ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອມອບ-ຮັບການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າຄົງຄາ

ທ່ານ ຄຳໄພ ສິມມາວັດ,ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ
ທ່ານ ຄຳໄພ ສິມມາວັດ,ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງເຊກອງ
ທ່ານ ວຽງໄຊ ໄຊສົມບັດ, ຮອງຫົວໜ້າສາທາລະນະສູກ ແຂວງອັດຕະປື
ທ່ານ ວຽງໄຊ ໄຊສົມບັດ, ຮອງຫົວໜ້າສາທາລະນະສູກ ແຂວງອັດຕະປື
ທ່ານ ສີອຸດອນ ທອງສຸວັນ, ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ທ່ານ ສີອຸດອນ ທອງສຸວັນ, ຮັກສາການຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ
ທ່ານ ໂຕ່ ສູພົງສີ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງພູຄຳ ແຂວງຫຼວງນ້ຳທາ
ທ່ານ ໂຕ່ ສູພົງສີ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງວຽງພູຄຳ ແຂວງຫຼວງນ້ຳທາ

ໃນວັນທີ 31 ມີນາ 2022, ທີ່ ກະຊວງການຕ່າງປະເທດ ສປປ ລາວ ແລະ ອິນເດຍ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈເພື່ອມອບ-ຮັບ ການຊ່ວຍເຫຼືອຂອງໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ, ເຊິ່ງໃຫ້ກຽດເປັນສັກຂີພິຍານ ໂດຍ ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຕາງໜ້າໃຫ້ແກ່ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ດິນກາ ອາດສ໌ທານາ, ເອກອັກຄະລັດຖະທູດ ແຫ່ງສາທາລະນະລັດ ອິນເດຍ ປະຈຳ ສປປ ລາວ ຕາງໜ້າໃຫ້ແກ່ລັດຖະບານອິນເດຍ,

ຜູ້ຮ່ວມລົງນາມບົດບັນທຶກໃນຄັ້ງນີ້ຕາງໜ້າໃຫ້ຝ່າຍລາວແມ່ນຄະນະຮັບຜິດຊອບໂຄງການຈາກພະແນກການກ່ຽວຂ້ອງຂອງບັນດາແຂວງທີ່ໄດ້ຮັບໂຄງການ ແລະ ຕາງໜ້າຝ່າຍອິນເດຍແມ່ນ ທ່ານ ຫົວໜ້າຫ້ອງການສະຖານເອກອັກຄະລັດຖະທູດ ແຫ່ງສາທາລະນະລັດອິນເດຍ ປະຈໍາ ສປປ ລາວ.

ການຮ່ວມລົງນາມບົດບັນທຶກຄັ້ງນີ້ແມ່ນ ເພື່ອຈັດຕັ້ງປະຕິບັດໂຄງການທີ່ໄດ້ຮັບການສະໜັບສະໜູນຈາກລັດຖະບານ    ອິນເດຍ ຈໍານວນ 4 ໂຄງການ, ລວມມູນຄ່າທັງໝົດ 184,677 ໂດລາສະຫະລັດ ຄື: 1. ໂຄງ​ການກໍ່​ສ້າງ​ສຸກ​ສາ​ລາ, ບ້ານ ​ວຽງ​ໄຊເມືອງ​ ພູ​ວົງ, ແຂວງ ອັດ​ຕະ​ປື (Construction of a Healthcare Center in Viengxay Village, Phouvong District, Attapue Province), 2. ໂຄງ​ການກໍ່​ສ້າງຫ້ອງ​ຮຽນ ທີ່ ໂຮງ​ຮຽນ​ປະ​ຖົມກະ​ແຫຼ່ງ​ພູ, ເມືອງ ນອງ, ແຂວງ ສະ​ຫວັນ​ນະ​ເຂດ (Construction of school Building at Kalangphou Primary School, Nong District, Savannakhet Province), 3. ໂຄງການປັບປຸງການຜະລິດກາເຟອິນຊີ ແລະ ຄວາມຫຼາກຫຼາຍຂອງເສດຖະກິດຊົນນະບົດ ແລະ ການສ້າງຂີດຄວາມສາມາດຂອງຊາວບ້ານ, ບ້ານ ນໍ້າວັງ, ເມືອງ ວຽງພູຄາ, ແຂວງຫຼວງນໍ້າທາ (Enhancement of Organic Coffee production and Diversification of the Rural Economy and Capacity Building of the Villager in Namvang Village, Viengphouka District, Luang Namtha Province) ແລະ 4. ໂຄງ​ການກໍ່​ສ້າງຫ້ອງ​ຮຽນ​ ທີ່ ​ໂຮງ​ຮຽນ​ມັດ​ທະ​ຍົມກະ​ລຶມ, ແຂວງ ​ເຊກອງ (Construction of classroom bulding at Kaleum Secondery School, Sekong Province).

ໃນໂອກາດນີ້, ທ່ານ ຕິ່ງ ສຸກສັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ເອກອັກຄະລັດຖະທູດ ດິນກາ ອາດສ໌ທານາ ກໍຄື ລັດຖະບານອິນເດຍ ທີ່ໄດ້ໃຫ້ຄວາມສໍາຄັນຕໍ່ການຮ່ວມມື ລະຫວ່າງ ສປປ ລາວ ແລະ ອິນເດຍ ທັງໃນຂອບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ, ໂດຍສະເພາະ, ແມ່ນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນຂັ້ນທ້ອງຖິ່ນໃຫ້ນັບມື້ນັບດີຂຶ້ນ.  ພ້ອມນີ້, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ໃຫ້ຄຳໝາຍໝັ້ນວ່າ ສປປ ລາວ ຈະສືບຕໍ່ຮ່ວມຢ່າງໃກ້ຊິດກັບ ອິນເດຍ ໃນຖານະການເປັນປະທານຮ່ວມກອງປະຊຸມຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໃນປີ 2022. ອິນເດຍໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ໂດຍການສະໜັບສະໜູນງົບປະມານ ຈໍານວນ 1 ລ້ານໂດລາສະຫະລັດ ຕໍ່ປີ ໃຫ້ແກ່ປະເທດ ສະມາຊິກ ເພື່ອຈັດຕັ້ງປະຕິບັດໂຄງການຂະໜາດນ້ອຍ, ມູນຄ່າບໍ່ເກີນ 50,000 ໂດລາສະຫະລັດ ຕໍ່ 1 ໂຄງການ. ນັບຕັ້ງແຕ່ທີ່ມີການສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012, ສປປ ລາວ ໄດ້ຮັບອະນຸມັດໂຄງການທັງໝົດ ຈໍານວນ 11 ໂຄງການ, ລວມມູນຄ່າ 532.677 ໂດລາສະຫະລັດ.
ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486253
ມື້ນີ້169
ມື້ວານ215
ອາທິດນີ້1289
ເດືອນນີ້5558