ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາ ບົດບາດຂອງແມ່ຍິງລາວ ໃນການພັດທະນາເສດຖະກິດ-ສັງຄົມ

 

WomenPriority1

 

WomenPriority2

 

ໃນວັນທີ 23 ມີນາ 2021, ທີ່ ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້:"ບົດບາດຂອງແມ່ຍິງລາວໃນການພັດທະນາເສດຖະກິດ-ສັງຄົມ", ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີກ່າວເປີດກອງປະຊຸມໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ໃຫ້ກຽດບັນຍາຍໂດຍ ທ່ານ ປອ. ນາງ ນິນປະເສີດ ໄຊຍະພອນສີ, ຫົວໜ້າກົມພັດທະນາແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ ແລະ ທ່ານ ທູດ ມະໄລວຽງ ສາກົນນິຍົມ, ຜູ້ຕາງໜ້າ ສປປ ລາວປະຈໍາກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ, ຮອງປະທານສະໂມສອນນັກການທູດລາວ. ເຂົ້າຮ່ວມກອງປະຊຸມສໍາມະນາໃນຄັ້ງນີ້ ມີບັນດາຜູ້ຕາງໜ້າຂັ້ນຮອງລັດຖະມົນຕີ, ຂັ້ນກົມ, ຄະນະພະແນກ ແລະ ວິຊາການຈາກ ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກະຊວງອ້ອມຂ້າງສູນກາງ ລວມທັງໝົດຫຼາຍກວ່າ 150 ທ່ານ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດກ່າວເປີດພິທີ ໂດຍໄດ້ຊີ້ໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງການສົ່ງເສີມບົດບາດຂອງແມ່ຍິງລາວ ໃນການພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງສາພັດທະນາປະເທດຊາດ, ໂດຍສະເພາະໃນຂະແໜງການຕ່າງປະເທດ ແມ່ຍິງກໍ່ໄດ້ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານການຕ່າງປະເທດ-ການທູດ ໃນການຂົນຂວາຍການຮ່ວມມືກັບຕ່າງປະເທດ ແລະ ຍາດແຍ່ງການຊ່ວຍເຫຼືອຈາກສາກົນ.ການຈັດກອງປະຊຸມສຳມະນາດັ່ງກ່າວ ແມ່ນເປັນໜຶ່ງໃນກິດຈະກຳຂອງສະໂມສອນນັກການທູດ ທີ່ຂຶ້ນກັບສະຖາບັນການຕ່າງປະເທດ, ເຊິ່ງນອກຈາກຈະເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ ແລ້ວ ຍັງເປັນການປະກອບສ່ວນກິດຈະກຳຂໍ່ານັບຮັບຕ້ອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021). ໃນກອງປະຊຸມ, ຜູ່ບັນຍາຍ ໄດ້ຍົກໃຫ້ເຫັນ ບົດບາດຂອງແມ່ຍິງລາວໃນການພັດທະນາເສດຖະກິດ-ສັງຄົມ; ບົດຮຽນ ແລະ ປະສົບການຂອງນັກການທູດເພດຍິງ ໃນການເຄື່ອນໄຫວວຽກງານການຕ່າງປະເທດ. ປັດຈຸບັນ ຄະນະພັກ-ຄະນະນໍາ, ອໍານາດການປົກຄອງບັນດາຂະແໜງການຕ່າງໆ ກໍໄດ້ເອົາໃຈໃສ່ຕໍ່ການສຶກສາອົບຮົມດ້ານການເມືອງແນວຄິດ, ສ້າງທັດສະນະຫຼັກໝັ້ນການເມືອງຂອງແມ່ຍິງໃຫ້ໜັກແໜ້ນ, ສ້າງໃຫ້ແມ່ຍິງກາຍເປັນກໍາລັງແຮງໃນການປະຕິບັດແຜນພັດທະນາເສດຖະກິດສັງຄົມ ພາຍໃຕ້ຄໍາຂວັນ 03 ດີ ທີ່ວາງອອກ ຄື: ເປັນພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວໃຫ້ມີີຄວາມຜາສຸກ.

ການສົ່ງເສີມສິດສະເໝີພາບ ຍິງ-ຊາຍ ແມ່ນມີຄວາມສຳຄັນໃນການຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດ ເພາະແມ່ນການປົດປ່ອຍກຳລັງການຜະລິດ ເພດຍິງທີ່ມີເຄິງໜຶ່ງຂອງ ພົນລະເມືອງໂລກ, ພອນສະຫວັນດ້ານການຜະລິດຂອງແມ່ຍິງ ແມ່ນກຳລັງແຮງທີ່ສ້າງຄວາມອາດສາມາດໃນການແຂ່ງຂັນຂອງປະເທດ. ໂດຍສັງລວມແລ້ວຈະເຫັນວ່າ ການສຶກສາກ່ຽວກັບແມ່ຍິງໃນເປົ້າໝາຍການເມືອງ ແລະ ວິຊາການແມ່ນມີຄວາມຈໍາເປັນເພື່ອສໍາຫຼວດໃຫ້ໄດ້ຂໍ້ມູນລະອຽດຮອບດ້ານ ແລະ ການເຂົ້າເຖິງຊຸມຊົນກຸ່ມຕ່າງໆ. ທັງນີ້ກໍ່ເພື່ອຜົນປະໂຫຍດດ້ານການຄົ້ນຄວ້າວິໄຈ ອັນນໍາໄປສູ່ການແກ້ໄຂບັນຫາ, ກໍາຈັດອຸປະສັກ ແລະ ສຸດທ້າຍກໍ່ເພື່ອປັບປຸງຊີວິດການເປັນຢູ່ສ່ວນບຸກຄົນຂອງແມ່ຍິງ, ຄອບຄົວ ສັງຄົມຂອງແມ່ຍິງໃຫ້ດີຂຶ້ນເລື້ອຍໆ, ເຊິ່ງຈະເປັນກໍາລັງແຮງເຄິ່ງໜຶ່ງຂອງພົນລະເມືອງ ປະກອບສ່ວນໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ບົດຂ່າວອື່ນໆທີ່ກ່ຽວຂ້ອງ

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485874
ມື້ນີ້5
ມື້ວານ168
ອາທິດນີ້910
ເດືອນນີ້5179