ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືອາຊຽນ ASEAN Consultative Meeting (ACM)

         20220504TP20220504TP1

         ໃນວັນທີ 29 ເມສາ 2022 ທີ່ໂຮງແຮມ ແລນມາກ ຣີເວີຊາຍ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ເປັນປະທານຮ່ວມ ກອງປະຊຸມປຶກສາຫາລືອາຊຽນ ຮ່ວມກັບ ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກ ໄທ ປະຈໍາ ສປປ ລາວ. ກອງປະຊຸມຄັ້ງນີ້ ຈັດຂຶ້ນໂດຍການເປັນເຈົ້າພາບຂອງສະຖານທູດໄທ ປະຈໍາ ສປປ ລາວ ໃນນາມປະທານໝູນວຽນ, ມີບັນ ດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າຈາກສະຖານທູດປະເທດສະມາຊິກອາຊຽນ ປະຈຳ ສປປ ລາວ ເຂົ້າຮ່ວມ.

         ​ ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນຕໍ່ບັນຫາຕ່າງໆທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານ ຮອງລັດ ຖະມົນຕີ ທອງຜ່ານ ສະຫວັນເພັດ ໄດ້ແຈ້ງໃຫ້ກອງປະຊຸມຊາບ ກ່ຽວກັບສະພາບການພັດທະນາໃນ ສປປ ລາວ ເປັນຕົ້ນແມ່ນຜົນການຢ້ຽມຢາມຕ່າງປະເທດຂອງການນໍາຂັ້ນສູງ ຂອງ ສປປ ລາວ, ການຢ້ຽມ ສປປ ລາວ ຂອງການນໍາຂັ້ນສູງ ຂອງຕ່າງປະເທດ ໃນໄລຍະມໍ່ໆມານີ້ ແລະ ແຜນການຢ້ຽມຢາມໃນອະນາຄົດ ລວມທັງສະພາບການແພ່ລະບາດຂອງພະຍາດໂຄວິດ-19, ມາດຕະການຜ່ອນຜັນສໍາລັບການເດີນທາງເຂົ້າ-ອອກ ສປປ ລາວ​ ລວມທັງນະໂຍບາຍ ແລະມາດຕະການ ຂອງລັດ ຖະບານໃນການຟື້ນຟູເສດຖະກິດຫຼັງໂຄວິດ-19.​ ກອງປະຊຸມ ຍັງໄດ້ຮັບຊາບການລາຍງານ ໂດຍທ່ານ ເອກອັກຄະລັດຖະທູດ ກໍາປູເຈຍ ກ່ຽວກັບກອງປະຊຸມ ແລະ ກິດຈະກໍາ ພາຍໃຕ້ການເປັນທານອາຊຽນ ຂອງ ກໍາປູເຈຍ ປີ 2022.

          ກອງປະຊຸມປຶກສາຫາລືອາຊຽນ ແມ່ນກົນໄກສໍາລັບການພົບປະ ລະຫວ່າງ ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຜູ້ຊີ້ນໍາວຽກງານອາຊຽນ ແລະ ບັນດາທູດຂອງປະເທດສະມາຊິກອາຊຽນປະຈໍາ ສປປ ລາວ, ຈັດຂຶ້ນປີລະສອງຄັ້ງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486251
ມື້ນີ້167
ມື້ວານ215
ອາທິດນີ້1287
ເດືອນນີ້5556