ໃນວັນທີ 11 ກັນຍາ 2019, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມປະຊຸມປຶກສາຫາລື ກ່ຽວກັບ ການປະເມີນການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດ ຢູ່ເມືອງສະໜາມໄຊ, ແຂວງອັດຕະປຶ, ໂດຍການໃຫ້ກຽດເປັນປະທານຂອງທ່ານ ນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ເພື່ອປຶກສາຫາລື, ແລກປ່ຽນຄຳຄິດເຫັນ ແລະ ຕີລາຄາຄືນການຮັບເອົາ ແລະ ນຳໃຊ້ການຊ່ວຍເຫຼືອຈາກສາກົນໃນໄລຍະຜ່ານມາ, ພ້ອມກັນທົບທວນຄືນປະສິດທິຜົນຂອງການປະສານງານການຊ່ວຍເຫຼືອຈາກສາກົນເພື່ອຟື້ນຟູໄພພິບັດໃຫ້ຖືກຕ້ອງຕາມເປົ້າໝາຍ ແລະ ເຂົ້າເຖິງປະຊາຊົນທີ່ຖືກຜົນກະທົບຢ່າງແທ້ຈິງ.
ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານຈາກບັນດາພາກສ່ວນຕ່າງໆຂອງລັດກ່ຽວກັບສະພາບຄວາມຄືບໜ້າໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກເຫດການໄພພິບັດໃນໄລຍະ 01 ປີ ຜ່ານມາ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ໂດຍສະເພາະ ການຟື້ນຟູສະພາບຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງຕ່າງໆໃນເຂດທີ່ໄດ້ຮັບຜົນກະທົບດັ່ງກ່າວ ຊຶ່ງມາຮອດປະຈຸບັນ ແມ່ນໄດ້ຮັບການແກ້ໄຂໂດຍພື້ນຖານ. ປະຊາຊົນທີ່ໄດ້ຮັບຜົນກະທົບທັງໝົດ ແມ່ນໄດ້ຍົກຍ້າຍເຂົ້າພັກເຊົາຢູ່ເຮືອນພັກຊົ່ວຄາວທີ່ທາງການໄດ້ຈັດສັນໃຫ້, ໄດ້ຮັບການສະໜອງເຂົ້າກິນ, ເງິນອຸດໜູນ, ການບໍລິການດ້ານສາທາລະນະສຸກ ແລະ ອື່ນໆ. ສໍາລັບວຽກງານຈຸດສຸມໃນສະເພາະໜ້າແມ່ນຈະສືບຕໍ່ການສ້າງເຮືອນຢູ່ຖາວອນ, ຟື້ນຟູພື້ນຖານໂຄງລ່າງ ແລະ ພື້ນຖານການຜະລິດເພື່ອຊຸກຍູ້ປະຊາຊົນຫັນເຂົ້າສູ່ການຜະລິດໂດຍໄວແນ່ໃສ່ເລັ່ງລັດປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ.
ພ້ອມດຽວກັນນີ້, ກອງປະຊຸມກໍ່ຍັງໄດ້ຮັບຟັງການລາຍງານ ກ່ຽວກັບ ສະພາບການຊ່ວຍເຫຼືອຈາກສາກົນ ເຊິ່ງເລີ່ມຈາກຫຼັງຈາກເກີດເຫດໄພພິບັດ ຈົນຮອດປະຈຸບັນ, ໂດຍສະເພາະ ການຊ່ວຍເຫຼືອຈາກບັນດາປະເທດເພື່ອນມິດຕ່າງໆ, ອົງການຈັດຕັ້ງສາກົນ, ຈາກຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ, ຈາກພາກເອກະຊົນ ແລະ ພາກສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຊຶ່ງໄດ້ປະກອບສ່ວນອັນສຳຄັນ ແລະ ມີຄຸນຄ່າເຂົ້າໃນການຟຶ້ນຟູສະພາບການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ. ກອງປະຊຸມຄັງນີ້ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອດັ່ງກ່າວ ແລະ ສະເໜີໃຫ້ສືບຕໍ່ຍາດແຍ່ງການຊ່ວຍເຫຼືອຈາກສາກົນ ສົມທົບກັບງົບປະມານຂອງລັດຖະບານ ເພື່ອຈັດຕັ້ງປະຕິບັດວຽກງານການຟື້ນຟູດັ່ງກ່າວໃນຕໍ່ໜ້າໃຫ້ສຳເລັດຜົນ ແລະ ມີປະສິດທິຜົນສູງ.
ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາກະຊວງ, ແຂວງ ແລະ ຂະແໜງການທີ່ກ່ຽວຂ້ອງ ທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປົວແປງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຟື້ນຟູພື້ນຖານໂຄງລ່າງໃນເຂດໄດ້ຮັບຜົນກະທົບດັ່ງກ່າວ. ພ້ອມດຽວກັນນັ້ນ, ປະທານກອງປະ ຊຸມ ກໍ່ໄດ້ແຈ້ງຕື່ມອີກວ່າ ຈະນຳເອົາເນື້ອໃນຈິດໃຈຂອງກອງປະຊຸມໃນຄັ້ງນີ້ ເພື່ອລາຍງານຕໍ່ລັດຖະບານພິຈາລະນາໃນຕໍ່ໜ້າ.
ມາຮອດປະຈຸບັນການຊ່ວຍເຫຼືອຈາກສາກົນ, ຊຶ່ງແຈ້ງຜ່ານກະຊວງການຕ່າງປະເທດຈາກບັນດາປະເທດເພື່ອນມິດຕ່າງໆ 54 ປະເທດ, ອົງການ ສປຊ ແລະ ອົງການເຄື່ອຂ່າຍ ສປຊ ຈຳນວນ 12 ອົງການ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ 28 ອົງການ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ມູນນິທິ 38 ອົງການ, ຈາກຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ 73 ພາກສ່ວນ, ຈາກພາກເອກະຊົນ ແລະ ພາກສັງຄົມຈາກຕ່າງປະເທດ 74 ພາກສ່ວນ, ຊຶ່ງລວມທັງໝົດເປັນເຄື່ອງຊ່ວຍເຫຼືອຄິດໄລ່ເປັນມູນຄ່າຈຳນວນ 10 ລ້ານກວ່າໂດລາສະຫະລັດ ແລະ ເປັນເງິນຊ່ວຍເຫຼືອຈຳນວນ 16 ລ້ານກວ່າໂດລາສະຫະລັດ ໂດຍມອບໃຫ້ຄະນະຄຸ້ມຄອງໄພພິບັດແຫ່ງຊາດເປັນຜູ້ຈັດຕັ້ງປະຕິບັດ. ນອກຈາກນີ້, ຍັງສືບຕໍ່ມີການຊ່ວຍເຫຼືອໂດຍກົງໃຫ້ແກ່ບັນດາຂະແໜງການກ່ຽວຂ້ອງເພື່ອຈັດຕັ້ງປະຕິບັດໂຄງການຟື້ນຟູທັງໃນໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວຕື່ມອີກ.