ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຄືອຂ່າຍຄັງປັນຍາ ອາຊີຕາເວັນອອກ ຄັ້ງທີ 35 (35th NEAT Country Coordinators Meeting)

 

WhatsApp Image 2022 04 27 at 112712 AM

WhatsApp Image 2022 04 27 at 112712 AM 1

WhatsApp Image 2022 04 27 at 112712 AM 2

WhatsApp Image 2022 04 27 at 112712 AM 3

 

     ໃນວັນທີ 27 ເມສາ 2022 ສະຖາບັນການຕ່າງປະເທດ ໃນນາມປະທານໝູນວຽນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກ ( Network of East Asia Think Tanks /NEAT ) ໄດ້ເປັນເຈົ້າພາບຈັດກອງປະຊຸມຜູ້ປະສານງານລະຫວ່າງປະເທດຂອງເຄືອຂ່າຍ ຫລື ເອີ້ນວ່າ  NEAT Country Coordinators Meeting ຄັ້ງທີ 35 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍຄະນະສະຖາບັນ, ຄະນະພະແນກ ແລະ ວິຊາການ ຈຳນວນ 20 ທ່ານ. ກອງປະຊຸມໄດ້ດຳເນີນໄປເປັນເວລາ ເຄິ່ງວັນ ໃນຮູບແບບກອງປະຊູມທາງໄກ (Zoom platform).

 

     ການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງ ແລະ ທົບທວນຄືນບັນດາກິດຈະກຳທີ່ໄດ້​ຮັບການຈັດຕັ້ງປະຕິບັດໃນປີ 2021 ຜ່ານມາ, ພ້ອມທັງໄດ້ປຶກສາຫາລື ແລະ ຮັບຮອງເອົາຫົວຂໍ້ ແລະ ວັນເວລາການເປັນເຈົ້າພາບຈັດກອງປະຊຸມໜ່ວຍງານວິຊາການ (Working Group) ຂອງບັນດາປະເທດສະມາຊິກ ເຊິ່ງໃນປີ 2022 ມີ 6 ປະເທດທີ່ສະເໜີຂໍເປັນເຈົ້າພາບຈັດກອງປະຊຸມວິຊາການເຊັ່ນ: ສປ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ຟິລິບປິນ, ສສ ຫວຽດນາມ ແລະ ສປປ ລາວ ໂດຍແຕ່ລະຫົວຂໍ້ແມ່ນເນັ້ນໃສ່ການສົ່ງເສີມການຮ່ວມມືທາງດ້ານສາທາລະນະສຸກ ແລະ ທາງດ້ານເສດຖະກິດ ໂດຍສະເພາະ ການຟື້ນຟູເສດຖະກິດ ໃນທ່າມກາງການລະບາດຂອງພະຍາດໂຄວິດ-19 ແລະ ບັນຫາປີ່ນອ້ອມອື່ນໆ.

 

     ໃນເວລາກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີການກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນກ່ຽວກັບສະພາບຄວາມຫຍຸ້ງຍາກ, ຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ, ລະບົບສາທາລະນະສຸກ ກໍຄືຊີວິດການເປັນຢູ່ຂອງປະຊາຊົນທີ່ຕ້ອງປັບຕົວເຂົ້າກັບການດຳລົງຊີວິດແບບໃໝ່ (New Normal), ພ້ອມດຽວກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກຂອງ NEAT ປະສານສົມທົບກັນໃນການລະດົມຄວາມຄິດ ເພື່ອສົ່ງເສີມການຮ່ວມມື ແລະ ຊອກຫາວິທີໃນການແກ້ໄຂບັນຫາຕ່າງໆ ເພື່ອຊ່ວຍພາກລັດຖະບານຮັບມື ແລະ ແກ້ໄຂບັນຫາດັ່ງກ່າວ. ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ການປະກອບສ່ວນທີ່ສຳຄັນຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກໃນການແກ້ໄຂບັນຫາຕ່າງໆທີ່ພາກລັດຖະບານບໍ່ສາມາດແກ້ໄຂໄດ້, ເຊິ່ງບັນດາຂໍ້ສະເໜີແນະຈາກການຄົ້ນຄວ້າ, ວິໄຈຂອງບັນດາຜູ້ຊ່ຽວຊານ, ຜູ້ຊົງຄຸນວຸດທິລ້ວນແລ້ວແຕ່ມີປະໂຫຍດ.  ໃນໂອກາດດຽວກັນນີ້, ຕາງໜ້າໃຫ້ NEAT ສປປ ລາວ ທ່ານ ສອນໄຊ ວັນນະໄຊ, ຮອງຫົວໜ້າສະຖາບັນການຕ່າງປະເທດ, ຜູ້ປະສານງານຂອງເຄືອຂ່າຍ NEAT ຝ່າຍລາວ ໄດ້ນຳສະເໜີເນື້ອໃນຂອງກອງປະຊຸມໜ່ວຍງານວິຊາການ ໃນຫົວຂໍ້ ການຟື້ນຟູການພັດທະນາເສດຖະກິດ-ສັງຄົມ ໃຫ້ມີຄວາມເຂັ້ມ ແຂງ, ຍືນຍົງ ແລະ ກວມລວມໃນທ່າມກາງການແຜ່ລະບາດຂອງພະຍາດໂຄວິດ-19 (Sustainable, Inclusive and resilient Socio-Economic Recovery and Growth in the Midst of Pandemic) . ນອກຈາກນັ້ນ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບແຜນກິດຈະກຳຂອງເຄືອຂ່າຍຄັງປັນຍາອາຊີຕາເວັນອອກຢ່າງກົງໄປກົງມາ, ພ້ອມທັງຕົກລົງຈັດຂອບເວລາ (Timeline) ໃນການຈັດກອງປະຊຸມໜ່ວຍງານວິຊາການ (Working Group) ເພື່ອຈັດຕັ້ງປະຕິບັດໃຫ້ທັນຕາມກຳນົດເວລາ. ກອງປະຊຸມຍັງໄດ້ປຶກສາຫາລືຮ່າງບົດບັນທຶກຊ່ວຍຈໍາສະບັບສຸດທ້າຍ (Memorandum) ທີ່ຈະນຳສະເໜີຕໍ່ພາກລັດຖະບານພິຈາລະນາໃນກອງປະຊຸມສຸດຍອດຜູ້ນຳອາຊຽນ+3.

 

    ໃນຕອນທ້າຍຂອງກອງປະຊຸມ, ທ່ານ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເຊິງເປັນຜູ້ນຳພາກອງປະຊຸມ ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ຮ່ວມເຈລະຈາ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ເອົາໃຈໃສ່ຮ່ວມກັນໃນການຈັດຕັ້ງປະຕິບັດແຜນວຽກໃຫ້ບັນລຸໄດ້ຕະຫຼອດໄລຍະການເປັນປະທານກອງປະຊຸມຂອງ ສປປ ລາວ ທ່າມກາງສະພາບຄວາມຫຍຸ້ງຍາກຂອງໂລກລະບາດ ທີ່ທົ່ວໂລກກໍາລັງປະເຊີນ ແລະ ຮັບ​ມືຢູ່. ໃນໂອກາດນີ້, ບັນດາປະເທດສະມາຊິກ ໄດ້ສະແດງຄວາມໝັ້ນໝາຍທີ່ຈະໃຫ້ການຊ່ວຍເຫຼືອ ແລະ ເຊື່ອໝັ້ນວ່າພາຍໃຕ້ການເປັນປະທານ NEAT 2022 ຂອງສະຖາບັນການຕ່າງປະເທດ ບັນດາກິດຈະກໍາຕ່າງໆທີ່ໄດ້ຕົກລົງກັນຈະໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486203
ມື້ນີ້119
ມື້ວານ215
ອາທິດນີ້1239
ເດືອນນີ້5508