ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດເຜີຍແຜ່ ດໍາລັດ ວ່າດ້ວຍລົດຂອງລັດ 599/ລບ ແລະ ນິຕິກໍາທີ່ກ່ຽວຂ້ອງ, ຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ດໍາລັດ ວ່າດ້ວຍລົດຂອງລັດ ໃຫ້ແກ່ພະນັກງານ ກະຊວງການຕ່າງປະເທດ

 

 

2772022 1

2772022 2

        ໃນຕອນເຊົ້າຂອງ ວັນທີ 27 ກໍລະກົດ 2022 ທີ່ ກະຊວງການຕ່າງປະເທດ, ໄດ້ຈັດກອງປະຊຸມເຜີຍແຜ່ ດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ແລະ ຄໍາແນະນໍານິຕິກໍາ ທີ່ກ່ຽວຂ້ອງ ກ່ຽວກັບ ການຈັດຕັ້ງປະຕິບັດ ດໍາລັດດັ່ງກ່າວ ໃຫ້ແກ່ພະນັກງານກະຊວງການຕ່າງປະເທດ ໂດຍການເປັນປະທານ ຂອງທ່ານ ບຸນເຫລືອ ພັນດານຸວົງ, ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ ແລະ ລັດຖະກອນພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມຈຳນວນ 120 ກວ່າທ່ານ.

 

​       ກອງ​ປະ​ຊຸມ​ເຜີຍ​ແຜ່​ໃນ​ຄັ້ງ​ນີ້ ແມ່ນເພື່ອປະ​ຕິ​ບັດ​ຕາມມະ​ຕິ​ ຂອງ ຄະ​ນະ​ບໍ​ລິ​ຫານ​ງານ​ພັກກະ​ຊວງ​ການ​ຕ່າງ​ປະ​ເທດ ໃນ​ການຜັນ​ຂະ​ຫຍາຍຜົນກອງ​ປະ​ຊຸມ​​ວຽກ​ງານການຕ່າງ​ປະ​ເທດຄັ້ງ 14 ແລະ ເພື່ອຈັດຕັ້ງປະຕິບັດ​ ໃຫ້ເປັນເອກະພາບກັນໃນທົ່ວປະເທດ ແນໃສ່ເຮັດ​ໃຫ້ພະນັກງານກະຊວງການຕ່າງປະເທດ ມີຄວາມເຂົ້າໃຈເລິກ​ເຊິ່ງ ກ່ຽວ​ກັບ​ ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກໍາທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

 

       ໃນ​ໄລຍະ​ຜ່ານ​ມາ, ພັກ ແລະ ລັດຖະບານ ໄດ້ເຫັນຄວາມສຳຄັນກ່ຽວກັບການນໍາໃຊ້ລົດຂອງລັດ ແລະ ເອົາໃຈໃສ່ຊີ້ນຳໃນການຈັດຕັ້ງປະຕິບັດ ໂດຍໄດ້ແນະນໍາເຜີຍແຜ່ ດໍາລັດດັ່ງກ່າວໃຫ້ເຂົ້າໃຈທົ່ວເຖິງ, ໄດ້​ອອກ​ດໍາລັດ ວ່າດ້ວຍລົດຂອງລັດ ​ເລີ່ມ​ແຕ່​ປີ 2021 ​ເປັນຕົ້ນມາ, ມີຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ​ຈໍານວນ 01 ສະບັບ ແລະ ຄໍາແນະນໍາກ່ຽວກັບ ການຄຸ້ມຄອງ ແລະ ນໍາໃຊ້ ລົດບໍລິຫານຂອງລັດ ຈຳ​ນວນ 01 ສະບັບ.

 

      ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ບັນດານິຕິກໍາດັ່ງກ່າວ ເຫັນ​ວ່າ ໂດຍລວມວຽກງານຄຸ້ມຄອງ ແລະ ການນໍາໃຊ້ລົດຂອງລັດ ໄດ້ຮັບການປັບປຸງໃຫ້ເຂົ້າສູ່ລະບຽບຫຼັກການເທື່ອລະກ້າວ ແລະ ມີຜົນສໍາເລັດໂດຍພື້ນຖານ. ດັ່ງນັ້ນ, ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຍີ່ງຂຶ້ນ ຖືເປັນບາດກ້າວອັນສໍາຄັນຂອງ ດໍາລັດ ວ່າດ້ວຍລົດຂອງລັດ ເພື່ອໃຫ້ມີຄວາມເປັນ​ເອກະ​ພາບ ແລະ ເປັນບ່ອນອີງ​ໃນ​ການຈັດ​ຕັ້ງປະຕິບັດ. ພ້ອມກັນນັ້ນ, ເພື່ອໃຫ້ເຂົ້້າໃຈດໍາລັດດັ່ງກ່າວ ໃຫ້ເປັນອັນລະອຽດ ແລະ ຈະແຈ້ງໃນການຈັດຕັ້ງປະຕິບັດ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກຄໍາແນະນໍາ ກ່ຽວກັບ ການຈັດຕັ້ງປະຕິບັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486408
ມື້ນີ້104
ມື້ວານ220
ອາທິດນີ້70
ເດືອນນີ້5713