ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມສຳມະນາວິຊາການ ພາຍໃຕ້ຫົວຂໍ້ “ແລກປ່ຽນບົດຮຽນ ກ່ຽວກັບວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ”

 

2022 8 2 IFA PX 7

2022 8 2 IFA PX 16

 

ໃນວັນທີ 02-04 ສິງຫາ 2022, ສະຖາບັນການຕ່າງປະເທດ ໄດ້ເປັນເຈົ້າພາບຈັດກອງປະຊຸມສຳມະນາວິຊາການ, ໃນຫົວຂໍ້ “ແລກປ່ຽນບົດຮຽນກ່ຽວກັບວຽກງານການຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ” ພາຍໃຕ້ການເປັນປະທານໃນພິທີເປີດໂດຍ ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ເປັນຜູ້ດໍາເນີນກອງປະຊຸມ. ພ້ອມນີ້, ຍັງປະກອບມີບັນດາທ່ານທູດ ອາວຸໂສ ຈາກສະໂມສອນນັກການທູດລາວ, ຄະນະກົມພາຍໃນກະຊວງການຕ່າງປະເທດ, ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາທີ່ກ່ຽວຂ້ອງ ມາເປັນນັກວິທະຍາກອນ ແລະ ມີນັກສໍາມະນາກອນຈາກກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ 40 ທ່ານ.

         

ຈຸດປະສົງຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນເພື່ອເປັນການ​ແລກປ່ຽນບົດຮຽນ ແລະ ປະສົບການ ໃນການຈັດຕັ້ງປະຕິບັດວຽກງານການຄົ້ນຄວ້າຂອງບັນດາກົມ ພາຍໃນກະຊວງການຕ່າງປະເທດ ກໍຄື ບົດຮຽນຂອງບັນ ດາສະຖາບັນຄົ້ນຄວ້າຕ່າງໆທີ່ກ່ຽວຂ້ອງ ເຊັ່ນ: ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ-ເສດຖະກິດ ແລະ ສັງຄົມແຫ່ງຊາດ ເປັນຕົ້ນ ເພື່ອແນໃສ່ປັບປຸງ ແລະ ສົ່ງເສີມວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ສ້າງເຄືອຂ່າຍນັກຄົ້ນຄວ້າພາຍໃນລາວ ເພື່ອການປະສານສົມທົບ ແລະ ແລກປ່ຽນຂໍ້ມູນຮ່ວມກັນໃນຕໍ່ໜ້າ, ທັງເປັນການສືບຕໍ່ຜັນຂະຫຍາຍຜົນກອງປະຊຸມສຳມະນາ ກ່ຽວກັບ ວຽກງານຄົ້ນຄວ້າ ທີ່ ສະຖາບັນການຕ່າງປະເທດ ໄດ້ຈັດຂຶ້ນເປັນປົກກະຕິໃນໄລຍະຜ່ານມາ ເພື່ອໃຫ້ຕໍ່ເນື່ອງ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.

      

ໃນພິທີກ່າວເປີດກອງປະຊຸມ, ທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຊີ້ໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນຂອງວຽກງານຄົ້ນຄວ້າ ທີ່ໄດ້ຕິດພັນກັບທຸກຂະແໜງການ, ບໍ່ສະເພາະແຕ່ ຂະແໜງການຕ່າງປະເທດເທົ່ານັ້ນ, ເຊິ່ງໃນໄລຍະຜ່ານມາ ລັດຖະບານ ແຫ່ງ ສປປ ລາວ ກໍໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ. ເຖິງຢ່າງໃດກໍຕາມ, ການຈັດຕັ້ງປະຕິບັດຕົວຈິງ ແລະ ຜົນງານການຄົ້ນຄວ້າ ຂອງແຕ່ລະຂະແໜງ ການ ບໍ່ທັນຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ເນື້ອໃນ ກໍຍັງບໍ່ເລິກເຊິ່ງເທົ່າທີ່ຄວນ ແລະ ແຕ່ລະຂະແໜງການຍັງດຳເນີນໄປແບບພໍໃຜພໍລາວ. ເວົ້າສະເພາະ ວຽກງານຄົ້ນຄວ້າ ສຳລັບຂະແໜງການຕ່າງປະເທດ ແມ່ນມີຄວາມຮຽກຮ້ອງຕ້ອງການສູງ ໂດຍສະເພາະໃນສະພາບການພົວພັນສາກົນ ທີ່ມີການປ່ຽນແປງຢ່າງໄວວາ, ເຊິ່ງມີຄວາມຈຳເປັນທີ່ຈະຕ້ອງໄດ້ຕິດຕາມ ແລະ ຕີລາຄາສະພາບຂອງພາກພື້ນ ແລະ ສາກົນເປັນປະຈຳ ເພື່ອລາຍງານໃຫ້ແກ່ຂັ້ນເທິງ ກໍຄື ຄະນະນໍາກະຊວງການຕ່າງປະເທດ. ສະນັ້ນ, ການແລກປ່ຽນບົດຮຽນ ເພື່ອປັບປຸງວຽກງານການຄົ້ນຄວ້າໃນຂົງເຂດການຕ່າງປະເທດ ຈຶ່ງມີຄວາມຈໍາເປັນ ເພື່ອເຮັດໃຫ້ການຄົ້ນຄວ້າ-ວິໄຈ ແລະ ວາງທັດສະນະຕໍ່ບັນຫາຕ່າງໆໃຫ້ມີຄວາມສອດຄ່ອງກັບນະໂຍບາຍຂອງພັກ-ລັດຖະບານ ວາງອອກ ພ້ອມທັງຕ້ອງຮັບປະກັນໄດ້ ທັງຄຸນນະພາບ ແລະ ປະສິດທິພາບຂອງການຄົ້ນຄວ້າ ເພື່ອຍາດແຍ່ງເອົາຜົນປະໂຫຍດມາສູ່ປະເທດຊາດ.

         

ຕະຫຼອດໄລຍະເວລາ 03 ວັນ ພາຍໃຕ້ການນໍາພາກອງປະຊຸມຂອງ ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ, ບັນດາທ່ານທູດອາວຸໂສ ທີ່ມາຈາກສະໂມສອນນັກການທູດລາວ, ຄະນະກົມພາຍໃນກະຊວງການຕ່າງປະເທດ,​ ສະຖາບັນຄົ້ນຄວ້າ ແລະ ສະຖາບັນການສຶກສາຂອງລາວ ໄດ້ຜັດປ່ຽນກັນຂຶ້ນບັນຍາຍ, ແລກປ່ຽນບົດຮຽນ, ປະສົບການ ແລະ ວິທີການໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ ແລະ ນະໂຍບາຍສົ່ງເສີມວຽກງານຄົ້ນຄວ້າ ຢ່າງເປັນຂະບວນຟົດຟື້ນໃນຫຼາຍຫົວຂໍ້ ທີ່ປິ່ນອ້ອມກອງປະຊູມ ຄື: ແລກປ່ຽນບົດຮຽນ ກ່ຽວກັບ ການຄົ້ນຄວ້າສະພາບການພົ້ນເດັ່ນພາກພື້ນ ແລະ ສາກົນ; ການຄົ້ນຄວ້າເນື້ອໃນຮັບໃຊ້ໃຫ້ແກ່ການເຄື່ຶອນໄຫວຕ່າງ ປະເທດຂອງການນໍາຂັ້ນສູງ ແລະ ການສ້າງຕັ້ງສາຍພົວພັນການທູດກັບຕ່າງປະ ເທດ; ການຄົ້ນຄວ້າ ແລະ ວາງທັດສະນະ ຕໍ່ບັນຫາພົ້ນເດັ່ນພາກພື້ນ ແລະ ສາກົນ, ການຄົ້ນຄວ້າສະເໜີໂຄງການໃນຂອບກອງທຶນ LMC; ການປັບປຸງວຽກງານຄົ້ນຄວ້າພາຍໃນກະຊວງການຕ່າງປະເທດ ແລະ ການສົ່ງເສີມວຽກງານຄົ້ນຄວ້າ ໃນຂະແໜງການກ່ຽວຂ້ອງຕ່າງໆ.

 

ກອງປະຊຸມສໍາມະນາໃນຄັ້ງນີ້ ໄດ້ດຳເນີນໄປຢ່າງໄດ້ຮັບໝາກຜົນ ແລະ ປິດລົງຢ່າງຈົບງາມ, ເຊິ່ງໃນພາກສະຫຼຸບກອງປະຊຸມ, ທ່ານທູດ ໄມ ໄຊຍະວົງສ໌, ຫົວໜ້າສະຖາບັນການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ຜູ້ຕາງໜ້າຈາກພາກສ່ວນຕ່າງໆ ທັງພາຍໃນກະຊວງການຕ່າງປະເທດ ແລະ ຈາກສະຖາບັນຕ່າງໆພາຍໃນລາວ ທີ່ໄດ້ມາຮ່ວມແລກປ່ຽນບົດຮຽນ ແລະ ປະສົບການທີ່ຫຼາກຫຼາຍຮູບແບບທີ່ເປັນປະໂຫຍດ ໃຫ້ແກ່ນັກສໍາມະນາກອນ ພາຍໃນກະຊວງການຕ່າງປະເທດ ກໍຄື ສະຖາບັນການຕ່າງປະເທດ ເພື່ອເປັນບົດຮຽນໃນການສືບຕໍ່ປັບປຸງວຽກງານຄົ້ນຄວ້າ ໃນຂະແໜງການທີ່ຕົນຮັບຜິດຊອບ ໃຫ້ຮັບປະກັນໄດ້ ທັງຄຸນນະພາບ ແລະ ປະລິມານ, ມີການປະສານກັນຢ່າງກົມກຽວ ກັບພາກສ່ວນກ່ຽວຂ້ອງ ເພື່ອເປັນພື້ນຖານໃນການສ້າງເຄືອຂ່າຍນັກຄົ້ນຄວ້າ ຢູ່ ສປປ ລາວ ແນໃສ່ຍົກສູງຂີດຄວາມສາມາດໃນການເຮັດໜ້າທີ່ເປັນເສນາທິການ ຮັບໃຊ້ໃຫ້ແກ່ຂັ້ນເທິງໃນອະນາຄົດ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486425
ມື້ນີ້121
ມື້ວານ220
ອາທິດນີ້87
ເດືອນນີ້5730