ໃນວັນທີ 20 ສິງຫາ 2020, ທີ່ເມືອງໄຊ, ແຂວງອຸດົມໄຊ, ກະຊວງການຕ່າງປະເທດ ຮ່ວມກັບ ກະຊວງແຜນການ ແລະ ການລົງທຶນ, ໃນນາມກອງເລຂາແຫ່ງຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ/SDGs) ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ຢູ່ ສປປ ລາວ ແລະ ວຽກງານກ່ຽວຂ້ອງຕ່າງໆ ໃຫ້ບັນດາເຈົ້າໜ້າທີ່ໆກ່ຽວຂ້ອງຈາກແຂວງພາກເໜືອ ຊຶ່ງລວມມີ: ແຂວງຜົ້ງສາລີ, ຫຼວງນ້ຳທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ໄຊຍະບູລີ, ຫຼວງພະບາງແລະອຸດົມໄຊ. ກອງປະຊຸມດັ່ງກ່າວ ແມ່ນໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍການໃຫ້ກຽດກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສົມຈິດ ປັນຍາສັກ, ຄະນະປະຈຳພັກແຂວງ, ຮອງເຈົ້າແຂວງໆອຸດົມໄຊ, ຊຶ່ງມີຜູ້ຕາງໜ້າຈາກບັນດາພະແນກການ ແລະ ເມືອງພາຍໃນແຂວງອຸດົມໄຊ ພ້ອມດ້ວຍຂະແໜງການກ່ຽວຂ້ອງອ້ອມຂ້າງ ຈາກບັນດາ 8 ແຂວງພາກເໜືອ ເຂົ້າຮ່ວມທັງໝົດປະມານ 200 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອເພີ່ມທະວີການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ຂະແໜງການກ່ຽວຂ້ອງ ຂອງພາກລັດ ກ່ຽວກັບຄວາມໝາຍຄວາມສຳຄັນ ໃນການຈັດຕັ້ງປະຕິບັດ ປພຍ ຂອງ ສປປ ລາວ ເພື່ອແນໃສ່ສົ່ງເສີມການປະກອບສ່ວນ ແລະ ມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມທັງ ໃນລະດັບສູນກາງ ແລະ ທ້ອງຖິ່ນ. ໃນກອງປະຊຸມຄັ້ງນີ້ຄະນະຜູ້ແທນ ຈາກບັນດາແຂວງພາກເໜືອ ໄດ້ຮັບຟັງການເຜີຍແຜ່ ແລະ ແລກປ່ຽນບົດຮຽນວຽກງານການຈັດຕັ້ງປະຕິບັດ ປພຍ ໂດຍໄດ້ຖືກເຊື່ອມສານເຂົ້າໃນແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຊຶ່ງຖືເອົາວຽກງານລຶບລ້າງຄວາມທຸກຍາກ ເປັນບູລິມະສິດຕົ້ນຕໍ, ສຸມໃສ່ການພັດທະນາແບບມີສ່ວນຮ່ວມຂອງຫຼາຍພາກສ່ວນ. ຄຽງຄູ່ກັນນັ້ນ, ກອງປະຊຸມຍັງໄດ້ຮັບຟັງການເຜີຍແຜ່ເອກະສານສໍາຄັນຂອງ ປພຍ ເຊັ່ນ: ແຜນປະຕິບັດງານແຫ່ງຊາດ ເພື່ອການຈັດຕັ້ງປະຕິບັດ ປພຍ ແລະ ແຜນດໍາເນີນງານການສື່ສານ, ໂຄສະນາແລະເຜີຍແຜ່ ປພຍ ທົ່ວປະເທດ ແລະ ທິດທາງການເຊື່ອມສານ ປພຍ ຮອດປີ 2030 ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການກະກຽມຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX (2021 - 2025),ຄວາມສຳຄັນຂອງວຽກງານສະຖິຕິ ເພື່ອຕອບສະໜອງຕໍ່ການສ້າງນະໂຍບາຍ ດ້ານການພັດທະນາທີ່ສອດຄ່ອງ ແລະ ແທດເໝາະກັບສະພາບການພັດທະນາຕົວຈິງຂອງ ສປປ ລາວ ແລະ ບັນດາເນື້ອໃນເອກະສານ ກ່ຽວກັບການຈັດຕັ້ງປະຕິບັດຫຼັກການຂອງຖະແຫຼງການວຽງຈັນ ວ່າດ້ວຍການເປັນຄູ່ຮ່ວມງານ ເພື່ອການພັດທະນາທີ່ມີປະສິດທິພາບ (2016 - 2025). ນອກຈາກນັ້ນ, ກອງປະຊຸມຍັງໄດ້ມີການຈັດພາກປຶກສາຫາລື (Panel Discussion)ເພື່ອເປັນເວທີ ແລະ ສ້າງກາລະໂອກາດໃຫ້ແກ່ການສົນທະນາ ແລະ ຮັບຟັງກ່ຽວກັບຄວາມພະຍາຍາມຂອງທ້ອງຖິ່ນ ໃນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະດ້ານການພັດທະນາແຫ່ງຊາດ ລວມເຖິງການແລກປ່ຽນວຽກງານຕົວຈິງ, ບັນດາຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍທີ່ຈະຕ້ອງໄດ້ສຸມໃສ່ແກ້ໄຂໃນຕໍ່ໜ້າ ເພື່ອໃຫ້ບັນລຸເປົ້າໝາຍດ້ານການພັດທະນາ.
ກອງປະຊຸມສຳມະນາຄັ້ງນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງ ຊື່ງເປັນການປະກອບສ່ວນໃນການສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ແກ່ບັນດາພະນັກງານ ທີ່ວາງແຜນພັດທະນາໃນລະດັບທ້ອງຖິ່ນ ຢູ່ແຂວງພາກເໜືອ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ທີ່ຕິດພັນໂດຍກົງກັບວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການສະຫະປະຊາຊາດ, ພ້ອມທັງເປັນການສ້າງຄວາມເປັນເອກະພາບກັນ, ຮັບປະກັນການປະກອບສ່ວນ ແລະ ມີສ່ວນຮ່ວມຂອງປະຊາຊົນລາວບັນດາເຜົ່າ ໃນການຈັດຕັ້ງປະຕິບັດ ປພຍ ໃຫ້ມີປະສິດທິຜົນສູ່ງກວ່າເກົ່າ ໂດຍອີງຕາມສະພາບຈຸດພິເສດດ້ານການພັດທະນານັບ ຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນ.
ສຳລັບການຈັດກອງປະຊຸມເຜີຍແຜ່ໃຫ້ແກ່ບັນດາ 8 ແຂວງພາກເໜືອ ໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນ ພາຍໃຕ້ໂຄງການລາວ/033 “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ ຊກພ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ (Strengthening the Effectiveness of ODA Management in Lao PDR) ”.