ​ຄຸ້ມ​ຄອງ​ໄພ​ພິ​ບັດ​ແຫ່ງ​ຊາດ​ເປັນ​ຜູ້​ຈັດ​ຕັ້ງ​ປະ​ຕິ​ບັດ. ນອກ​ຈາກນີ້, ຍັງ​ສືບ​ຕໍ່​ມີ​ການ​ຊ່ວຍ​ເຫຼືອ​ໂດຍ​ກົງ​ໃຫ້​ແກ່​ບັນ​ດາ​ຂະ​ແໜງ​ການ​ກ່ຽວ​ຂ້ອງ​ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ຟື້ນ​ຟູ​ທັງ​ໃນ​ໄລ​ຍະ​ສັ້ນ, ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ​ຕື່ມ​ອີກ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485958
ມື້ນີ້89
ມື້ວານ168
ອາທິດນີ້994
ເດືອນນີ້5263