ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຄື່ອນໄຫວວຽກພັກ-ພະນັກງານ ຢູ່ ກອງສໍາຫຼວດ ແລະ ປັກຫຼັກຊາຍແດນ ຢູ່ເເຂວງຈຳປາສັກ..

 

2022 8 16 border AFFAIRS

2022 8 16 border AFFAIRS2

2022 8 16 border AFFAIRS1

 

ໃນລະຫວ່າງວັນທີ 16-18 ສິງ​ຫາ 2022 ທີ່ຜ່ານມາ ທ່ານ ຕິ່ງ ສຸກ​ສັນ, ຮອງ​ເລ​ຂາ​ຄະ​ນະ​ພັກ​ກະ​ຊວງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ ພ້ອມຄະນະ ໄດ້ເຄື່ອນໄຫວວຽກງານ ຢູ່ ແຂວງຈໍາປາສັກ, ຈຸດປະສົງ ແມ່ນເພື່ອຊຸກຍູ້, ຕິດຕາມ, ກວດກາ​ ວຽກງານກໍ່ສ້າງ​ພັກ-ວຽກງານຄຸ້ມຄອງພະນັກງານ ຢູ່ ​ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ: ເພື່ອໃຫ້ພະນັກງານ-ສະມາຊິກພັກ ກໍາແໜ້ນ 5 ຫຼັກການ, 3 ທິດນໍາຂອງພັກ ແລະ ໃຫ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບວຽກງານຄຸ້ມຄອງພະນັກງານ, ເພື່ອເຮັດໃຫ້ພະນັກງານກໍາໄດ້ສະພາບການຕ່າງໆ ທັງພາກພື້ນ ແລະ ສາກົນ, ຈໍາແນກໄດ້ການຫັນປ່ຽນໂດຍສັນຕິຂອງພວກອິດທິກໍາລັງປໍລະປັກ, ມີຄວາມເຊື່ອໜັ້ນຕໍ່ການນໍາພາຂອງພັກ ໃນການປະຕິບັດໜ້າທີ່ວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ກັບປະເທດໃກ້ຄຽງທີ່ຍັງບໍ່ທັນສໍາເລັດ ໂດຍສະເພາະຊາຍແດນ ລາວ-ໄທ ແລະ ລາວ-ກໍາປູເຈຍ.

 

ການ​​​ເຄື່ອນ​ໄຫວ​ວຽກງານ​ຄັ້ງ​ນີ້, ທ່ານ​ ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຄະ​ນະ​ຍັງໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ທ່ານ ​ວິໄ​ລ​ວົງ ບຸດ​ດາ​ຄຳ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າ​ແຂວງໆ​ຈຳ​ປາ​ສັກ ​ເພື່ອລາຍ​ງານ​ຈຸດ​ປະ​ສົງການເຄື່ອນໄຫວ​ຂອງ​ຄະນະໃຫ້ທ່ານເຈົ້າແຂວງໄດ້ຮັບຊາບ ແລະ ໃນໂອກາດນີ້, ທ່ານຮອງລັດຖະມົນຕີໄດ້ສະ​ແດງ​ຄວາມ​ຂອບ​ໃຈເປັນຢ່າງສູງ​ຕໍ່​ການ​ຕ້ອນ​ຮັບ​ຢ່າງອົບອຸ່ນ ແລະ ໄດ້ອໍານວຍຄວາມສະດວກໃຫ້ ​ພະ​ນັກ​ງານ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​​ ທີ່ມາປະຕິບັດໜ້າທີ່ວຽກງານຢູ່ ​ແຂວງ​ຈຳ​ປາ​ສັກ. ຫຼັງຈາກນັ້ນ, ​ທ່ານ​ ຮອ​ງ​ລັດ​ຖະ​ມົນ​ຕີ ຍັງໄດ້​ພົບປະ​​ແລກ​ປ່ຽນບົດຮຽນຮ່ວມ​ກັບ​ຄະ​ນະ​ຈັດ​ຕັ້ງ​ແຂວງ​, ພະແນກການຕ່າງປະເທດແຂວງ ກ່ຽວກັບ ວຽກງານກໍ່​ສ້າງ​ພັກ-ພະ​ນັກ​ງານ ແລະ ວຽກ​ງານ​ນະ​ໂຍ​ບາຍຕ່າງໆ. ຈາກນັ້ນ, ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະໄດ້ສືບຕໍ່ເຄື່ອນໄຫວເຮັດວຽກ ຢູ່ ກອງບັນຊາການສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ໄທ ແລະ ກອງສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກໍາປູເຈຍ ຕື່ມອີກ.

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486405
ມື້ນີ້101
ມື້ວານ220
ອາທິດນີ້67
ເດືອນນີ້5710