ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຄັ້ງທີ 3

           

 

       

ໃນ​ລະຫວ່າງ​ວັນ​ທີ 30 ມີນາ - 02 ເມສາ 2022,  ທ່ານ ນາງ ອາມານດາ ມິວລິງ, ລັດຖະມົນຕີ ຊີ້​ນຳ​ຂົງ​ເຂດ​ອາ​ຊີ ແລະ ຕາ​ເວັນ​ອອກ​ກາງ, ກະຊວງການຕ່າງປະເທດ ແຫ່ງ ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ພ້ອມ​ດ້ວຍ​ຄະນະ  ​​ໄດ້​ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ ​ຢ່າງ​ເປັນ​ທາງ​ການ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃຫມ່.

 

 

              

ໃນ​ໂອ​ກາດ​ການ​ມາ​ຢ້ຽມ​ຢາມ​ຄັ້ງ​ນີ້, ສອງຝ່າຍ​ ລາວ-ອັງ​ກິດ ໄດ້​ມີກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງ ​ສອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ - ສະຫະຣາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຄັ້ງທີ 3 ໃນ​ວັນ​ທີ 31 ມີ​ນາ 2022, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຮ່ວມໂດຍ ທ່ານ ບຸນເຫຼືອ   ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ​ປ​ປ ລາວ ແລະ ທ່ານ ນາງ ອາມານດາ ມິວລິງ (Amanda Milling), ​ລັດ​ຖະ​ມົນ​ຕີຊີ້​ນຳ​ຂົງ​ເຂດ​ອາ​ຊີ ແລະ ຕາ​ເວັນ​ອອກ​ກາງ, ​ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ແລະ ການ​ພັດ​ທະ​ນາ ແຫ່ງ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ອັງ​ກິດ ແລະ ອຽກ​ລັງ​ເໜືອ. ກອງປະຊຸມຄັ້ງນີ້ ໄດ້ເປັນຂີດໝາຍສຳຄັນ​ໃນການ ສັງເກດຕີລາຄາສະພາບການ​ພົວ​ພັນຮ່ວມມືສອງຝ່າຍ ໃນໄລຍະຜ່ານມາ ໂດຍສືບ​ຕໍ່ກອງປະຊຸມປຶກ​ສາ​ຫາ​ລື ຄັ້ງທີ 2, ທີ່ຈັດຂຶ້ນໃນປີ 2018, ຢູ່ ນະຄອນຫຼວງວຽງຈັນ ເວົ້າລວມແມ່ນເພື່ອ​ກຳ​ນົດທາງ​ການເສີມຂະຫຍາຍການ​ພົວພັນ​ຮ່ວມ​ມື ລະຫວ່າງ ສອງປະເທດ ​ລາວ-ອັງກິດ ເວົ້າສະເພາະ ແມ່ນເພື່ອສົ່ງເສີມ​ການ​ຮ່ວມ​ມື ​ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ​ ໃຫ້ກ້າວສູ່ລວງເລິກ ແລະ ຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດແຜນການພົວພັນຮ່ວມມື ລາວ-ອັງກິດ ທີ່ກຳລັງຈັດຕັ້ງປະຕິ ບັດຢູ່, ລວມທັງຂໍ້ລິເລີ່ມໃໝ່ໆ ທີ່ເຫັນວ່າເປັນທ່າແຮງ ແລະ ສາມາດຮ່ວມມືກັນ ເພື່ອ​ນຳ​ມາເຊິ່ງຜົນປະໂຫຍດຮ່ວມກັນ ໃນຕໍ່ໜ້າ ແນໃສ່ເຮັດໃຫ້ການພົວພັນຮ່ວມມືສອງຝ່າຍ ມີປະສິດທິພາບ, ປະສິດທິຜົນ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ. ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ທີ່ນັບມື້ໄດ້ຮັບການ ເສີມຂະຫຍາຍຂຶ້ນເລື້ອຍໆ, ພາຍຫລັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 05 ກັນຍາ 1955 ເປັນຕົ້ນມາ, ສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ໃຫ້ມີການແລກປ່ຽນຄະນະຜູ້ແທນລະດັບສູງຮ່ວມກັນ ແລະ ການຈັດກອງປະ ຊຸມປຶກສາຫາລືທາງດ້ານການເມືອງ ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ອັງກິດ ຢ່າງ​ເປັນ​ປົກ​ກະ​ຕິ ເພື່ອປຶກ ສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິຜົນສູງຂຶ້ນ ເປັນຕົ້ນ ສືບຕໍ່ຮ່ວມມືກັນດ້ານການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ວຽກງານເກັບກູ້ລະເບີດບໍ່ທັນແຕກ, ກະສິກຳ ແລະ ປ່າໄມ້, ພະລັງງານສະອາດ, ການທ່ອງທ່ຽວ ແລະ ອື່ນໆ. ພ້ອມດຽວ ກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນ​ຕົ້ນ ໃນເວທີ ສປຊ ແລະ ອາຊຽນ ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອການກະກຽມເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024. ນອກຈາກນີ້, ສອງຝ່າຍ ຍັງໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບ​ການພັດທະນາເສດຖະກິດ-ສັງຄົມ ຢູ່ ສ​ປ​ປ ລາວ ແລະ ອັງ​ກິດ ແລະ ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການ ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

       

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຮູ້ບຸນຄຸນມາຍັງລັດຖະບານ ແລະ ປະຊາຊົນ ອັງກິດ ຕໍ່​ການ​ຊ່ວຍ​ເຫຼືອ​ ​​ທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ໃຫ້​ແກ່ ສ​ປ​ປ ລາວ, ຊຶ່ງ​ເປັນ​ການ​ປະ​ກອບ​ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສ​ປ​ປ ລາວ ໃນ​ແຕ່​ລະ​ໄລ​ຍະ ແລະ ຄວາມ​ໝາຍ​ໝັ້ນ​ທີ່​ຈະ​ສືບ​ຕໍ່ຊ່ວຍ​ເຫຼືອ ສ​ປ​ປ ລາວ ໃນ​ຕໍ່​ໜ້າ. ພິ​ເສດ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​​ດ້ານ​ຕ່າງໆເຂົ້າໃນ​ການ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ໂຄວິດ-19 ຢູ່ ສ​ປ​ປ ລາວ. ​

             

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກ ກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆ ປະກົດຜົນເປັນຈິງ. ກອງ​ປະຊຸມ​ໄດ້​ດຳ​ເນີນ​ພາຍ​ໃຕ້​ບັນຍາກາດ​ອັນ​ອົບ​ອຸ່ນ​ ແລະ ​ກົງ​ໄປ​ກົງ​ມາ, ​ຊຶ່ງ​ສອງ​ຝ່າຍ​ໄດ້​ບັນລຸ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ກັນ​ຫລາຍ​ຂຶ້ນ ​ແລະ ທັງ​ເປັນ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມື​ ລະຫວ່າງ​ ສອງ​ປະ​ເທດ​ ລາ​ວ-ອັງກິດ ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ຍິ່ງ​ຂຶ້ນ.

         

         

 

          

ໃນໂອກາດຢ້ຽມຢາມເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ໄດ້ເຂົ້າຢ້ຽມຂ່ຳ ນັບ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີຂະ​ແໜງ​ການ​ກ່ຽວ​ຂ້ອງອີກຈຳນວນຫນຶ່ງ. ພ້ອມນີ້, ທ່ານລັດຖະມົນຕີ ອາມານດາ ມິວລິງ ກໍ່ຈະເດີນທາງໄປຢ້ຽມຢາມເຮັດວຽກຢູ່ ແຂວງຊຽງແຂວງ ໂດຍ​ຈະ​ພົບ​ປະ​ກັບ​ການ​ນຳ​ແຂວງ ແລະ ຢ້ຽມ​ຢາມ​ໂຄງ​ການ​ຕ່າງໆ​ທີ່​ລັດ​ຖະ​ບານ​ອັງ​ກິດ​ໃຫ້​ການ​ຊ່ວຍ​ເຫຼືອ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຢູ່​ແຂວງ​ດັ່ງ​ກ່າວ.

           

-----------------------------------------------------

 

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486328
ມື້ນີ້24
ມື້ວານ220
ອາທິດນີ້1364
ເດືອນນີ້5633