ໃນວັນທີ 6 ສິງຫາ 2020, ທີ່ ນະຄອນໄກສອນພົມວິຫານ, ແຂວງ ສະຫວັນນະເຂດ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກກາງ ຊຶ່ງລວມມີ: ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ທ່ານ ທ່ອນແກ້ວ ພຸດທະໄກຍະລາດ, ຮອງເຈົ້າແຂວງໆ ສະຫວັນນະເຂດ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກການ ແລະ ເມືອງພາຍໃນແຂວງ ສະຫວັນນະເຂດ ພ້ອມດ້ວຍຂະແໜງການກ່ຽວຂ້ອງອ້ອມຂ້າງ ຈາກບັນດາ 4 ແຂວງພາກກາງ ເຂົ້າຮ່ວມທັງໝົດ ປະມານ 120 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງຂອງພາກລັດ ກ່ຽວກັບຄວາມສຳຄັນໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ ທັງໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ ຄະນະຜູ້ແທນຈາກບັນດາແຂວງພາກກາງ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ເຊື່ອມສານເຂົ້າໃນ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊຶ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກເປັນບູລິມະສິດຕົ້ນຕໍ ໂດຍສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ ເວົ້າລວມ, ເວົ້າສະເພາະ ແມ່ນໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາ ແລະ ເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ. ໃນໂອກາດດຽວກັນ, ກອງປະຊຸມຍັງໄດ້ຮັບຟັງການນຳສະເໜີກ່ຽວກັບ ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021 - 2025), ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍດ້ານການພັດທະນາ ທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານກ່ຽວກັບ ການຈັດຕັ້ງປະຕິບັດຫຼັກການຂອງ ຖະແຫຼງການວຽງຈັນ ວ່າດ້ວຍ ການເປັນຄູ່ຮ່ວມງານ ເພື່ອການພັດທະນາທີ່ມີປະສິດທິພາບ (2016 - 2025). ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຈັດພາກປຶກສາຫາລື (Panel Discussion) ເພື່ອຮັບຟັງກ່ຽວກັບ ຄວາມພະຍາຍາມຂອງທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ວາລະດ້ານການພັດທະນາແຫ່ງຊາດ. ກອງປະຊຸມດັ່ງກ່າວ ຍັງເປັນເວທີ ແລະ ກາລະໂອກາດໃຫ້ທ້ອງຖິ່ນ ໄດ້ແລກປ່ຽນວຽກງານຕົວຈິງຢູ່ທ້ອງຖິ່ນ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການພັດທະນາ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນ ຊື່ງປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ບັນດາພະນັກງານທີ່ວາງແຜນພັດທະນາ ໃນລະດັບທ້ອງຖິ່ນຢູ່ແຂວງພາກກາງ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງ ອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູ່ງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນາ ນັບຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.