ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມໜ່ວຍງານຂອງສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 8 ແບບທາງໄກ

20200420asean

20200420asean1

        ໃນຕອນເຊົ້າຂອງວັນທີ 20 ເມສາ 2022 ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານຂອງສະພາປະສານງານອາຊຽນ ວ່າດ້ວຍ ການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 8 ແບບທາງໄກ (8 Meeting of ASEAN Coordinating Council Working Group on Public Health Emergencies) ພາຍໃຕ້ການເປັນປະທານຂອງ ກໍາປູເຈຍ ໂດຍມີບັນດາເຈົ້າໜ້າທີ່ອາວຸໂສອາຊຽນ ຈາກເສົາຄໍ້າວັດທະນະທໍາ-ສັງຄົມ, ເສດຖະກິດ ແລະ ສາທາລະນະສຸກ; ຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ ແລະ ກອງເລຂາອາຊຽນ ເຂົ້າຮ່ວມ.

       ກອງປະຊຸມຄັ້ງນີ້ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດພະຍາດ ໂຄວິດ-19 ກໍຄືການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດພະຍາດ ໂຄວິດ-19 ຂອງອາຊຽນ. ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງເພີ່ມທະວີການຈັດຕັ້ງປະຕິບັດແຜນຟື້ນຟູ; ແລະ ໄດ້ຮັບຊາບຄວາມຄືບໜ້າ ກ່ຽວກັບ ການຈັດຕັ້ງປະຕິບັດແຜນຂອບວຽກແລວການເດີນທາງອາຊຽນ ແນໃສ່ເພື່ອອໍານວຍຄວາມສະດວກໃນການເດີນທາງເຂົ້າ-ອອກ ພາຍໃນປະເທດສະມາຊິກອາຊຽນ.

         ໂອກາດດັ່ງກ່າວ, ກອງປະຊຸມ ໄດ້ຊຸກຍູ້ໃຫ້ອົງການ UNICEF ໂດຍສົມທົບກັບເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນເລັ່ງລັດການນໍາໃຊ້ງົບປະມານ ຈາກກອງທຶນອາຊຽນ ເພື່ອຮັບມືກັບພະຍາດ ໂຄວິດ-19 ຈັດຊື້ ແລະ ນໍາສົ່ງວັກຊີນຕ້ານພະຍາດ ໂຄວິດ-19  ໃຫ້ບັນດາປະເທດອາຊຽນ ໃຫ້ສໍາເລັດໃນໄຕມາດທີ 1 ແລະ 2 ຂອງປີນີ້. ນອກນີ້, ກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນ ສືບຕໍ່ປະກອບສ່ວນເຂົ້າໃນຄັງແຮອຸປະກອນການແພດ ພາກພື້ນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ, ເຊິ່ງຄັງແຮດັ່ງກ່າວ ມີຄວາມສໍາຄັນໃນການຊ່ວຍເຫຼືອດ້ານຢາປົວພະຍາດ ແລະ ອຸປະກອນການແພດ ໃຫ້ບັນດາປະເທດສະມາຊິກອາຊຽນທີ່ໄດ້ຮັບຜົນກະທົບຈາກພາວະສຸກເສີນດ້ານສາທາລະນະສຸກ ໃນອະນາຄົດ.

          ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາສະເໜີລາຍງານຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 31, ເຊິ່ງຈະຈັດຂຶ້ນ ໃນຕົ້ນເດືອນ ສິງຫາ 2022.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486192
ມື້ນີ້108
ມື້ວານ215
ອາທິດນີ້1228
ເດືອນນີ້5497