ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ການແລກປ່ຽນ ແລະ ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ຫນຶ່ງແລວ ຫນຶ່ງເສັ້ນທາງ ຮ່ວມກັບບັນດາກະຊວງ,ຂະແໜງການຂອງສູນກາງ ແລະ ແຂວງພາກໃຕ້ ຂອງ ສປປ ລາວ”

 

2022 7 12 Onebelt Road1

2022 7 12 Onebelt Road2

2022 7 12 Onebelt Road3

 

ໃນວັນທີ 12 ກໍລະກົດ 2022,  ທີ່ ແຂວງຈໍາປາສັກ, ກົມເສດຖະກິດ, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມສໍາມະນາ ພາຍໃຕ້ຫົວຂໍ້: “ການແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ຫນຶ່ງ​​ແລວ ຫນຶ່ງ​ເສັ້ນທາງ ຮ່ວມກັບບັນດາກະຊວງ/ຂະແໜງການຂອງສູນກາງ ແລະ ແຂວງພາກໃຕ້ ​ຂອງ ສປປ ລາວ”​ ພາຍໃຕ້ການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີຜູ້ຕາງໜ້າຈາກບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງ ຂອງສູນກາງ ແລະ ບັນດາແຂວງພາກໃຕ້ ຂອງ ສປປ ລາວ ເຂົ້າຮ່ວມ.        

 

ກອງປະຊຸມສໍາມະນາດັ່ງກ່າວ ແມ່ນຫນຶ່ງ​ໃນ​ກິດຈະກຳ​ ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າລ້ານຊ້າງ. ຈຸດປະສົງ ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງບັນດາຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງ ສປປ ລາວ ເພື່ອ​ກຳນົດ​ທິດ​ທາງ​ການ​ຮ່ວມ​ມືໃນ​ຕໍ່ຫນ້າ, ​​ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆ ຈາກຂອບ​ການ​ຮ່ວມ​ມື​ດັ່ງກ່າວ ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ-ສັງຄົມ​​, ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ ແລະ ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ເປັນຕົ້ນແມ່ນ ການສ້າງເສັ້ນທາງດ່ວນ ແລະ ທາງລົດໄຟ ແນໃສ່ຂະຫຍາຍການເຊື່ອມຈອດ ຕາມແລວທາງເສດຖະກິດ ລາວ-ຈີນ ລົງໄປສູ່ບັນດາແຂວງພາກໃຕ້ ຂອງ ສປປ ລາວ ເພື່ອປະກອບສ່ວນ​ເຂົ້າໃນການຈັດ​ຕັ້ງ​ປະຕິບັດ​ນະ​ໂຍບາຍ​ເປີດ​ກວ້າງການ​ຮ່ວມ​ມື​, ການ​ເຊື່ອມ​ໂຍງ ​ແລະ ​ເຊື່ອມຈອດ ຂອງ ສປປ ລາວ ​ກັບພາກ​ພື້ນ ​ແລະ ສາກົນ. ນອກຈາກນັ້ນ, ກໍ່ເພື່ອປັບປຸງ ແລະ ພັດທະນາດ້ານລະບົບຂົນສົ່ງພາຍໃນ ແລະ ຕ່າງປະເທດ ເພື່ອອໍານວຍຄວາມສະດວກດ້ານການຂົນສົ່ງສິນຄ້າໃຫ້ວ່ອງໄວ ແລະ ກວ້າງຂວາງ.

 

ກອງປະຊຸມສໍາມະນາ ໄດ້ດໍາເນີນໄປດ້ວຍບັນຍາກາດທີ່ດີ, ມີການແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ ແລະ ການປຶກສາຫາລືແບບກົງໄປກົງມາ ແລະ ມີຄວາມອຸດົມສົມບູນທາງດ້ານເນື້ອໃນ  ໂດຍສະເພາະການສະເໜີຈາກຂະ     ແໜງການກ່ຽວຂ້ອງ ໃນການແລກປ່ຽນບົດຮຽນ ແລະ ປະສົບການຕົວ​ຈິງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ພ້ອມ​ທັງ​​​ຕີ​ລາຄາ​ຄືນ ຂໍ້ສະດວກ,  ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີໃນການແກ້ໄຂບັນຫາຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ​ໃນ​ຂອບ​ການ​ຮ່ວມ​ມືດັ່ງກ່າວ ເພື່ອຍາດແຍ່ງຜົນປະໂຫຍດຕົວຈີງມາສູ່ປະຊາຊົນໃນພາກພື້ນ ແລະ ສາກົນ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486402
ມື້ນີ້98
ມື້ວານ220
ອາທິດນີ້64
ເດືອນນີ້5707