ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການຮ່ວມມືວຽກງານການທູດເສດຖະກິດ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ’

        

         

20220817 Lao Viet EcoDip 1

20220817 Lao Viet EcoDip 2

20220817 Lao Viet EcoDip 3

20220817 Lao Viet EcoDip 4

 

       

ໃນວັນທີ 17 ສິງຫາ 2022, ເພື່ອ​ສືບ​ຕໍ່ຊຸກຍູ້ຜັນ​ຂະ​ຫຍາຍ ແລະ ຮ່ວ​ມກັນຕີ​ລາ​ຄາ​ຄືນ​ການ​ຈັດ​ຕັ້ງປະຕິບັດແຜນ​ປະ​ຕິ​ບັດ​ງານ​ການ​ຮ່ວມ​ມື​ດ້ານວຽກງານ​ການ​ທູດ​ເສດ​ຖະ​ກິດ 2020-2025 ຂອງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ-ຫວຽດ​ນາມ ແລະ ທັງເປັນການປະກອບສ່ວນໃນການສະເຫຼີມສະຫຼອງສອງວັນປະຫວັດສາດ ຄື ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທີສັນຍາມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ສສ.ຫວຽດນາມ ກົມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັບ ກົມສັງລວມເສດຖະກິດ, ກະຊວງການຕ່າງປະເທດ ແຫ່ງ ສສ.ຫວຽດນາມ ຈັດກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນ  ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການຮ່ວມມືວຽກງານການທູດເສດຖະກິດ ລະຫວ່າງ ສປປ ລາວ ແລະ ສສ.ຫວຽດນາມ’ ຂຶ້ນ ທີ່ກະຊວງການຕ່າງປະເທດ, ໃນຮູບແບບເຊິ່ງໜ້າ ແລະ ທາງໄກ; ກອງປະຊຸມດັ່ງກ່າວໃຫ້ກຽດກ່າວເປີດໂດຍ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ຫງວຽນ ບາ ຮຸ່ງ, ເອກອັກຄະລັດຖະທູດແຫ່ງ ສສ.ຫວຽດນາມ ປະຈໍາ ສປປ ລາວ, ແລະ ກອງປະຊຸມໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງໂພແກ້ວ ພົມມະຫາໄຊ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ຫງວຽນ ມິງ ຮັ່ງ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມສັງລວມເສດຖະກິດ, ກະຊວງການຕ່າງປະເທດ ສສ.ຫວຽດນາມ, ໂດຍມີຜູ້ຕາງໜ້າຈາກກະຊວງຂະແໜງການທີ່ກ່ຽວຂ້ອງຂອງສູນກາງ, ບັນດາກົມຕ່າງໆຂອງກະຊວງການຕ່າງປະເທດ ແລະ  ພະແນກການຕ່າງປະເທດຂອງແຂວງຕ່າງໆ ໃນທົ່ວປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.

           

ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນ, ປະສົບການທາງດ້ານເຕັກນິກວິຊາການ ແລະ ການປະຕິບັດວຽກງານຕົວຈິງໃນການດໍາເນີນວຽກງານການທູດເສດຖະກິດຂອງ ສປປ ລາວ ແລະ ສສ. ຫວຽດນາມ. ໂດຍສະເພາະແມ່ນການປັບປຸງກົນໄກການປະສານງານ ແລະ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງາການທູດເສດຖະກິດ ໃຫ້ມີຄຸນນະພາບໃໝ່ ເພື່ອປະກອບສ່ວນສົ່ງເສີມການພັດທະນາເສດຖະກິດ-ສັງຄົມ ແລະ ທັງເປັນການຍົກລະດັບການຮ່ວມມື ດ້ານວຽກງານການທູດເສດຖະກິດ ຂອງສອງປະເທດ ຂຶ້ນເທື່ອລະກ້າວ.

              

ກອງປະຊຸມໄດ້ຮັບຟັງ ແລະ ຮ່ວມກັນຕີລາຄາຕໍ່ກັບບັນຫາສໍາຄັນຕ່າງໆ ເຊັ່ນ: ການເຄື່ອນໄຫວວຽກງານທູດເສດຖະກິດແລະ ການປຶກສາຫາລືຖອດຖອນບົດຮຽນ ກ່ຽວກັບ ການຮ່ວມມືໃນການຈັດຕັ້ງປະຕິບັດວຽກງານການທູດເສດຖະກິດຮ່ວມກັບພາກພື້ນ ແລະ ສາກົນ ຂອງ ສປປ ລາວ ແລະ ສສ.ຫວຽດນາມ ເປັນຕົ້ນແມ່ນ ການວາງແຜນ ແລະ ສ້າງຍຸດທະສາດວຽກງານການທູດເສດຖະກິດ, ການເຄື່ອນໄຫວວຽກງານການຕ່າງປະເທດຂອງທ້ອງຖິ່ນ, ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ, ການສົ່ງເສີມ ແລະ ປະສົບການໃນການຈັດຕັ້ງວຽກງານການທູດເສດຖະກິດ ລວມທັງ  ແລກປ່ຽນທັດສະນະຮ່ວມກັນ ກ່ຽວກັບ ສະພາບການພົ້ນເດັ່ນ ແລະ  ທ່າອ່ຽງເສດຖະກິດຂອງໂລກໃນປະຈຸບັນ. ນອກຈາກນັ້ນ, ຍັງເປັນໂອກາດອັນດີໃຫ້ບັນດາຜູ້ເຂົ້າຮ່ວມຈາກກະຊວງຂະແໜງການຕ່າງໆທັງສູນກາງ ແລະ ທ້ອງຖິ່ນ ໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບ ການຮ່ວມມືວຽກງານການທູດເສດຖະກິດ ພ້ອມທັງຖືໂອກາດດັ່ງກ່າວແລກປ່ຽນຄໍາຄິດເຫັນ, ຂໍ້ມູນຂ່າວສານ, ບັນຫາສິ່ງທ້າທາຍ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆໃນການປະສານງານ, ການເຄື່ອນໄຫວວຽກງານຕົວຈິງໃນໄລຍະຜ່ານມາ ພ້ອມທັງ ນໍາສະເໜີບັນດາທ່າແຮງບົ່ມຊ້ອນຕ່າງໆຂອງຂະແໜງການຕົນໃຫ້ກອງປະຊຸມຊາບ ເພື່ອຈະໄດ້ນໍາໃຊ້ເປັນບ່ອນອີງໃນການຄົ້ນຄ້ວາ ແລະ ຊ່ວຍກັນຫາຊ່ອງທາງໃນການປັບປຸງແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສົ່ງເສີມດ້ານດີ ເພື່ອໃຫ້ສາມາດໝູນໃຊ້ເຂົ້າໃນວຽກງານການທູດເສດຖະກິດ ເປັນເຄື່ອງມືໃນການຊຸກຍູ້ ກໍ່ຄື ການຈັດຕັ້ງປະຕິບັດນະໂຍບາຍການເຊື່ອມໂຍງ ແລະ ເຊື່ອມຈອດດ້ານການຄ້າ, ການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງສອງປະເທດ ລາວ-ຫວຽດນາມ ໃນອານາຄົດ.

          

ພ້ອມດຽວກັນນັ້ນ, ໃນຕອນເຊົ້າວັນທີ 18 ສິງຫາ 2022 ຄະນະຜູ້ແທນ ສສ.ຫວຽດນາມ ນໍາໂດຍທ່ານ ນາງ ຫງວຽດ ມິງ ຮັ່ງ, ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າກົມສັງລວມເສດຖະກິດ, ກະຊວງການຕ່າງປະເທດ ສສ.ຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ.

        

        

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486420
ມື້ນີ້116
ມື້ວານ220
ອາທິດນີ້82
ເດືອນນີ້5725