ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP)

 

thongpharnTH25 1 1

thongpharnTH25 1 3

thongpharnTH25 1 2

 

        ໃນລະຫວ່າງວັນທີ 23-27 ພຶດສະພາ 2022, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 78 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ຂອງອົງການສະຫະປະຊາຊາດ (ສປຊ) ປະຈໍາພາກພື້ນອາຊີ-ປາຊີຟິກ (UN-ESCAP) ທີ່ບາງກອກ,​ ລາດຊະອານາຈັກໄທ ພາຍໃຕ້ຫົວຂໍ້ “ວາລະຮ່ວມເພື່ອເລັ່ງລັດສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ (A common agenda to advance sustainable development in Asia and the Pacific)”.

 

 

       ສຳລັບກອງປະຊຸມໃນປີນີ້ຊຶ່ງກົງກັບວັນຄົບຮອບ 75 ປີຂອງການສ້າງຕັ້ງອົງການດັ່ງກ່າວ, ໄດ້ມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດສະມາຊິກ, ປະເທດສັງເກດການ, ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ, ອົງຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 200 ກວ່າທ່ານ.

 

​ ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືການຮ່ວມມືຂອງບັນດາປະເທດສະມາຊິກ ໃນຂອບວຽກງານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ອາຊີ-ປາຊີຟິກ ໂດຍສະເພາະໄດ້ມີການທົບທວນຄວາມຄືບໜ້າການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ຂອງອົງການ ສປຊ ໃນພາກພື້ນອາຊີ ແລະ ປາຊີຟິກ, ລວມທັງການຈັດຕັ້ງປະຕິບັດບັນດາ​ເອກະສານ​ສໍາຄັນຕ່າງໆ ທີ່ໄດ້ຖືກຮັບຮອງໃນໄລຍະຜ່ານມາ ແນໃສ່​ສ້າງການຮັບປະກັນການຈັດຕັ້ງປະຕິບັດ ແລະ ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ແລະ ບັນຫາອື່ນໆທີ່ປິ່ນອ້ອມການພັດທະນາແບບຍືນຍົງເຊັ່ນ: ການຮັບມືຕໍ່ຜົນກະທົບຂອງໄພທຳມະຊາດ; ບັນຫາພະລັງງານ; ການຄົມມະນາຄົມ-ຂົນສົ່ງ; ນະໂຍບາຍຕໍ່ກັບເສດຖະກິດມະຫາພາກ, ການລຶບລ້າງຄວາມທຸກຍາກ ແລະ ສະໜອງທຶນເພື່ອການພັດທະນາ; ການຄ້າ ແລະ ການລົງທຶນ; ເຕັກໂນໂລຊີ ແລະ ການສື່ສານ, ເຕັກນິກວິທະຍາສາດ ແລະ ນະວັດຕະກໍາ ລວມທັງຂໍ້ມູນ ແລະ ສະຖິຕິ ເປັນຕົ້ນ.

 

            ໃນໂອກາດດັ່ງກ່າວ ທ່ານ ທອງຜ່ານ ສະຫວັນເພັດ ໃນນາມຫົວໜ້າຄະນະຜູ້ແທນ ສປປ ລາວ ໄດ້ຮັບກຽດຈາກຄະນະຈັດກອງປະຊຸມ ໃຫ້ເປັນປະທານໃນວາລະທີ 2 ຂອງກອງປະຊຸມໃນພາກອະພິປາຍທົ່ວໄປ ໃນຫົວຂໍ້: ກອງປະຊຸມໂຕະມົນລະດັບສູງ ທີ 1ໃນຫົວຂໍ້: ການສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມ ແລະ ຕອບສະໜອງດ້ານສາທາລະນະສຸກ (High-Level Thematic roundtable 1: Strengthening health responses and preparedness). ນອກຈາກນີ້, ທ່ານ ຮອງລັດຖະມົນຕີ ຍັງໄດ້ຂື້ນກ່າວຄຳເຫັນຕໍ່ກອງປະຊຸມລະດັບສູງທີ 2 ໃນພາກອະພິປາຍ: ການຮັບປະກັນຕ່ອງໂສ້ການສະໜອງ ແລະ ການເຊື່ອມຈອດ (High-Level Thematic roundtable 2: Ensuring resilient supply chains and connectivity) ໂດຍໃນເນື້ອໃນບາງຕອນ, ທ່ານໄດ້ກ່າວຊົມເຊີຍຕໍ່ການສ້າງຕັ້ງ ອົງການ UN-ESCAP ຄົບຮອບ 75 ປີ ແລະ ຍົກໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນຂອງການຮ່ວມມືແບບຫຼາຍຝ່າຍໃນຂອບ UN-ESCAP ຊື່ງເປັນກະແຈສໍາຄັນເຮັດໃຫ້ບັນດາປະເທດໃນຂົງເຂດອາຊີ-ປາຊິຟິກ ບັນລຸເປົ້້າໝາຍສຳຄັນຕ່າງໆທີ່ຜ່ານມາ ແລະ ວາລະທີ່ສຳຄັນຂອງສາກົນໃນປະຈຸບັນ ໂດຍສະເພາະໃນການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ, ການຮັບມື ແລະ ການຟື້ນຟູ ຈາກຜົນກະທົບຂອງການແຜ່ລະບາດຂອງພະຍາດ COVID-19, ການເຊື່ອມຈອດ ແລະ ເຊື່ອມໂຍງກັບບັນດາປະເທດຕ່າງໆໃນພາກພື້ນ ແລະ ສາກົນ.

 

         ພ້ອມກັນນີ້, ທ່ານ ທອງຜ່ານ ສະຫວັນເພັດ ຍັງໄດ້ຍົກໃຫ້ເຫັນຜົນງານ ແລະ ສິ່ງທ້າທາຍ ໃນການຈັດຕັ້ງປະຕິບັດວາລະ 2030 ຂອງສາກົນດັ່ງກ່າວ ຢູ່ ສປປ ລາວ ແລະ ຄວາມພະຍາຍາມຂອງ ສປປ ລາວ ໃນການນໍາພາປະເທດຫຼຸດພົ້ນອອກຈາກສະພາບດ້ອຍພັດທະນາ ໃນປີ 2026 ຕາມການປະເມີນ ແລະ ຂໍ້ສະເໜີແນະຂອງ ອົງການ ສປຊ.  ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຮ່ວມມື ແລະ ຊ່ວຍເຫຼືອຂອງບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໃນໄລຍະຜ່ານມາ ແລະ ຫວັງວ່າການຮ່ວມມື ແລະ ຊ່ວຍເຫຼືອດັ່ງກ່າວຈະຍັງຄົງສືບຕໍ່ໃນອະນາຄົດ. ນອກຈາກນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະແບບສອງຝ່າຍກັບປະເທດເພື່ອນມິດຕ່າງໆ; ເຂົ້າຮ່ວມ ແລະ ປະກອບຄໍາເຫັນຕໍ່ກອງປະຊຸມປິ່ນອ້ອມໃນຫົວຂໍ້ຕ່າງໆເຊັ່ນ: ວາລະພິເສດ ​ກ່ຽວ​ກັບ​ບັນດາ ບັນດາ​ປະ​ເທດ​​ດ້ອຍ​ພັດທະນາ, ບັນດາປະເທດກໍາລັງພັດທະນາທີ່ບໍ່​ມີຊາຍແດນຕິດກັບທະເລ ​ແລະ ບັນດາ​ປະ​ເທດ​ກຳລັງ​ພັດທະນາທີ່ເປັນເກາະດອນ ເປັນຕົ້ນ.

 

           ໃນຕອນທ້າຍກອງປະຊຸມ, ປະເທດສະມາຊິກ ໄດ້ຮ່ວມກັນຮັບຮອງເອົາຖະແຫຼງການ Bangkok declaration commemorating the 75th Anniversary of the United Nations Economic and Social commission for Asia and the Pacific: A common agenda to advance sustainable development in Asia and the Pacific ແລະ ຮ່າງຍັດຕິ ແລະ ມະຕິຂອງກອງປະຊຸມຈໍານວນ 14 ສະບັບ ຢ່າງເປັນເອກະສັນ.  ກອງປະຊຸມດັ່ງກ່າວໄດ້ດຳເນີນໄປພາຍໃຕ້ບັນຍາກາດທີ່ສ້າງສັນ ແລະ ອັດລົງດ້ວຍຜົນສຳເລັດອັນຈົບງາມ.

 

          ຄະນະກຳມາທິການ UNESCAP ແມ່ນອົງກອນດ້ານການພັດທະນາຂອງອົງການ ສປຊ ປະຈຳພາກພື້ນອາຊີ-ປາຊິຟິກ, ຊຶ່ງໄດ້ຖືກກໍ່ຕັ້ງຂື້ນໃນປີ 1947 ໂດຍມີສຳນັກງານໃຫ່ຍຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ, ປະກອບມີສະມາຊິກ 53 ປະເທດ. ຄະນະກໍາມາທິການດັ່ງກ່າວ ມີພາລະບົດບາດໃນການສະໜອງການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ແລະ ການຍົກລະດັບບຸກຄະລາກອນຂອງບັນດາປະເທດສະມາຊິກໃນການແກ້ໄຂບັນຫາສິ່ງທ້າທາຍທາງດ້ານການສ້າງນະໂຍບາຍເສດຖະກິດມະຫາພາກ, ການຄ້າ-ການລົງທຶນ, ນະວັດຕະກຳ, ພະລັງງານ, ການຂົນສົ່ງ, ສະຖິຕິ, ເຕັກໂນໂລຊີການສື່ສານ, ການພັດທະນາສັງຄົມ ແລະ ສິ່ງແວດລ້ອມ. ກອງປະຊຸມປະຈຳປີຂອງຄະນະກໍາມາທິການ UNESCAP ຖືເປັນ​ຂີດໝາຍ​ອັນ​ດີ​ໃຫ້​ແກ່​ການ​ເສີມ​ຂະຫຍາຍ​ການ​ພົວພັນ​ຮ່ວມ​ມືແບບຫຼາຍຝ່າຍຂອງບັນດາປະເທດໃນຂົງເຂດອາຊີ-ປາຊິຟິກໃຫ້​ນັບມື້ແຕກດອກອອກຜົນ​ຍິ່ງໆ​ຂຶ້ນ​ໃນ​ອະນາຄົດ ທັງ​​ເປັນ​ໂອກາດ​ອັນ​ດີ​ໃຫ້​ແກ່​ບັນດາ​ປະ​ເທດ​ຕ່າງໆ​ໃນ​ພາກ​ພື້ນ​ເພື່ອ​ແລກປ່ຽນບົດຮຽນ ​ແລະ​ ຮ່ວມ​ມືກັນເພື່ອຈັດຕັ້ງປະຕິບັດວາລະຮ່ວມເພື່ອກ້າວສູ່ການພັດທະນາແບບຍືນຍົງຢູ່ພາກພື້ນອາຊີ ແລະ ປາຊີຟິກ.

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ຈະຢ້ຽມຢາມເຮັດວຽກຢູ່ ສະຫະພັນ ຣັດເຊຍ (06 ພຶດສະພາ 2024)

 

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

*ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
488393
ມື້ນີ້190
ມື້ວານ150
ອາທິດນີ້755
ເດືອນນີ້1786