ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອ ຈາກລັດຖະບານຍີ່ປຸ່ນ ໃນໂຄງການສະໜັບສະໜູນເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ

        

        

        

ໃນວັນທີ 01 ເມສາ 2022, ທີ່ ກະຊວງການຕ່າງປະເທດ ໄດ້ມີພີທີລົງນາມເອກະສານແລກປ່ຽນ ເພື່ອຮັບເອົາການຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ໃນໂຄງການສະໜັບສະໜູນເຂົ້າໃນວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ, ລວມມູນຄ່າທັງໝົດ 540 ລ້ານເຢນ (ປະມານ  5 ລ້ານໂດລາສະຫະລັດ), ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ລົງນາມໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຕາງໜ້າລັດຖະບານ ແຫ່ງ ປະເທດຍີ່ປຸ່ນ ໂດຍ ທ່ານ ໂຄບະຢະຊິ ເຄນອິຈິ (Mr. KOBAYASHI Kenichi), ເອກ​ອັກຄະ​ຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ, ໂດຍມີບັນດາພະນັກງານຈາກຂະແໜງການກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.

 

ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໜຶ່ງໃນບັນດາໂຄງການທີ່ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ໄດ້ປະກາດໃຫ້ການຊ່ວຍເຫຼືອ ສປປ ລາວ ໃນໂອກາດສົນທະນາທາງໂທລະສັບກັບ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນວັນທີ 01 ມີນາ 2022 ຜ່ານມາ, ຊຶ່ງເປັນການຢືນຢັນຄືນຄໍາໝາຍໝັ້ນຂອງ ລັດຖະບານ ກໍ່ຄືປະຊາຊົນຍີ່ປຸ່ນ ທີ່ມີຕໍ່ລັດຖະບານ ກໍ່ຄືປະຊາຊົນລາວ ເພື່ອພັດທະນາຂະແໜງການທີ່ເປັນບູລິມະສິດ ຂອງ ສປປ ລາວ ເວົ້າສະເພາະ, ເວົ້າລວມ ກໍແມ່ນການສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025) ຂອງ ສປປ ລາວ ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ເປັນຮູບປະທໍາເທື່ອລະກ້າວ, ໂດຍສະເພາະ ເປົ້າໝາຍການພັດທະນາແບບຍືນຍົງທີ 18 ທີ່ ສປປ ລາວ ໄດ້ຮັບຮອງເອົາ ໃນເດືອນກັນຍາ 2016 ກໍຄື “ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ (Live Safe From UXO)”, ເຊິ່ງໂຄງການດັ່ງກ່າວ ເລັ່ງໃສ່ ແລະ ຈັດຕັ້ງປະຕິບັດວຽກງານການເກັບກູ້ລະເບີດບໍ່ທັນແຕກ ໃນ 03 ແຂວງເປົ້າໝາຍ ຄື: ແຂວງສາລະວັນ, ແຂວງເຊກອງ ແລະ ແຂວງຈໍາປາສັກ, ໂດຍສະເພາະຢູ່ບັນດາເມືອງທີ່ຍັງທຸກຍາກ, ຊຶ່ງຈະນໍາໃຊ້ເຂົ້າໃນການຈັດຊື້ວັດຖຸ, ອຸປະກອນ ແລະ ພາຫະນະຮັບໃຊ້ ສໍາລັບຫ້ອງການຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ແລະ ໂຄງການເກັບກູ້ລະເບີດແຫ່ງຊາດ.

 

ໃນພິທີດັ່ງກ່າວ, ທ່ານຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມື ແລະ ການຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ຍີ່ປຸ່ນ ໃນຄັ້ງນີ້, ເຊິ່ງຈະເປັນການຈໍາກັດຮັດແຄບສິ່ງກີດຂວາງ ແລະ ໄພຄຸກຄາມຂອງລະເບີດບໍ່ທັນແຕກ ຕໍ່ການນໍາໃຊ້ທີ່ດິນເພື່ອການກະສິກໍາ, ການພັດທະນາໂຄງລ່າງພື້ນຖານ ແລະ ຍັງເປັນອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນລາວ, ກໍຄືປະກອບສ່ວນສຳຄັນເຂົ້າໃນການສ້າງສາພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປ ລາວ ແນ່ໃສ່ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ນັບມື້ດີຂຶ້ນເທື່ອລະກ້າວ.

 

ໃນຂະນະດຽວກັນນີ້, ທ່ານເອກອັກຄະຣາຊະທູດ ໂຄບະຢະຊິ ເຄນອິຈິ ໄດ້ຢໍ້າຄືນຄວາມສໍາຄັນຂອງໂຄງການຊ່ວຍເຫຼືອຄັ້ງນີ້ ແລະ ຢືນຢັນຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວ ຢ່າງຕັ້ງໜ້າ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີີ່ມີມາແຕ່ດົນນານ ກໍຄືການເປັນຄູ່ຮ່ວມຍຸດທະສາດຂອງສອງປະເທດ ລາວ-ຍີ່ປຸ່ນ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.

 

********

          

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486166
ມື້ນີ້82
ມື້ວານ215
ອາທິດນີ້1202
ເດືອນນີ້5471