ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມພົບປະສອງຝ່າຍ ໃນຮູບແບບທາງໄກ ລະຫວ່າງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ ລາວ - ເຢຍລະມັນ

 

 

         ໃນ​​ວັນ​ທີ 05 ເມສາ 2022,  ທີ່ ກະຊວງການຕ່າງປະເທດ, ໄດ້ມີກອງປະຊຸມພົບປະສອງຝ່າຍ ໃນຮູບແບບທາງໄກ ລະຫວ່າງ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ  ກັບ ທ່ານ ໂທເບຍສ໌ ລິນເນີ (Tobias Lindner), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ນັບມື້ກ້າວເຂົ້າສູ່ບາດກ້າວອັນໃຫມ່.

 

         ກອງປະຊຸມພົບປະໃນຮູບແບບທາງໄກ ເປັນບາດກ້າວອັນໃໝ່ ແລະ ນິມິດ​ໝາຍ​ອັນດີງາມໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ​ ສອງ​ປະເທດ ກໍຄື​ການ​ຮ່ວມ​ມື​ ລະຫວ່າງ​ ສອງ​ກະຊວງ​ການ​ຕ່າງປະ​ເທດ. ໃນໂອກາດດັ່ງກ່າວ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 31 ມັງກອນ 1958 (ຄົບຮອບ 64 ປີ) ເປັນຕົ້ນມາ, ພ້ອມນີ້ ສອງຝ່າຍກໍ່ເຫັນດີທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືທີ່ມີມູນເຊື້ອ ໃຫ້ເຂົ້າສູ່ລ່ວງເລິກ ແລະ ພັດທະນາຢ່າງຕໍ່ເນື່ອງ, ຊຸກຍູ້ໃຫ້ມີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດ ລາວ-ເຢຍລະມັນ ແລະ ການຈັດກອງປະຊຸມປຶກສາຫາລື ລະຫວ່າງ ສອງກະຊວງການຕ່າງປະເທດ ຢ່າງເປັນປົກກະຕິ ເພື່ອປຶກສາຫາລື, ຖອດຖອນບົດຮຽນ ແລະ ຊຸກຍູ້ການຮ່ວມມືສອງຝ່າຍທີ່ມີມາແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ເປັນຕົ້ນແມ່ນ ການຮ່ວມມືທາງດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງຮ່ວມກັນ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ເປັນ​ຕົ້ນ ໃນເວທີ ສປຊ ແລະ ອາຊຽນ, ໂດຍສະເພາະການສະໜັບສະໜູນຊ່ວຍເຫຼືອໃຫ້ແກ່ການກະກຽມເປັນປະທານ ອາຊຽນ ຄັ້ງທີ 3 ຂອງ ສປປ ລາວ ໃນປີ 2024 ໃຫ້ປະສົບຜົນສໍາເລັດຢ່າງຈົບງາມ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.

 

        ໃນໂອກາດດຽວກັນນີ້, ທ່ານຮອງລັດຖະມົນຕີ ບຸນເຫຼືອ ພັນດານຸວົງ ກໍ່ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ແລະ ສະແດງຄວາມຮູ້ບຸນຄຸນ ມາຍັງ ລັດຖະບານ ແລະ ປະຊາຊົນ  ເຢຍລະມັນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ທາງດ້ານທຶນຮອນ ແລະ ເຕັກນິກວິຊາການ ເປັນຕົ້ນແມ່ນ ການພັດທະນາເສດຖະກິດແບບຍືນຍົງ ແລະ ການພັດທະນາເຂດຊົນນະບົດ ໂດຍມີການຮ່ວມມືທາງດ້ານເຕັກນິກຜ່ານ ອົງການ GIZ ແລະ ການຮ່ວມມືທາງດ້ານການເງິນຜ່ານທະນາຄານ KFW ໂດຍໄດ້ຖືເອົາເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມ ຂອງລັດຖະບານລາວ ເປັນບ່ອນອີງໃນການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ເປັນຕົ້ນແມ່ນ ການພັດ​ທະ​ນາ​ຊົນ​ນະ​ບົດ, ກໍ່ສ້າງໂຄງ​ລ່າງ​ພື້ນ​ຖານ, ອາຊີວະສຶກສາ, ອະນຸລັກສິ່ງແວດລ້ອມ,ພັດທະນາເສດຖະກິດແບບຍືນຍົງ, ສົ່ງເສີມ​ພາກທຸລະກິດ-ເອກະຊົນ ແລະ ອຶ່ນໆ ໃນຕໍ່ໜ້າ, ລັດຖະບານ ເຢຍລະມັນ ໄດ້ກຳນົດນະໂຍບາຍໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຜ່ານຂອບຫຼາຍຝ່າຍ ເຊັ່ນ: ຜ່ານສະຫະພາບເອີຣົບ, ອາຊຽນ, ອົງການແມ່ນ້ຳຂອງສາກົນ ແລະ ອົງການຈັດຕັ້ງສາກົນອື່ນໆ, ຊຶ່ງ​ການສະໜັບສະໜູນຊ່ວຍເຫຼືອນີ້ ຈະປະ​ກອບ​ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງ ສ​ປ​ປ ລາວ ໃນ​ແຕ່​ລະ​ໄລ​ຍະ.

 

       ໃນຂະນະດຽວກັນ, ທ່ານຮອງລັດຖະມົນຕີ ໂທເບຍສ໌ ລິນເນີ ກໍ່ໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ໃຫ້ພາກສ່ວນທີ່ ກ່ຽວຂ້ອງຂອງທັງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ບັນດາຂໍ້ສະເໜີຕ່າງໆ ປະກົດຜົນເປັນຈິງ. ກອງ​ປະຊຸມ​ ໄດ້​ດຳ​ເນີນ​ພາຍ​ໃຕ້​ບັນຍາກາດ​ອັນ​ອົບ​ອຸ່ນ​ ແລະ ​ກົງ​ໄປ​ກົງ​ມາ, ​ຊຶ່ງ ​ສອງ​ຝ່າຍ ໄດ້ປຶກສາຫາລືກັນຫລາຍ​ບັນຫາ​ທີ່​ສຳຄັນ ຢ່າງເປີດອົກເປີດໃຈກົງໄປກົງມາ, ມີຄວາມເຂົ້າໃຈກັນເປັນຢ່າງດີ ແລະ ເປັນພື້ນຖານອັນສຳຄັນໃຫ້ແກ່ການ​ເສີມ​ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຂອງສອງປະເທດໃຫ້ກ້ວາງຂວາງ ແລະ ເລິກເຊິ່ງຍິ່ງໆຂຶ້ນໃນຕໍ່ໜ້າ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486165
ມື້ນີ້81
ມື້ວານ215
ອາທິດນີ້1201
ເດືອນນີ້5470