ໃນວັນທີ 2 ສິງຫາ 2021 ຜ່ານມາ, ສປປ ລາວ ແລະ ສປ ຈີນ ໄດ້ຮ່ວມລົງນາມໃນສັນຍາຮ່ວມມືໂຄງການພາຍໃຕ້ ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2021 ໃຫ້ກຽດລົງນາມຄັ້ງນີ້ ໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ແລະ ທ່ານ ຈຽງຈາຍຕົງ, ເອກະອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປ ຈີນ.
ການລົງນາມໃນສັນຍາຮ່ວມມືໂຄງການໃນຄັ້ງນີ້ແມ່ນເພື່ອຈັດຕັ້ງປະຕິບັດບັນດາໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ໄດ້ຮັບອະນຸມັດຢູ່ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 6 ທີ່ຈັດຂຶ້ນຢູ່ນະຄອນສົງຊິງ, ສປ ຈີນ ໃນວັນທີ 8 ມິຖຸນາ 2021 ພາຍໃຕ້ 6 ຂົງເຂດບູລິມະສິດຂອງການຮ່ວມມືຄື: ການເຊື່ອມຈອດ, ການຄຸ້ມຄອງຊັບພະຍາກອນນ້ຳ, ການຄ້າຂ້າມຊາຍແດນ, ການສ້າງຂີດຄວາມອາດສາມາດໃນການຜະລິດ, ກະສິກໍາ ແລະ ລຶບລ້າງຄວາມທຸກຍາກ ແລະ ສາທາລະນະສຸກ, ເຊິ່ງໃນນັ້ນ ໄດ້ມີໂຄງການທີ່ຖືກອະນຸມັດທັງໝົດຈຳນວນ 122 ໂຄງການ ແລະ ມີໂຄງການທີ່ຈະຖືກຈັດຕັ້ງປະຕິບັດຢູ່ ສປປ ລາວ ຈໍານວນ 10 ໂຄງການ ລວມມູນຄ່າ 2,820,700 ໂດລາສະຫະລັດ.
ນັບຕັ້ງແຕ່ມີການສ້າງຕັ້ງກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໃນປີ 2017 ເປັນຕົ້ນມາ ໄດ້ມີໂຄງການທີ່ຖືກອະນຸມັດໃຫ້ຈັດຕັ້ງປະຕິບັດຢູ່ ສປປ ລາວ ຈຳນວນ 46 ໂຄງການ ລວມມູນຄ່າ 15 ກວ່າລ້ານໂດລາສະຫາລັດ. ໃນນັ້ນໄດ້ມີໂຄງການທີ່ໄດ້ຮັບການຈັດຕັ້ງປະຕິບັດສຳເລັດແລ້ວ ຈຳນວນ 10 ໂຄງການ, ກໍາລັງຈັດຕັ້ງປະຕິບັດ 36 ໂຄງການ ແລະ ລໍຖ້າຈັດຕັ້ງປະຕິບັດອີກ 10 ໂຄງການທີ່ໄດ້ຮັບໃໝ່ໃນປິ 2021 ເຊິ່ງບັນດາໂຄງການເຫຼົ່ານັ້ນໄດ້ຊ່ວຍປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຢູ່ໃນພາກພື້ນແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງເປັນຮູບປະທຳ ເປັນຕົ້ນແມ່ນ ໂຄງການທົດລອງແກ້ໄຂຄວາມທຸກຍາກ ທີ່ຈັດຕັ້ງປະຕິບັດຢູ່ບ້ານຊໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ, ແຂວງຫຼວງພະບາງ ເຊິ່ງປະກອບມີຫຼາຍກິດຈະກຳເຊັ່ນ: ສ້າງຂົວ, ສຸກສາລາ, ສູນບຳບັດຂີ້ເຫຍື້ອ ແລະ ອື່ນໆ.
ສັນຍາຮ່ວມມືໂຄງການພາຍໃຕ້ກອງທຶນພິເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ປະຈຳປີ 2021 ຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເພື່ອນໍາຜົນປະໂຫຍດຕົວຈິງມາສູ່ພາກພື້ນແມ່ນ້ຳຂອງ ລວມທັງ ສປປ ລາວ.