ໃນຕອນເຊົ້າຂອງ ວັນທີ 22 ກຸມພາ 2021 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly), ເນື່ອງໃນໂອກາດຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່.
ໃນໂອກາດດັ່ງກ່າວ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ແລະໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມີິດດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ໃຫ້ແຕກດອກອອກຜົນຍິ່ງຂື້ນ, ປະກອບສ່ວນເຂົ່້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ. ພິເສດ, ໃນປີ 2022 ທີ່ຈະມາເຖິງນີ້, ສປປ ລາວ ແລະ ອົດສະຕຣາລີ ຈະຮ່ວມກັນຈັດກິດຈະກຳຕ່າງໆເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 70 ປີໃຫ້ມີຄວາມໝາຍຍິ່ງຂື້ນ.
ທ່ານ ສະເຫຼິມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ໂດຍຜ່ານທ່ານເອກອັກຄະລັດຖະທູດໄປຍັງ ລັດຖະບານ ແລະ ປະຊາຊົນ ອົດສະຕຣາລີທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ໃນຫຼາຍຂະແໜງການຢ່າງຕໍ່ເນື່ອງ, ເປັນຕົ້ນແມ່ນ ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການຄ້າ-ການລົງທຶນ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ, ຊື່ງຈັດຢູ່ໃນອັນດັບຕົ້ນໆຂອງປະເທດທີ່ໃຫ້ການຊ່ວຍເຫຼືອເພື່ອການພັດທະນາ (ODA)ໃຫ້ແກ່ ສປປ ລາວ. ພ້ອມກັນນີ້, ຍັງໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຂອງການລະບາດຂອງພະຍາດໂຄວິດ-19, ຊິຶ່ງມີມູນຄ່າຫຼາຍກວ່າ 20 ລ້ານໂດລາອົດສະຕຣາລີ.
ພ້ອມດຽວກັນນີ້, ສອງຝ່າຍ ຍັງໄດ້ປືກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ ແລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈ ເປັນຕົ້ນແມ່ນ ການຮ່ວມມືໃນຂອບອາຊຽນ, ອະນຸພາກພື້ນແມ່ນໍ້າຂອງ, ອົງການສະຫະປະຊາຊາດ ແລະ ອື່ນໆ ໂດຍສະເພາະ ການເປັນປະເທດຜູ້ປະສານງານ ອາຊຽນ-ອົດສະຕຣາລີ ຂອງສປປ ລາວແຕ່ປີ 2021 ຫາ 2024.
ສປປ ລາວ ແລະ ອົດສະຕຣາລີ ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 15 ມັງກອນ 1952.