ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີປາຖະກະຖາ ປີສາມັກຄີມິດຕະພາບ ລາວ-ຫວຽດນາມ ແລະ ວັນຄ້າຍວັນເກີດ ຂອງປະທານ ສຸພານຸວົງ ຄົບຮອບ 113 ປີ

 

2022 8 11 133 LVjpg111

2022 8 11 LV2

2022 8 11 133 LV3

 

ໃນຕອນເຊົ້າຂອງ ວັນທີ 11 ສິງຫາ 2022 ຢູ່ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເນື່ອງໃນໂອກາດວັນຄ້າຍວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 113 ປີ ແລະ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ລາວ-ຫວຽດນາມຂຶ້ນ ໃຫ້ກຽດບັນຍາຍໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ເຊຶ່ງມີບັນດາ ສະຫາຍ ຄະນະພັກ-ຄະນະນຳກະຊວງ, ພະນັກງານນໍາພາ-ຄຸ້ມຄອງຫຼັກແຫຼ່ງ, ບັນດາສະຫາຍສະມາຊິກພັກ ແລະ ພະນັກງານລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມທັງໝົດ ຫຼາຍກວ່າ 600 ສະຫາຍ.    

 

ໃນພິທີ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ເລົ່າຄືນຜົນງານການເຄື່ອນໄຫວປະຕິວັດ ແລະ ຄຸນງາມ ຄວາມດີ ຕະຫຼອດຮອດແບບແຜນການດຳລົງຊີວິດຂອງ ປະທານ ສຸພານຸວົງ ເຊີ່ງປະຊາຊົນລາວທັງປວງໄດ້ຈົດຈຳ ຖືວ່າຢາມໃດເພີ່ນກໍເປັນຜູ້ນຳທີ່ເປັນແບບຢ່າງ, ມີຄວາມຈົ່ງຮັກພັກດີຕໍ່ອຸດົມການປະຕິວັດຢ່າງສຸດກົກສຸດປາຍ, ສາ ມາດເຕົ້າໂຮມ ແລະ ນໍາພາປະຊາຊົນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານຢ່າງອົງອາດກ້າຫານ, ເປັນຜູ້ທີ່ມີລະບຽບວິໄນຕໍ່ການຈັດຕັ້ງ, ມີຄວາມສາມັກຄີຮັກແພງມິດສະຫາຍ, ດຳລົງຊີວິດຢ່າງປອດໃສຂາວສະອາດ, ທ່ານແມ່ນປັນຍາຊົນຜູ້ຍິ່ງໃຫຍ່ມີນໍ້າໃຈຮັກຊາດອັນດູດດື່ມ, ມີທັດສະນະຫຼັກໝັ້ນອັນໜັກແໜ້ນ, ມີນໍ້າໃຈເສຍສະຫຼະອັນສູງສົ່ງເພື່ອຊາດ, ມີຈິດໃຈໂອບອ້ອມອາລີຊ່ວຍເຫຼືອ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ..ຕະຫຼອດໄລຍະຊີວິດການປະຕິວັດຂອງເພີ່ນ ທຸກພາລະກິດປະຕິວັດທີ່ການຈັດຕັ້ງມອບໝາຍໃຫ້.ເພີ່ນກໍ່ລ້ວນແລ້ວແຕ່ໄດ້ອຸທິດຕົນຢ່າງໝົດຈິດໝົດໃຈ, ໃຊ້ຫົວຄິດປະດິດສ້າງ, ຄວາມຮູ້ຄວາມສາມາດ, ຄວາມເສຍສະຫຼະຂອງຕົນ ເພື່ອຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ແລະ ຄວາມຜາສຸກຂອງປະຊາຊົນ. ຄຸນງາມຄວາມດີ ແລະ ຄວາມເປັນແບບຢ່າງຂອງເພີ່ນໄດ້ກາຍເປັນສິ່ງລ້ຳເລີດ, ເປັນບົດຮຽນອັນມີຄ່າ ທີ່ປະໄວ້ໃຫ້ຄົນຮຸ້ນຫຼັງ, ພະນັກງານ-ລັດຖະ ກອນທຸກຄົນຕ້ອງໄດ້ຈາລຶກບຸນຄຸນ ແລະ ຮໍ່າຮຽນເອົາເປັນແບບຢ່າງ ເພື່ອປະຕິບັດໜ້າທີ່ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະໃໝ່.

 

ນອກຈາກນີ້,  ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ບັນຍາຍໃຫ້ເຫັນຄວາມໝາຍ ແລະ ຄວາມສຳຄັນ ຂອງສອງວັນປະຫວັດສາດ ແຫ່ງການພົວພັນຮ່ວມມື ລາວ-ຫວຽດນາມ ທີ່ທັງສອງປະເທດກໍາລັງສະຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ຄື: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/07/ 1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (05/ 09/1962-05/ 09/2022) ເຊີ່ງໄດ້ຫວນຄືນ ແລະ ສະແດງໃຫ້ເຫັນເຖິງມູນເຊື້ອປະຫວັດສາດ ຂອງການພົວພັນຮ່ວມມືທີ່ມີມາແຕ່ດົນນານຂອງສອງພັກສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໄດ້ເປັນຈິດໜຶ່ງໃຈດຽວກັນ ພ້ອມກັນຕໍ່ສູ້ເພື່ອປົດປ່ອຍປະເທດຊາດຈາກພວກຈັກກະພັດຜູ້ຮຸກຮານ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະ ເທດທີ່ປັນເອກະລາດຂອງພວກຕົນຂຶ້ນ. ການພົວພັນຮ່ວມມືລາວ-ຫວຽດນາມ ເປັນແບບຢ່າງແຫ່ງການພົວພັນທີ່ບໍລິສຸດ ແລະ ຫາຍາກຢູ່ໃນໂລກ ເຊີ່ງຜູ້ນຳພັກ-ລັດ ແລະ ປະຊາຊົນສອງຊາດ ກໍ່ໄດ້ຖະນຸຖະໜອມເພີ່ມພູນນໍ້າໃຈສາມັກຄີມິດຕະພາບ ແລະ ການພົວພັນຮ່ວມມືແບບພິເສດຢ່າງສະເໝີຕົ້ນສະເໝີປາຍ ເຊີ່ງພະນັກງານລັດຖະກອນ ແລະ ສະມາຊິກພັກ ຕ້ອງໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງ, ໜັກແໜ້ນ ແລະ ພ້ອມກັນສືບຕໍ່ເສີມຂະ ຫຍາຍມູນເຊື້ອອັນດີງາມດັ່ງກ່າວນັ້ນໄວ້ໃຫ້ໝັ້ນຄົງ ເພື່ອສ້າງຄວາມເຊື່ອໝັ້ນເຊື່ງກັນ ແລະ ກັນ ແລະ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ.

 

ໃນຕອນທ້າຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ໄດ້ຮຽກຮ້ອງມາຍັງສະມາຊິກພັກ ແລະ ພະນັກງານລັດ ຖະກອນ ຂອງກະຊວງການຕ່າງະເທດ ຈົ່ງຮໍ່າຮຽນເອົາບົດຮຽນອັນລໍ້າຄ່າໃນການນຳພາຕໍ່ສູ້ກູ້ຊາດ ແລະ ພັດທະນາປະເທດຊາດ ຂອງ ປະທານ ສຸພານຸວົງ ແລະ ມູນເຊື້ອສາຍພົວພັນຮ່ວມມືແບບພິເສດ ລາວ-ຫວຽດນາມ ເຂົ້າໃນວຽກງານການພົວພັນຕ່າງປະເທດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486405
ມື້ນີ້101
ມື້ວານ220
ອາທິດນີ້67
ເດືອນນີ້5710