ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບ-ຮັບໃບຢັ້ງຢືນຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ IIl ຂອງກະຊວງການຕ່າງປະເທດ

  

20220426 InsDept 1

20220426 InsDept 2

20220426 InsDept 3

          

ພາຍໃຕ້ການ​ນຳພາຊີ້​ນໍາ​ຂອງ​ຄະນະ​ພັກ-ຄະນະ​ນໍາ​, ຄະນະກວດກາພັກກະຊວງ​ການ​ຕ່າງປະ​ເທດ ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນບຳລຸງ-ກໍ່ສ້າງພະນັກງານຂອງກະຊວງ​ການ​ຕ່າງປະ​ເທດ ​ແລະ ​ໄດ້​ຮັບ​ການ​ຮ່ວມ​ມື​ສະໜັບສະໜູນຈາກ​ຄະນະກວດກາສູນກາງພັກ ແລະ ອົງການ​ກວດກາ​ແຫ່ງລັດ, ໃນວັນທີ 26 ເມສາ 2022 ທີ່ ຫ້ອງປະຊຸມໃຫ່ຍ ຊັ້ນ 3 (ຕຶກ B) ກະຊວງການຕ່າງປະເທດ ໄດ້ມີພິທີມອບ-ຮັບ ໃບຢັ້ງຢືນການສຳເລັດຈັດຊຸດຝຶກອົບຮົມວຽກງານກວດກາ ຊຸດທີ IlI ໃຫ້ແກ່ບັນດານັກ​ສຳ​ມະ​ນາກ​ອນທີ່​ມາ​ຈາກ​ບັນດາ​ໜ່ວຍ​ພັກ ທີ່​ເຮັດ​ວຽກ​ງານ​ກວດກາຂອງກະຊວງການຕ່າງປະເທດ ຈໍານວນ 47 ສະຫາຍ, ຍິງ: 22 ສະຫາຍ.

              

ການຈັດ​ຝຶກ​ອົບຮົມ​ຄັ້ງ​ນີ້  ໄດ້ດຳເນີນມາເປັນໄລຍະເວລາ 11 ວັນລັດຖະການ ນັບແຕ່ວັນທີ 11-25 ມີນາ  2022 ຜູ້ເຂົ້າຮ່ວມໄດ້ຮຽນຮູ້ພື້ນຖານ ກ່ຽວກັບບັນດາເນື້ອໃນເອກະສານທີ່ກ່ຽວຂ້ອງກັບວຽກງານຕິດຕາມ, ກວດ ກາ, ຊຶ່ງປະກອບມີ: ວຽກງານຕິດຕາມ, ວຽກງານກວດກາພັກ, ວຽກງານກວດກາລັດ, ຄວາມຮູ້ກ່ຽວກັບຈິດຕະ ສາດໃນວຽກງານກວດກາ, ວິທີການສ້າງແຜນການ ແລະ ເອກະສານດໍາເນີນການກວດກາ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານສືບສວນ - ສອບສວນ, ວຽກງານແກ້ໄຂຜົນການກວດກາ ແລະ ການຕິດຕາມການ ຈັດຕັ້ງປະຕິບັດຜົນການກວດກາ, ການສ້າງສຳນວນເອກະສານ ແລະ ສຳເນົາເອກະສານວຽກງານກວດກາ ແລະ ການກວດສອບ, ຊຶ່ງໃຫ້ກຽດຂຶ້ນສອນ ແລະ ບັນຍາຍ ໂດຍບັນດາຄູອາຈານຈາກຄະນະກວດກາສູນກາງພັກ  ແລະ  ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ  ແລະ  ອົງການກວດສອບແຫ່ງລັດ. 

           

ໃນໂອກາດພິທີ​ມອບ-ຮັບ​​ໃບ​ຢັ້ງຢືນຊຸດຝຶກອົບຮົມວຽກງານກວດກາ ຄັ້ງທີ  IIl  ຂອງກະຊວງການຕ່າງປະເທດ​​ໃນ​ຄັ້ງ​ນີ້, ທ່ານ  ບຸນເຫຼືອ  ພັນດານຸວົງ, ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດມອບໃບຢັ້ງຢືນ ແລະ ມີທິດຊີ້ນຳຕໍ່ພິທີ​ດັ່ງກ່າວ ເຊິ່ງທ່ານໄດ້ເນັ້ນໃຫ້ບັນດານັກສຳມະນາກອນເອົາໃຈໃສ່ນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ ໝູນໃຊ້ເຂົ້າໃນການເຄື່ອນໄຫວໜ້າທີ່ວຽກງານ ຢູ່ໜ່ວຍພັກຂອງຕົນ ເພື່ອ​ຍົກສູງ​ວຽກ​ງານຕິດຕາມ, ກວດກາ​, ສະກັດ​ກັ້ນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງຂອງ​ກະຊວງ​ການ​ຕ່າງປະ​ເທດ ໃຫ້​ມີ​ຄຸນນະພາ​ບ, ມີ​ຜົນ​ສັກ​ສິດຢ່າງແທ້ຈິງ ແລະ ສອດຄ່ອງກັບແນວທາງຂອງພັກ ທີ່ວ່າ:  “ວຽກງານຕິດຕາມ ກວດກາ ແມ່ນສອດຫ້ອຍເຂົ້າໃນຂົງເຂດວຽກງານ, ເປັນວຽກທີ່ຕ້ອງເຮັດເປັນປົກກະຕິ ແລະ ຂາດບໍ່ໄດ້ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ”. ພ້ອມນີ້, ກໍໄດ້ສະ​ແດງ​ຄວາມ​ຂອບ​ໃຈ​​ມາ​ຍັງ​ຄະ ນະກວດກາສູນກາງພັກ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນສູງສຸດ ແລະ ອົງການກວດສອບແຫ່ງລັດ ທີ່​ໄດ້​ເອົາໃຈໃສ່ໃຫ້ການ​ຮ່ວມ​ມື, ສະໜັບສະໜູນໃນ​ການ​ຕອບ​ສະໜອງນັກ​ວິທະຍາ​ກອນ​ ແລະ ເອກະ ສານປະກອບສ່ວນ​ບໍາລຸງ - ກໍ່ສ້າງພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາ ຂອງບັນດາໜ່ວຍພັກ​ຂື້ນກັບ​ອົງຄະ​ນະ​ພັກ​ກະຊວງ​ການ​ຕ່າງປະ​ເທດ ໃຫ້ມີຄວາມເຂັ້ມແຂງ ແລະ ເຂົ້າໃຈວຽກງານ ຕິດຕາມ, ກວດກາ ສາມາດເປັນເສນາທິການໃຫ້ຂັ້ນເທິງ ກໍຄື ຄະນະກວດກາພັກກະຊວງການຕ່າງປະເທດ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

                 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486354
ມື້ນີ້50
ມື້ວານ220
ອາທິດນີ້16
ເດືອນນີ້5659