ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປິດຊຸດຝຶກອົບຮົມໃຫ້ແກ່ພະນັກງານໃໝ່, ຊຸດທີ 24 ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ

 

Thonphan 24 1

Thonphan 24 4

Thonphan 24 3

Thonphan 24 2

      ໃນ​ວັນ​ທີ 08 ເມສາ 2022, ສະ​ຖາ​ບັນ​ການ​ຕ່າງປະ​ເທດ, ກະຊວງ​ການ​ຕ່າງປະ​ເທດ ໄດ້​ຈັດ​ພິທີ​ປິດ ແລະ ມອບໃບຢັ້ງຢືນ ໃຫ້ແກ່ຜູ້ເຂົ້າຮ່ວມຝຶກອົບຮົມພະນັກງານ​ໃໝ່, ຊຸດທີ 24, ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ. ນອກນັ້ນ, ຍັງມີບັນດາຫົວໜ້າ, ຄະນະກົມຈາກກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ນັກສໍາມະນາກອນ ເຂົ້າຮ່ວມທັງໝົດ ປະມານ 40 ທ່ານ. ຊຸດຝຶກອົບຮົມດັ່ງກ່າວ, ແມ່ນໄດ້ດໍາເນີນມາແຕ່ວັນທີ 07 ມີນາ 2022 ເປັນເວລາ 05 ອາທິດ, ເຊີ່ງມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 28 ທ່ານ, ຍິງ 15 ທ່ານ ທີ່ມາຈາກບັນດາກົມພາຍໃນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ.

       ໃນພິທີ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະ​ຖາ​ບັນ​ການ​ຕ່າງປະ​ເທດ ໄດ້​ຂຶ້ນອ່ານຜ່ານບົດ​ສະຫຼຸບລາຍ​ງານ​ຜົນ​ການ​ຝຶກ​ອົບຮົມຕະຫຼອດໄລຍະ 05 ອາທິດ​, ຊຶ່ງ​ໄດ້ຍົກໃຫ້ເຫັນເນື້ອໃນສໍາຄັນຂອງໂຄງການຫຼັກສູດ​ຝຶກ​ອົບຮົມໃນຄັ້ງນີ້ ໂດຍສະເພາະແມ່ນ ເນັ້ນໃສ່​ສົ່ງເສີມຂີດຄວາມສາມາດໃຫ້ພະນັກງານໜຸ່ມນ້ອຍ ໄດ້ຮຽນຮູ້ກ່ຽວກັບການເຄື່ອນໄຫວວຽກງານການຕ່າງປະເທດ, ການ​ພົວພັນ​ການທູດສອງ​ຝ່າຍ ແລະ ຫຼາຍຝ່າຍ​, ວຽກງານຊາຍ​ແດນແຫ່ງຊາດ, ວຽກງານ​ກົງ​ສຸນ, ວຽກງານພິທີ​ການ, ວຽກງານການຂີດຂຽນເອກະສານທາງການເປັນພາສາລາວ ແລະ ພາສາອັງກິດ ​ແລະ ອື່ນໆ. ແຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົານັກວິທະຍາກອນ ຜູ້ທີ່ມີປະສົບການ ແລະ ຊ່ຽວຊານຈາກຫຼາຍພາກສ່ວນ ມາຂຶ້ນຫ້ອງບັນຍາຍເປັນຕົ້ນ: ບັນດາທ່ານທູດອາວຸໂສບຳນານ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ, ກະຊວງແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ຄະນະຄຸ້ມຄອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ແລະ ກົມ​ຕ່າງໆ ພາຍ​ໃນ​ກະຊວງ​ການ​ຕ່າງປະ​ເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ. ນອກຈາກນັ້ນ, ຜູ້ເຂົ້າຝຶກອົບຮົມຍັງໄດ້ເຂົ້າຮັບຟັງປາຖະກະຖາ ຈາກຄະນະນຳກະຊວງການຕ່າງປະເທດ ໂດຍໄດ້ຮັບກຽດຂຶ້ນຫ້ອງບັນຍາຍຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໃນຫົວຂໍ້: ​"ບົດຮຽນການເຄື່ອນໄຫວການທູດ: ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸເພື່ອປົກປັກຮັກສາ ແລະ ພັດທະນາປະເທດ".

     ໃນພິທີອັນມີຄວາມໝາຍນີ້ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານ​ພິທີກໍໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ຜູ້ເຂົ້າຮ່ວມຝຶກອົບຮົມ, ​ຄະນະ​ຮັບຜິດຊອບ​ ກໍ​ຄື​​ສະ​ຖາ​ບັນ​ການ​ຕ່າງປະ​ເທດ ພ້ອມ​ດ້ວຍ​ວິທະຍາກອນ ທີ່ໄດ້ເອົາໃຈໃສ່ສິດສອນ ແລະ ຖ່າຍທອດຄວາມຮູ້ພື້ນຖານດ້ານວຽກງານການຕ່າງປະເທດ ໃຫ້ແກ່ພະນັກງານໃໝ່ໄດ້ເປັນຢ່າງດີ. ພ້ອມດຽວກັນນັ້ນ, ​ທ່ານປະທານຍັງໄດ້​ໃຫ້ກຽດ​ໂອ້​ລົມ​ຕໍ່ພະນັກງານ​ໃໝ່ ທີ່​ສຳ​ເລັດ​ການ​ຝຶກ​ອົບຮົມໃນ​ຄັ້ງ​ນີ້ ​ໂດຍໄດ້​ຍົກ​ໃຫ້​ເຫັນ​ເຖິງບົດບາດ​ຄວາມ​ສຳຄັນ ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງການ​ເຄື່ອນໄຫວວຽກງານຕ່າງປະເທດໃນ​ໄລຍະ​ໃໝ່ ທີ່ມີຄວາມຮຽກຕ້ອງການພະນັກງານນັກການທູດທີ່ຫ້າວຫັນ ແລະ ມີຄວາມຮູ້ຄວາມສາມາດຢ່າງເລີກເຊິງ ເພື່ອຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດຖະບານໂດຍສະເພາະ ນະໂຍບາຍການຕ່າງປະເທດ ໃຫ້ປະກົດຜົນເປັນຈິງ ແລະ ເຮັດໃຫ້ຖານະບົດບາດຂອງ ສປປ ລາວສູງເດັ່ນຂື້ນໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ໃນຕອນທ້າຍ ທ່ານປະທານພິທີ ໄດ້ໃຫ້ທິດຊີ້ນໍາໂດຍຮຽກຮ້ອງໃຫ້ພະນັກງານລັດຖະກອນໃໝ່ທີ່ໄດ້ຜ່ານການຝຶກອົບຮົມຄັ້ງນີ້ ນຳເອົາບົດຮຽນ ທີ່ບັນດາຄູອາຈານໄດ້ຖ່າຍທອດໃຫ້ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດອອກຜົນຢ່າງແທ້ຈິງ.

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486323
ມື້ນີ້19
ມື້ວານ220
ອາທິດນີ້1359
ເດືອນນີ້5628