ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 7 ລະຫວ່າງ ກະຊວງການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ

       

20221123 25 DFM vis VN 1

20221123 25 DFM vis VN 3

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 7

ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

                      

      

20221123 25 DFM vis VN 4

20221123 25 DFM vis VN 6

ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ພ້ອມດ້ວຍຄະນະ ເຂົ້າຢ້ຽມຂໍ່ານັບ

ສະຫາຍ ບຸ່ຍ ແທງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ

                 

         

20221123 25 DFM vis VN 7

ພິທີເປີດໂຕປຶ້ມ “ເລ ວັນ ຮຽນ ເອກອັກຄະລັດຖະທູດຫວຽດນາມ ຄົນທໍາອິດ ປະຈໍາລາວ”

 

             

ໃນວັນທີ 23-25 ພະຈິກ 2022, ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເດີນທາງຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນຮອງລັດຖະມົນຕີ ຄັ້ງທີ 7 ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ ຫວຽດນາມ.

           

ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ພະຈິກ 2022, ທີ່ ເຮືອນຮັບແຂກລັດຖະບານ, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ກວາງ ຮ້ຽວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ, ມີການເຂົ້າຮ່ວມຂອງ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ, ພ້ອມດ້ວຍການນໍາ ແລະ ວິຊາການກ່ຽວຂ້ອງຂອງບັນດາກົມ ຈາກສອງກະຊວງການຕ່າງປະເທດ.

             

ໃນກອງປະຊຸມ, ສອງຝ່າຍ ໄດ້ປຶກສາຫາລືແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ, ຮ່ວມກັນທົບທວນຄືນການພົວພັນຮ່ວມມືສອງປະເທດ ແລະ ສອງກະຊວງການຕ່າງປະເທດ ຕະຫຼອດໄລຍະ 1 ປີ ຜ່ານມາ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ເຊິ່ງໃນນັ້ນມີການປະກອບສ່ວນອັນສໍາຄັນ ຂອງສອງກະຊວງການຕ່າງປະເທດ ທີ່ເຮັດໜ້າທີ່ເປັນຂົວຕໍ່ປະສານງານ ລະຫວ່າງ ບັນດາກະຊວງ ຂະແໜງການ ສູນກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດບັນດາການຕົກລົງສອງຝ່າຍ ທີ່ມີຮ່ວມກັນ ກໍ່ຄື ການແລກປ່ຽນການຢ້ຽມຢາມ ແລະ ການຈັດກິດຈະກໍາຕ່າງໆ ໃນປີສາມັກຄີມິດຕະພາບ ລາວ-ຫວຽດນາມ 2022 ເພື່ອສະເຫຼີມສະຫຼອງ ສອງວັນປະຫວັດສາດທີ່ສໍາຄັນຂອງສອງຊາດ ຄືວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືສອງຝ່າຍ ຄົບຮອບ 45 ປີ. ສອງຝ່າຍສະແດງຄວາມເພິ່ງພໍໃຈທີ່ເຫັນວ່າ ການຮ່ວມມື ດ້ານການເມືອງ ປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແມ່ນສາມາດຈັດຕັ້ງປະຕິບັດໄດ້ລື່ນຄາດໝາຍທີ່ໄດ້ວາງໄວ້, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ມີການຂະຫຍາຍຕົວຢ່າງໜ້າເພິ່ງພໍໃຈ ຕົວເລກ 10 ເດືອນ ຕົ້ນປີ 2022 ບັນລຸໄດ້ 1,4 ຕື້ໂດລາ ເພີ່ມຂຶ້ນ 28,2%  ທຽບກັບໄລຍະດຽວກັນຂອງປີ 2021, ເຊິ່ງສອງຝ່າຍເຫັນວ່າ ເຖິງວ່າການຄ້າສອງຝ່າຍ ຍັງບໍ່ທັນສາມາດສະແດງອອກໄດ້ໝົດທ່າແຮງບົ່ມຊ້ອນຂອງສອງຝ່າຍ ແຕ່ເຊື່ອໝັ້ນວ່າ ຖ້າສາມາດຮັກສາຈັງຫວະການຂະຫຍາຍຕົວໃນລະດັບສູງໃນລະດັບ 2 ຕົວເລກ ຄືປັດຈຸບັນ ຈະເຮັດໃຫ້ຕົວເລກການຄ້າສອງຝ່າຍມີການເພີ່ມຂຶ້ນໄວ, ການຮ່ວມມືດ້ານ ວັດທະນະທໍາ-ສັງຄົມ, ການສຶກສາ, ຄົມມະນາຄົມຂົນສົ່ງ, ພະລັງງານ, ກະສິກໍາ, ວັດທະນະທໍາ, ທ່ອງທ່ຽວ ສືບຕໍ່ໄດ້ຮັບການເອົາໃຈໃສ່ຈາກສອງຝ່າຍ.

              

ພ້ອມນີ້, ສອງຝ່າຍ ໄດ້ປຶກສາຫາລືເພື່ອກະກຽມໃຫ້ແກ່ບັນດາແຜນວຽກໃນທ້າຍປີ 2022 ນີ້ ແລະ ຮ່ວມກັນວາງທິດທາງແຜນການການຮ່ວມມືໃນຕໍ່ໜ້າ ເພື່ອເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ລະຫວ່າງ ສອງປະເທດ, ໂດຍເຫັນວ່າ ຕ້ອງໄດ້ເອົາໃຈໃສ່ຍົກສູງບົດບາດຂອງສອງກະຊວງການຕ່າງປະເທດ ເພື່ອແນໃສ່ຍົກສູງກົນໄກການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ໃນການເປັນໃຈກາງຊຸກຍູ້ຕິດຕາມ ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ, ໃນການເປັນເສນາທິການໃນວຽກງານຕ່າງປະເທດ ແລະ ການເປັນໃຈກາງປະສານສົມທົບກັບບັນດາກະຊວງ ແລະ ຂະແໜງການກ່ຽວຂ້ອງຂອງທັງສອງປະເທດ ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຊຸກຍູ້ສົ່ງເສີມການພົວພັນສອງປະເທດ ລາວ-ຫວຽດນາມ ໃຫ້ມີປະສິດທິຜົນຍິ່ງໆຂຶ້ນ, ໂດຍສະເພາະຮ່ວມກັນເອົາໃຈໃສ່ຈັດຕັ້ງປະຕິບັດ ຂໍ້ຕົກລົງຮ່ວມມື ລະຫວ່າງສອງກະຊວງໄລຍະ 2021-2025 ກໍ່ຄື ແຜນປະຕິບັດງານການຮ່ວມມືດ້ານການທູດເສດຖະກິດ 2020-2025, ຮ່ວມມືກັນໃກ້ຊິດຍິ່ງຂຶ້ນ ໃນການແລກປ່ຽນບົດຮຽນ ຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະແມ່ນ ຝ່າຍຫວຽດນາມ ໄດ້ຢືນຢັນ ຈະໃຫ້ການຊ່ວຍເຫຼືອ ສປປ ລາວ ສຸດຄວາມສາມາດໃນການກະກຽມໃຫ້ແກ່ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ສໍາເລັດຜົນຈົບງາມ. ສະເພາະໃນຂອບການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີປະສານສົມທົບກັນຢ່າງໃກ້ຊິດໃນດ້ານຕ່າງໆ ເປັນຕົ້ນ ການພົວພັນຮ່ວມມືດ້ານການທູດເສດຖະກິດ, ວຽກງານກົງສຸນ, ວຽກງານການຂ່າວ, ການພົວພັນຮ່ວມມື ລະຫວ່າງ ສອງສະຖາບັນກະຊວງການຕ່າງປະເທດ ລາວ-ຫວຽດນາມ ແລະ ອື່ນໆ.

              

ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ, ລວມເຖິງປຶກສາຫາລືເພື່ອເພີ່ມທະວີການພົວພັນຮ່ວມມືໃນຂອບອະນຸພາກພື້ນ, ພາກພື້ນ ແລະ ສາກົນ.

             

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ຮອງລັດຖະມົນຕີ ໂພໄຊ ໄຂຄໍາພິທູນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ບຸ່ຍ ແທງ ເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ເຂົ້າຮ່ວມພິທີເປີດໂຕປຶ້ມ “ເລ ວັນ ຮຽນ ເອກອັກຄະລັດຖະທູດຫວຽດນາມ ຄົນທໍາອິດ ປະຈໍາລາວ”.

               

 

ແຈ້ງການ

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
486034
ມື້ນີ້165
ມື້ວານ168
ອາທິດນີ້1070
ເດືອນນີ້5339