ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ກ່ຽວກັບການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 13 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ

 

9thACCWG PHE

 

    ໃນວັນທີ 06 ຕຸລາ 2022 ທີ່ ພະນົມເປັນ, ຣາຊະອານາຈັກ ກໍາປູເຈຍ, ທ່ານ ທອງຜ່ານ ສະຫວັນເພັດ,   ຮອງລັດຖະມົນຕີກະຊວງ​ການ​ຕ່າງ​ປະ​ເທດ, ທັງເປັນຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ​ໄດ້​ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ກ່ຽວກັບການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 13 (13th ASEAN Coordinating Council Working Group (ACCWG) on Timor-Leste’s Application for ASEAN Membership), ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ຄັ້ງທີ 9 (9th ASEAN Coordinating Council Working Group on Public Health Emergencies (ACCWG-PHE)), ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ (ASEAN Plus Three Preparatory Senior Officials’ Meeting (APT Prep-SOM) ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ (East Asia Summit Preparatory Senior Officials’ Meeting (EAS Prep-SOM) ພາຍໃຕ້ການເປັນປະທານຂອງກໍາປູເຈຍ ໃນຖານະປະທານອາຊຽນສົກປີ 2022.

   

    ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ກ່ຽວກັບການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ ຄັ້ງທີ 13 ໄດ້ຮັບຊາບຄວາມຄືບໜ້າດ້ານຕ່າງໆ ໂດຍສະເພາະຜົນ​ການ​ໄປ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກຂອງຄະນະໜ່ວຍງານສັງລວມຂໍ້ມູນ​ຂອງເສົາ​ຄໍ້າປະຊາຄົມ​ເສດຖະກິດ ​ແລະ ເສົາຄໍ້າປະຊາຄົມວັດທະ ນະ​ທໍາ-ສັງຄົມອາຊຽນ ຢູ່ຕີມໍແລັດສະເຕ ໃນເດືອນກໍລະກົດ 2022 ຜ່ານມາ, ຊຶ່ງມາຮອດປັດຈຸບັນໜ່ວຍງານສັງ ລວມຂໍ້ມູນ​ທັງສາມເສົາຄໍ້າປະຊາຄົມອາຊຽນ ແມ່ນໄດ້ສໍາເລັດການ​ໄປ​ຢ້ຽ​ມຢາມ ​ແລະ ​ເຮັດ​ວຽກ ຢູ່ຕີມໍແລັດສະເຕ ແລ້ວ; ໄດ້ຮັບຊາບຄວາມຄືບໜ້າການເຂົ້າຮ່ວມບັນດາກິດຈະກໍາທີ່ບໍ່ແມ່ນການປືກສາຫາລືດ້ານນະໂຍບາຍ ເພື່ອສົ່ງ ເສີມການເຂົ້າຮ່ວມບັນດາກິດຈະກຳ ແນໃສ່ສົ່ງເສີມຂີດຄວາມສາມາດໃຫ້ແກ່ ຕີມໍແລັດສະເຕ ພາຍໃຕ້ 3 ເສົາຄໍ້າປະ ຊາຄົມອາຊຽນ. ພ້ອມກັນນັ້ນ, ກອງປະຊຸມ ຍັງໄດ້ປຶກສາຫາລືກ່ຽວກັບບົດລາຍງານຄວາມຄືບໜ້າການເຮັດວຽກຂອງໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ເພື່ອສະເໜີຕໍ່ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 31  ຮັບຊາບ ແລະ ໃຫ້ທິດຊີ້ນໍາ.

 

     ກອງປະຊຸມໜ່ວຍງານວິຊາການຂອງສະພາປະສານງານອາຊຽນ ວ່າດ້ວຍການຊ່ວຍເຫຼືອສຸກເສີນດ້ານສາທາລະນະສຸກ ໄດ້ຕີລາຄາສູງຕໍ່ຜົນການຈັດຕັ້ງປະຕິບັດບັນດາໜ້າວຽກໃນການແກ້ໄຂ ແລະ ຮັບມືກັບການແຜ່ລະບາດພະຍາດໂຄວິດ-19 ກໍຄືການຟື້ນຟູຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ຂອງອາຊຽນ.  ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນຟື້ນຟູຮອບດ້ານຂອງອາຊຽນ ໂດຍຊຸກຍູ້ໃຫ້ບັນດາຂະແໜງການກ່ຽວຂ້ອງເພີ່ມທະວີການຈັດຕັ້ງປະຕິບັດແຜນຟື້ນຟູ ແລະ ໄດ້ຮັບຊາບຄວາມຄືບໜ້າກ່ຽວກັບການຈັດຊື້ ແລະ ນໍາສົ່ງວັກຊີນຕ້ານພະຍາດ ໂຄວິດ-19 ໃຫ້ບັນດາປະເທດອາຊຽນ ຜ່ານອົງການ UNICEF ໂດຍການນໍາໃຊ້ງົບປະມານຈາກກອງທຶນອາຊຽນ ເພື່ອຮັບມືກັບພະຍາດໂຄວິດ-19 ລວມທັງໄດ້ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນ ເພື່ອກໍານົດທິດທາງໃນຕໍ່ໜ້າໃນການນໍາໃຊ້ງົບປະມານຈາກກອງທຶນດັ່ງກ່າວໃຫ້ໄດ້ຮັບປະສິດທິຜົນສູງສຸດ. ໂອກາດດັ່ງກ່າວ, ກອງປະຊຸມ ໄດ້ສະແດງຄວາມຊົມເຊີຍຂະແໜງສາທາລະນະສຸກອາຊຽນ ທີ່ສາມາດຕົກລົງເຫັນດີກັນແບ່ງສູນອາຊຽນ ເພື່ອຮັບມືກັບພະຍາດສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດອອກເປັນ 3 ຫ້ອງການ ໂດຍຕັ້ງຢູ່ 3 ປະເທດ ຄື: ອິນໂດເນເຊຍ, ໄທ ແລະ ຫວຽດນາມ ແລະ ມີກອງເລຂາຢູ່ປະເທດໄທ, ພ້ອມນີ້ກໍຊຸກຍູ້ໃຫ້ເຈົ້າໜ້າທີ່ອາວຸໂສສາທາລະນະສຸກອາຊຽນ ເລັ່ງລັດການຮ່າງຂໍ້ຕົກລົງໃນການສ້າງຕັ້ງສູນດັ່ງກ່າວ ເພື່ອເປັນໝາກຜົນໜຶ່ງທີ່ສໍາຄັນຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ໃນກາງເດືອນພະຈິກ 2022 ນີ້. ນອກນີ້, ກອງປະຊຸມ ຍັງໄດ້ຮຽກຮ້ອງໃຫ້ປະເທດສະມາຊິກອາຊຽນສືບຕໍ່ປະກອບສ່ວນເຂົ້າໃນຄັງແຮອຸປະກອນການແພດພາກພື້ນອາຊຽນ ເພື່ອຮັບມືກັບພາວະສຸກເສີນດ້ານສາທາລະນະສຸກ, ເຊິ່ງຄັງແຮດັ່ງກ່າວມີຄວາມສໍາຄັນໃນການຊ່ວຍເຫຼືອດ້ານຢາປົວພະຍາດ ແລະ ອຸປະກອນການແພດ ໃຫ້ບັນດາປະເທດສະມາຊິກອາຊຽນທີ່ໄດ້ຮັບຜົນກະທົບຈາກພາວະສຸກເສີນດ້ານສາທາລະນະສຸກໃນອະນາຄົດ. ຜົນຂອງການປຶກສາຫາລືຄັ້ງນີ້ ຈະນໍາລາຍງານຕໍ່ກອງ​ປະ​ຊຸມສະພາປະສານງານອາຊຽນ ຄັ້ງທີ 31, ເຊິ່ງຈະຈັດຂຶ້ນ ໃນກາງເດືອນພະຈິກ 2022.

 

      ກອງ​ປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນບວກສາມ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ (ຈີນ, ສ.ເກົາຫຼີ, ຍີ່ປຸ່ນ) ໄດ້ທົບທວນຄືນການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ ໄລຍະປີ 2018-2022 ພ້ອມທັງໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນປະຕິບັດງານການຮ່ວມມືອາຊຽນບວກສາມ ສະບັບໃໝ່ສໍາລັບໄລຍະປີ 2023-2027. ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊີຕາເວັນອອກ (ອົດສະຕຣາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ນິວຊີແລນ, ສ.ເກົາຫຼີ, ຣັດເຊຍ ແລະ ສະຫະລັດອາເມຣິກາ) ໄດ້ຮັບຊາບຄວາມ​ຄືບໜ້າ​ຂອງການຮ່າງແຜນ​​ປະຕິບັດງານການຮ່ວມມື ສໍາລັບໄລຍະປີ 2023-2027. ອັນສໍາຄັນ, ທັງສອງກອງປະຊຸມດັ່ງກ່າວ ແມ່ນໄດ້ປຶກສາຫາລືກ່ຽວກັບການກະກຽມທາງດ້ານເນື້ອໃນ, ພະລາທິການ ແລະ ພິທີການໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 25 ທີ່ຈະຈັດຂຶ້ນໃນວັນທີ 12 ພະຈິກ 2022 ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 17 ​ທີ່ຈະ​ຈັດ​ຂຶ້ນໃນ​ວັນທີ 13 ພະຈິກ 2022 ທີ່ ພະນົມເປັນ, ກໍາປູເຈຍ.

-----------------------------------

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486025
ມື້ນີ້156
ມື້ວານ168
ອາທິດນີ້1061
ເດືອນນີ້5330